ລູກຊາຍອາຍຸສອງປີຂອງແມ່ຍິງຊາວ ເຢເມນ ຄົນນຶ່ງ ຜູ້ທີ່ໄດ້ຟ້ອງຮ້ອງສຳລັບການຖືກ
ຍົກເວັ້ນ ຈາກການຫ້າມເດີນທາງຂອງລັດຖະບານທ່ານ ທຣຳ ເພື່ອໄປຢູ່ກັບລູກຊາຍທີ່
ລົ້ມປ່ວຍຂອງລາວໃນສະຫະລັດ ນັ້ນ ໄດ້ເສຍຊີວິດແລ້ວ. ອີງຕາມກການກ່າວຂອງກຸ່ມ
ສົ່ງເສີມສິດທິມະນຸດກຸ່ມນຶ່ງ.
ທ້າວ ອັບດູລລາຮ ຮາຊຊານ ໄດ້ເສຍຊີວິດໃນວັນສຸກທີ່ຜ່ານມາ ຢູ່ທີ່ໂຮງໝໍເດັກນ້ອຍ
UCSF ໃນເມືອງໂອກແລນ ບ່ອນທີ່ພໍ່ຂອງລາວ ທ່ານ ອາລີ ຮາຊຊານ ໄດ້ນຳພາລາວ
ມາໃນລະດູໃບໄມ້ຫຼົ່ນທີ່ຜ່ານມາ ເພື່ອປີ່ນປົວພະຍາດສະໝອງສະໝອງຜິດປົກກະຕິ
ຕາມກກຳມະພັນ, ອີງຕາມການກ່າວຂອງ ສະພາຄວາມສຳພັນອາເມຣິກັນ ອິສລາມ.
ພິທີສົ່ງສະການໄດ້ຖືກຈັດຂຶ້ນໃນຕອນທ່ຽງວັນເສົາວານນີ້.
ທ່ານຮາຊຊານໄດ້ກ່າວຢູ່ໃນຖະແຫຼງການທີ່ຖືກເປີດເຜີຍອົງການດັ່ງກ່າວວ່າ ພວກ
ເຮົາເສຍໃຈ. ພວກເຮົາຕ້ອງໄດ້ກ່າວອຳລາລູກນ້ອຍຂອງພວກເຮົາ ແສງສະຫວ່າງ
ແຫ່ງຊີວິດຂອງພວກເຮົາ”.
ທ່ານ ຮາຊຊານ ແມ່ນຄົນສັນຊາດອາເມຣິກັນ ຜູ້ທີ່ຢູ່ເມືອງ ສຕັອກຕັນ. ລາວ ແລະ
ພັນລະຍາ ນາງ ໄຊມາ ສວີເລ ໄດ້ຍ້າຍໄປຢູ່ປະເທດ ອີຈິບ ຫຼັງຈາກໄດ້ແຕ່ງງານຢູ່ໃນ
ປະເທດ ເຢເມນ ທີ່ຖືກທຳລາຍໂດຍສົງຄາມໃນໃນປີ 2016. ນາງ ສວີເລ ບໍ່ມີສັນຊາດ
ອາເມຣິກັນ ແລະ ໄດ້ຢູ່ໃນປະເທດອີຈິບ ໃນຂະນະທີ່ໄດ້ຕໍ່ສູ້ເອົາວີຊາມາເປັນເວລານຶ່ງ
ປີເຄິ່ງ ເພື່ອວ່າຄອບຄົວຈະຍົກຍ້າຍມາຢູ່ ສະຫະລັດ.
ບັນດາປະຊາຊົນຈາກ ເຢເມນ ແລະ ອີກສີ່ປະເທດອື່ນໆທີ່ເປັນປະເທດມຸສລິມ ພ້ອມ
ກັບ ເກົາຫຼີເໜືອ ແລະ ເວເນຊູເອລາ ໄດ້ຖຶກຫ້າມຈາກການເຂົ້າມາສະຫະລັດ ພາຍ
ໃຕ້ການຫ້າມເດີນທາງຂອງ ປະທານາທິບໍດີ ດໍໂນລ ທຣຳ.
ເວລາສຸຂະພາບຂອງເດັກນ້ອຍຄົນດັ່ງກ່າວໄດ້ສຸດໂຊມລົງ ພໍ່ຂອງລາວໄດ້ເດີນທາງ
ໄປລັດຄາລິຟໍເນຍ ໃນເດືອນຕຸລາທີ່ຜ່ານມາ ເພື່ອຂໍຄວາມຊ່ວຍເຫຼືອໃຫ້ແກ່ລູກຊາຍ.
ໃນຂະນະທີ່ທັງສອງຄົນໄດ້ຕໍ່ສູ້ກັບການຂໍຍົກເວັ້ນ, ບັນດາທ່ານໝໍໄດ້ໃຫ້ທ້າວ ອັບ
ດູລລາຣ ໃສ່ເຄື່ອງຈັກຊ່ວຍຊີວິດໄວ້.
ທ່ານ ຮາຊຊານ ໄດ້ກ່າວດ້ວຍຄວາມໂສກເສົ້າຢູ່ກອງປະຊຸມຖະແຫຼງຂ່າວໃນຕົ້ນເດືອນ
ນີ້ວ່າ “ພັນລະຍາຂອງຂ້າພະເຈົ້າໂທລະສັບຫາຂ້າພະເຈົ້າທຸກໆມື້ ລາວຢາກຕ້ອງການ
ຈູບ ແລະ ກອດລູກຊາຍຂອງລາວເປັນເທື່ອສຸດທ້າຍ.”
ທ່ານໄດ້ເລີ້ມໝົດຄວາມຫວັງ ແລະ ໄດ້ພິຈາລະນາທີ່ຈະປົດເຄື່ອງຈັກຊ່ວຍຊີວິດອອກ
ຈາກລູກຊາຍ ເພື່ອຢຸດຄວາມທໍລະມານຂອງລາວ. ແຕ່ວ່າເວລານັ້ນ ເຈົ້າໜ້າທີ່ສັງຄົມ
ສົງເຄາະໂຮງໝໍໄດ້ເຂົ້າຫາ ສະພາຄວາມສຳພັນອາເມຣິກັນອິສລາມ ຊຶ່ງໄດ້ທຳການ
ຟ້ອງຮ້ອງໃນວັນທີ 16 ເດືອນທັນວາທີ່ຜ່ານມາ. ອີງຕາມການກ່າວຂອງທ່ານ ບາຊິມ
ແອລກາຣຣາ ຜູ້ອຳນວຍການໃຫຍ່ຂອງກຸ່ມດັ່ງກ່າວ ໃນນະຄອນ ຊາກຣາເມັນໂຕ.
ກະຊວງຕ່າງປະເທດ ສະຫະລັດ ໄດ້ອະນຸມັດ ຍົກເວັ້ນໃຫ້ນາງ ສວີເລ ໃນວັນຕໍ່ມາ.
ນາງໄດ້ຖືກຖ່າຍຮູບ ອູ້ມກອດລູກຊາຍຂອງນາງຢູ່ໃນໂຮງໝໍ ເມື່ອ 10 ວັນທີ່ຜ່ານມາ.