ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ BP ບັນລຸ ການຕົກລົງ ໃນການຟ້ອງຮ້ອງ ກ່ຽວກັບນໍ້າມັນຮົ່ວ ໃນອ່າວແມັກຊິໂກ


ຮູບພາບເຫດລະເບີດ ທີ່ບ່ອນເຈາະນໍ້າມັນ Deepwater Horizon ຂອງບໍລິສັດ BP ທີ່ລຸກໄໝ້ເປັນແປວໄຟ ຊຶ່ງຖ່າຍໂດຍໜ່ວຍຍາມຝັ່ງສະຫະລັດ ໃນວັນທີ 22 ເດືອນ ເມສາ, 2010.
ຮູບພາບເຫດລະເບີດ ທີ່ບ່ອນເຈາະນໍ້າມັນ Deepwater Horizon ຂອງບໍລິສັດ BP ທີ່ລຸກໄໝ້ເປັນແປວໄຟ ຊຶ່ງຖ່າຍໂດຍໜ່ວຍຍາມຝັ່ງສະຫະລັດ ໃນວັນທີ 22 ເດືອນ ເມສາ, 2010.

ບໍລິສັດ​ຂຸ​ດນໍ້າມັນອັງກິດ British Petroleum ຫຼື BP ປະກາດ​ວ່າຕົນ​ໄດ້​ບັນລຸການ
ຕົກລົງ ທີ່​ຈະ​ໃຊ້​ຈ່າຍ​ຄ່າ​ເສຍ​ຫາຍຫລາຍ​ຕື້ລ້ານໂດ​ລາ​ໃຫ້​ແກ່​ຊາວ​ປະມົງ​ແລະ​ພວກທີ່ໄດ້​
ຮັບເຄາະ​ຮ້າຍອື່ນໆ ທີ່​ໄດ້ຟ້ອງ​ຮ້ອງ​ ກ່ຽວ​ກັບອຸປະຕິ​ເຫດນໍ້າມັນ​ຮົ່ວ ຢູ່​ໃນ​ເຂດອ່າວ
ແມັ​ກຊິ​ໂກ​ ໃນ​ປີ 2010​.

ບໍ​ລິ​ສັດ BP ​ກ່າວ​ວ່າ ຂໍ້ຕົກລົງໃນ​ມູນ​ຄ່າ 7 ພັນ 800 ລ້ານໂດ​ລາ ​ແມ່ນພາກສ່ວນນຶ່ງ
ຂອງການຕົກລົງກ່ຽວເລື່ອງ​ນີ້ ​ແລະ​ຄາດວ່າເງິນຈຳນວນ​ດັ່ງກ່າວ​ນີ້ຈະມາ​ຈາກ​ກອງ​ທຶນມູນ​
ຄ່າ 20 ພັນ​ລ້ານ​ໂດ​ລາ​ ທີ່​ໄດ້​ຕັ້ງ​ໄວ້​ກ່ອນ​ໜ້ານີ້ ເພື່ອ​ຊົດ​ໃຊ້ຄ່າ​ເສຍ​ຫາຍນັ້ນ.

ສຳ​ຫຼັບຄະດີ​ຂອງ​ລັດຖະບານ​ສະຫະລັດ ທີ່​ພົວພັນ​ກັບ​ບໍລິສັດ BP ຍັງ ບໍ່​ທັນ​ໄດ້​ມີ​ການ​
ຕົກລົງ​ກັນ​ເທື່ອ.

ຜູ້​ພິພາກສາ ສະຫະລັດ ທ່ານ Carl Barbier ກ່າວ​ວ່າ ການ​ຕົກລົງ​ທີ່​ໄດ້​ປະກາດໃນ​
ຕອນ​ສວຍ​ຂອງ​ວັນ​ສຸກ ຊຶ່ງບັດ​ນີ້ຈະ​ຖືກ​ສົ່ງ​ໄປ​ໃຫ້​ສານ​ເພື່ອ​ໃຫ້ການ​ອະນຸ​ມັດ. ​ທ່ານ​
ກ່າວອີກ​ວ່າ ການດໍາ​ເນີນ​ຄະ​ດີ​ ທີ່​ກຳນົດ​ໃສ່​ມື້ວັນ​ຈັນຈະ​ມາ​ນີ້ ​ໄດ້​ມີ​ການເລື່ອນ​ເວລາ​
ອອກ​ໄປເປັນ​ເທື່ອ​ທີສອງ. ຍັງ​ບໍ່ທັນມີ​ການ​ປະກາດ​ໃຫ້​ຊາບ ກ່ຽວ​ກັບການ​ນັດ​ໝາຍ​
ໃໝ່​ເທື່ອ.

