ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບີພີ: ຄ່າມ້ຽນມັດອານາໄມ ນໍ້າມັນຮົ່ວຕົກເປັນເກືອບ 4 ຕື້$ແລ້ວ


ບໍລິສັດນໍ້າມັນຂອງ​ອັງກິດ ບີພີ ຫລື British Petroleum ກ່າວ​ວ່າ ຕົນໄດ້ໃຊ້ຈ່າຍເງິນໄປແລ້ວ ​ເປັນຈຳນວນເກືອບ 4 ພັນລ້ານໂດລາ ​ໃນ​ການ​ຮັບ​ມື​ກັບເຫດນໍ້າມັນຮົ່ວໄຫລທີ່ໃຫຍ່ທີ່ສຸດໃນອ່າວແມ໊ກຊິໂກນັ້ນ.

ບີພີກ່າວ​ໃນວັນຈັນມື້ນີ້ວ່າ ຕົນກຳລັງສືບ​ຕໍ່ທຳການທົດສອບຢູ່ບໍ່ນໍ້າມັນ​ທີ່ ຮົ່ວ​ຢູ່ໃຕ້ທະ​ເລນັ້ນ​ ເພື່ອຢາກຮູ້ວ່າຝາປິດບໍ່ນ້ຳມັນທີ່ຕິດຕັ້ງໃສ່ເມື່ອອາທິດ ຜ່ານມານີ້ ສາມາດຕັນຮູນ້ຳມັນໄດ້ດີແທ້ຫລືບໍ່.

ແຕ່ຖະແຫລງການຂອງບໍລິສັດບີພີ ບໍ່ໄດ້ກ່າວເຖິງການພົບເຫັນນໍ້າມັນ ຮົ່ວຊຶມ ຢູ່ໄກ້ໆບໍ່ນ້ຳມັນ ​ໃນວັນອາທິດວານນີ້.

ລັດຖະບານສະຫະລັດໄດ້ອອກຄຳສັ່ງໃຫ້ ບໍລິສັດບີພີສະ​ເໜີແຜນສຳລັບ ​ໄຂບໍ່ນໍ້າມັນທີ່​ຫາ​ກໍ​ອັດ​ໄວ້ນັ້ນຄືນໃໝ່ ຫລັງຈາກພວກນັກວິສະວະກອນ ພົບເຫັນບ່ອນນໍ້າມັນຮົ່ວອອກມາຕາມພື້ນທະເລ ຢູ່ໄກ້ໆບໍ່​ເກົ່ານັ້ນ.

ທ່ານ Thad Allen ເຈົ້າໜ້າທີ່ສະຫະລັດ ທີ່ເປັນຜູ້ກຳກັບດູແລນຳການ ຮັບ​ມືຂອງລັດຖະບານ​ກັບ​ເຫດນໍ້າມັນຮົ່ວໄຫລນີ້ ໄດ້ສັ່ງໃຫ້ບໍລິສັດບີພີ ນຳສະເໜີ ກຳມະວິທີເປັນລາຍລັກອັກສອນສຳລັບເປີດບໍ່ນໍ້າມັນອີກ ຖ້າຫາກລາຍງານຢືນຢັນວ່າ ຍັງມີນໍ້າມັນຮົ່ວ​ໄຫລອອກ​ມາຢູ່ນັ້ນ.

ຂະນະ​ດຽວ​ກັນ ທ່ານ Doug Suttles ຫົວໜ້າຝ່າຍປະຕິບັດການຂອງ ບີພີກ່າວວ່າ ຝາອັດ​ບໍ່​ນໍ້າມັນ​ອັນ​ໃໝ່​ສາມາດ​ຕັນ ບໍ່​ໃຫ້​ນໍ້າມັນ​ຮົ່ວ​ໄຫລ ອອກ​ມາ​ໄດ້​ຮອດ 6 ໝື່ນ​ຖັງ​ຕໍ່​ມື້ ມາ​ຮອດ​ປັດຈຸບັນ.

XS
SM
MD
LG