ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດສັ່ງໃຫ້ບີພີຕໍ່ເວລາ ໃນການກວດສອບຝາອັດ


ເຈົ້າໜ້າທີ່ ອະວຸໂສທ່ານນຶ່ງ ຂອງສະຫະລັດ ກ່າວວ່າ ທ່ານໄດ້ສັ່ງໃຫ້ ບໍລິສັດບີພີ ທຳການທົດສອບ ຝາອັດໃໝ່ ຂອງບໍ່ນໍ້າມັນທີ່ຮົ່ວ ໃນເຂດອ່າວເມັກຊິໂກ ຕື່ມອີກ 24 ຊົ່ວໂມງ.

ຫົວໜ້າຄະນະ ຮັບມືກັບນໍ້າມັນຮົ່ວ ຂອງລັດຖະບານ ສະຫະລັດ ພົນເຮືອເອກ ເບ້ຍບຳນານ THAD ALLEN ກ່າວໃນວັນອັງຄານ ວານນີ້ວ່າ ພວກເຈົ້າໜ້າທີ່ ມີຄວາມເພິ່ງພໍໃຈ ກ່ຽວກັບ ຄວາມກ້າວໜ້າ ໃນການຕິດຕາມເບິ່ງ ຜົນການກວດ ຂອງບໍ່ນໍ້າມັນ ແລະປ້ອງກັນບໍ່ໃຫ້ ນໍ້າມັນຮົ່ວໄຫຼ ອອກໄປໃສ່ ອ່າວເມັກຊິໂກ.

ທ່ານເວົ້າວ່າ ມີການພົບເຫັນວ່າ ຍັງມີການຮົ່ວໄຫຼ ຂະໜາດນ້ອຍ ຂອງນໍ້າມັນ ແລະແກັສ​ເມເທນ ໃນບໍລິເວນ ອ້ອມແອ້ມ ບໍ່ນໍ້າມັນ ແຕ່ກໍບໍ່ມີຮ່ອງຮອຍ ທີ່ສະແດງ ໃຫ້ເຫັນວ່າ ບໍ່ນໍ້າມັນ ທີ່ວ່ານີ້ ບໍ່ມີຄວາມທຸ່ນທ່ຽງ ແຕ່ປະການໃດ.

ໃນອີກດ້ານນຶ່ງນັ້ນ ບໍລິສັດບີພີ ພວມພິຈາລະນາ ກ່ຽວກັບ ແຜນການໃໝ່ ໃນການຫາທາງ ອຸດຕັນ ບໍ່ນໍ້າມັນທີ່ຮົ່ວ.

ແຜນການ ທີ່ວ່ານີ້ ແມ່ນຈະປໍ້າ ເອົາຂີ້ຕົມ ເຂົ້າໄປໃນ ບໍ່ນໍ້າມັນທີ່ຮົ່ວ ໃນຄວາມພະຍາຍາມ ເພື່ອອຸດຕັນ ແລະປ້ອງກັນ ບໍ່ໃຫ້ນໍ້າມັນ ໄຫຼອອກ ໄປໃສ່ທະເລ. ຫຼັງຈາກນັ້ນ ກໍຈະໃຊ້ຊີມັງ ອັດປາກ ບໍ່ນໍ້າມັນແຫ່ງນີ້ ຢ່າງເປັນການຖາວອນ.

ພ້ອມ​ດຽວ​ກັນນີ້ ບໍລິສັດ ນໍ້າມັນບີພີ ກ່າວວ່າ ຕົນຈະຂາຍຊັບສິນ ມູນຄ່າ 7 ພັນລ້ານໂດລາ ໃຫ້ແກ່ ບໍລິສັດນໍ້າມັນ APACHE ທີ່ມີສຳນັກງານ ໃນສະຫະລັດ ເພື່ອຊ່ອຍສົມທົບ ທຶນຄ່າໃຊ້ຈ່າຍ ກ່ຽວກັບບໍ່ນໍ້າມັນທີ່ຮົ່ວ ໃນເຂດອ່າວເມັກຊິໂກ.

ບໍລິສັດບີພີ ກ່າວໃນວັນອັງຄານ ວານນີ້ວ່າ ຕົນຈະຂາຍຊັບສິນ ໃນດ້ານນໍ້າມັນ ແລະແກັສ ທຳມະຊາດ ຂອງຕົນ ຢູ່ໃນສະຫະລັດ ການາດາ ແລະອີຈິບ.

ບໍລິສັດບີພີ ຕັ້ງໃຈ ທີ່ຈະຂາຍຊັບສິນ 10 ພັນລ້ານໂດລາ ເພື່ອຊ່ອຍເປັນ ຄ່າໃຊ້ຈ່າຍ​ ໃນ​ການ​ຊົດ​ໃຊ້ ຄວາມເສຍຫາຍ ຈາກການຮົ່ວ​ໄຫລ ຂອງນໍ້າມັນ ທີ່ຮ້າຍແຮງສຸດ ໃນປະວັດສາດ ຂອງສະຫະລັດ ແລະ​ໄດ້ສັນຍາວ່າ ຈະຕັ້ງກອງທຶນ ໃນມູນຄ່າ ປະມານ 20 ພັນລ້ານໂດລາ ເພື່ອຈ່າຍເງິນຊົດເຊີຍ ໃຫ້ແກ່ທຸລະກິດ ແລະປະຊາຊົນ ທີ່ໄດ້ຮັບ ຄວາມເສຍຫາຍນັ້ນ.

ໃນມື້ວັນຈັນ ຜ່ານມານີ້ ບໍລິສັດບີພີ ກ່າວວ່າ ມາຮອດປັດຈຸບັນ ຕົນໄດ້ໃຊ້ຈ່າຍເງິນ ໄປແລ້ວ ປະມານ 4 ພັນລ້ານໂດລາ ໃນການຮັບມື ກັບໄພພິບັດ ນໍ້າມັນຮົ່ວ ໃນເຂດອ່າວ ເມັກຊິໂກ.

XS
SM
MD
LG