ຄະ​ດີ​ດັ່ງ​ກ່າວ​ນີ້ໄດ້​ເກີດ​ຂື້ນ​ ຍ້ອນ​ເຫດລະ​ເບີດ ຢູ່​ທີ່ບ່ອນ​ຂຸດບໍ່​ນໍ້າມັນ Deepwater
Horizon ຂອງ​ບໍລິສັດ BP ທີ່​ຕັ້ງຢູ່ໃນ​ອ່າວ​ແມັກຊິ​ໂກ ນອກຝັ່ງ​ທະ​ເລຂອງ​ລັດ
Louisiana ​ໃນ​ພາກ​ໃຕ້​ຂອງ​ສະຫະລັດ ​ໃນ​ເດືອນ​ເມສາ ປີ 2010.

ເຫດ​ລ​ະ​ເບີດ​ໄດ້​ເຮັດ​ໃຫ້​ພະນັກງາ​ນ​ເຈາະ​ນໍ້າມັນເສຍ​ຊີວິດ​ໄປ 11 ຄົນ ​ແລະເຮັດ​ໃຫ້​ນໍ້າ
ມັນ​ດິບຫຼາຍລ້ານ​ກາ​ລອນຮົ່ວ​ໄຫຼອອກ​ມາ​ແລະ​ໄຫຼ​ເຂົ້າສູ່​ແຄມ​ຝັ່ງ​ຂອງ​ຫລາຍ​ລັດ​ໃນ​ຂົງ
ເຂດ​ຂອງ​ອ່າວແມັກ​ຊິ​ໂກ ຊຶ່ງ​ໄດ້ທໍາ​ລາຍ​ຊີວິດຂອງສັດສາ​ວາ​ສິ່ງ​ຕ່າງໆ ​ແລະ​ທໍາ​ລາຍ
ຊີວິດການ​ເປັນ​ຢູ່​ຂອງ​ປະ ຊາຊົນ​ໃນ​ຂົງ​ເຂດ.

ລັດຖະບານ​ສະຫະລັດ ກໍາລັງຟ້ອງ​ຮ້ອງ​ອີກຕ່າງຫາກ​ໃນ​ຄະດີ​ນຶ່ງ ທີ່​ແນ່​ໃສ່ການ​ເອົາ​
ຄວາມ​ຮັບຜິດ​ຊອບ​ກ່ຽວ​ກັບ​ລ​ະ​ເບີດ. ​ໃນ​ເດືອນ​ກັນຍາ​ແລ້ວນີ້ ​ເຈົ້າ​ໜ້າທີ​ຂອງ​ໜ່ວຍ
ຍາມ​ຝັ່ງ​ສະຫະລັດ​ຈຸ​ນຶ່ງແລະ​ເຈົ້າ​ໜ້າ​ທີ່ຄວບ​ຄຸມ ລະບຽບຕ່າງໆ​ຂອງ​ລັດຖະບານ​ກາງ ​
ໄດ້​ອອກລາຍ​ງານ​ສະບັບ​ນຶ່ງທີ່​ລົງ​ຄວາມ​ເຫັນ​ວ່າ ບໍ​ລິ​ສັດນໍ້າມັນ BP ຕ້ອງ​ເປັນ​ຜູ້​ຮັບ
ຜິດ​ຊອບ​ທັງ​ໝົດ ກ່ຽວກັບ​ການ​ຮົ່ວ​ໄຫຼຂອງ​ນໍ້າມັນ​ໃນ​ຄັ້ງນີ້.

XS
SM
MD
LG