ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນໍ້າມັນ ຍັງສືບຕໍ່ຮົ່ວໄຫຼ ທີ່ອ່າວເມັກຊິໂກ


ຫົວໜ້າ ບໍລິຫານງານ ຂອງບໍລິສັດບີພີ ກ່າວວ່າ ບໍລິສັດຂອງທ່ານ ຈະສືບຕໍ່ ດຳເນີນຂັ້ນຕອນ ອຸດຕັນ ເພື່ອຢຸດຕິ ການຮົ່ວໄຫຼ ຂອງນໍ້າມັນ ທີ່ຮ້າຍແຮງສຸດ ໃນປະວັດສາດ ຂອງສະຫະລັດ ຕາບໃດທີ່ ທາງບໍລິສັດບີພີ ຍັງເຊື່ອວ່າ ຈະປະສົບຜົນສຳເລັດ.

ທ່ານ DOUG SUTTLES ກ່າວໃນວັນສຸກ ວານນີ້ວ່າ ຈະໃຊ້ເວລາ ຮອດມື້ອື່ນ ຫຼືຊ້າໄປກວ່ານັ້ນ ກ່ອນຈະຮູ້ຈັກວ່າ ການປະຕິບັດງານນີ້ ໄດ້ຜົນຫຼືບໍ່.

ຂັ້ນຕອນທີ່ວ່ານີ້ ແມ່ນພົວພັນນຳ ການປໍ້າຂອງແຫຼວ ທີ່ມີລັກສະນະ ຄ້າຍຄືຂີ້ຕົມ ເຂົ້າໄປໃນບໍ່ນໍ້າມັນທີ່ຮົ່ວ ເພື່ອສະກັດກັ້ນ ການໄຫຼຂອງນໍ້າມັນ ຫຼັງຈາກນັ້ນ ກໍໃຊ້ຊີມັງ ປິດບ່ອນຮົ່ວ.

ນອກນັ້ນແລ້ວ ທ່ານ SUTTLES ຍັງເວົ້າວ່າ ບໍລິສັດບີພີ ໄດ້ປະສົບ ຄວາມສຳເລັດ ເປັນບາງສ່ວນ ໃນຂັ້ນຕອນ ການສີດແຜ່ນໂລຫະ ແລະບານຢາງ ເຂົ້າໄປໃສ່ ບ່ອນຮົ່ວຂອງນໍ້າມັນ ດ້ວຍຄວາມໄວສູງ.

ໃນມື້ວານນີ້ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ເດີນທາງ ໄປຢ້ຽມຢາມ ບໍລິເວນ ແຄມຝັ່ງທະເລ ຂອງລັດຫຼຸາຍເຊຍນາ ແລະເອີ້ນ ການຮົ່ວໄຫຼ ຂອງນໍ້າມັນ ທີ່ອ່າວເມັກຊິໂກ ນີ້ວ່າ ເປັນການໂຈມຕີ ຕໍ່ແຄມຝັ່ງທະເລ ຂອງສະຫະລັດ. ທ່ານໄດ້ກ່າວຢໍ້າ ເຖິງການໃຫ້ ຄຳໝັ້ນສັນຍາ ຂອງທ່ານທີ່ວ່າ ຈະເປັນຜູ້ຮັບຜິດຊອບ ໃນການຢຸດຕິ ການຮົ່ວໄຫຼ ຂອງນໍ້າມັນ.

XS
SM
MD
LG