ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດ​ພິ​ເສດ ສັນນິບາດ​ອາຣັບ ແລະ ສປຊ ​ຂໍຮ້ອງໃຫ້ອີຣ່ານ ຊ່ວຍໃນການຢຸດຍິງ


ທ່ານ Lakhdar Brahimi ທູດ​ພິ​ເສດ​ຂອງ ສັນນິບາດ​ອາຣັບ
ແລະ ສະຫະ​ປະຊາ​ຊາດ.
ທ່ານ Lakhdar Brahimi ທູດ​ພິ​ເສດ​ຂອງ ສັນນິບາດ​ອາຣັບ ແລະ ສະຫະ​ປະຊາ​ຊາດ.
ທ່ານ Lakhdar Brahimi ທູດ​ພິ​ເສດ​ຂອງ ສັນນິບາດ​ອາຣັບ
ແລະ ສະຫະ​ປະຊາ​ຊາດ ສໍາລັບ​ຊີ​ເຣຍ ​ໄດ້​ຮຽກຮ້ອງ​ໃຫ້ ອິຣ່ານ
ຊ່ວຍ​ເຫລືອ​ ໃນ​ການ​ຈັດ​ຕັ້ງ​ໃຫ້​ມີ​ການ​ຢຸດ​ຍິງ ​ໃນ​ລະຍະ​ເວລາ​
ການ​ສະຫລອງບຸນ​ຂອງ​ຊາວ​ມຸສລິ​ມ ທີ່​ຮ້ອງ​ວ່າ Eid al-Adha
ນັ້ນ.

ທ່ານ Brahimi ຍັງ​ໄດ້ເນ້ນ​ຢູ່​ໃນ​ຄໍາ​ຖະ​ແຫລ​ງສະບັບ​ນຶ່ງ​ໃນ​
ວັນ​ຈັນ​ມື້​ນີ້ ວ່າ ວິ​ກິດ​ການ​ໃນຊີ​ເຣຍ “ແມ່ນ​ກໍາລັງ​ຮ້າຍ​ແຮງ​
ລົງໄປ​ນັບ​ມື້” ​ແລະມີ​ຄວາມ​ຈໍາ​ເປັນອັນ​ຮີບ​ດ່ວນ​ທີ່​ສຸດ​ ທີ່​ຈະ
​ຕ້ອງ​ຢຸດຕິ​ການ​ນອງ​ເລືອດນັ້ນ.

ຄໍາ​ຖະ​ແຫລ​ງຂອງ ທ່ານ Brahimi ​ໄດ້ມີ​ຂຶ້ນ ຫລັງ​ຈາກການ​
ປະຊຸມ​ກັນໃນ​ວັນ​ອາທິດວານ​ນີ້ ກັບ ບັນດາ​ຜູ້​ນໍາ​ອິຣ່ານ ຮວມ​
ທັງປະທານາ ທິບໍດີ Mahmoud Ahmadinejad ​ແລະ ລັດຖະມົນ​ຕີ​ການ​ຕ່າງ​ປະ​ເທດ
Ali Akbar Salehi. ບຸນ Eid al-Adha ຈະ​ເລີ້ມ​ໃນ​ອາທິດ​ໜ້າ​ນີ້.

​ໃນ​ວັນ​ຈັນມື້​ນີ້ຄື​ກັນ ​ບັນດາ​ເຈົ້າ​ໜ້າ​ທີ່​ເທີ​ກີ ​ໄດ້ບັງຂັບ​ໃຫ້​ເຮືອບິນຂອງອາ​ມີ​ເນຍ​ລໍາ​ນຶ່ງ ທີ່​ມຸ່​ງ
ໜ້າ​ໄປ​ສູ່ ​ເມືອງ Aleppo ຂອງ​ຊີ​ເຣຍນັ້ນ ລົງ​ເດີ່ນເພື່ອທໍາ​ການ​ກວດຄົ້ນ​ຫາ​ເຄື່ອງທີ່​ບັນທຸກ​ໄປ. ບັນດາເຈົ້າ​ໜ້າ​ທີ່ເທີ​ກີ ກ່າວ​ວ່າ ​ເຮືອບິນ​ລໍາ​ນັ້ນບັນທຸກເຄື່ອງຊ່ວຍ​ເຫລືອ​ດ້ານ​ມະນຸດ
ສະ​ທໍາ ​ແລະຈະ​ໄດ້​ອະນຸຍາດ​ໃຫ້​ເດີນທາງ​ຕໍ່​ໄປ ຖ້າ​ຫາ​ກວ່າ​ການ​ກວດ​ຄົ້ນບໍ່​ພົບ​ເຫັນ​ສິ່ງ​ອື່ນ​ໃດ​ອີກ.
XS
SM
MD
LG