ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິບເອກ Bowe Bergdhal ກັບຄືນມາ ເຖິງ ສຫລ ແລ້ວ (ວີດີໂອ)


ສູນກາງການແພດ ກອງທັບບົກ ສຫລ ທີ່ເມືອງ San Antonio ໃນລັດເທັກຊັສ
ສູນກາງການແພດ ກອງທັບບົກ ສຫລ ທີ່ເມືອງ San Antonio ໃນລັດເທັກຊັສ
ສິບເອກທະຫານອາເມຣິກັນ ທີ່ຖືກພວກຕາລີບານຈັບເປັນເວລາ
ເກືອບ 5 ປີນັ້ນ ໄດ້ເດີນທາງກັບຄືນມາສູ່ສະຫະລັດແລ້ວ.

ເຈົ້າໜ້າທີ່ຂອງກອງທັບສະຫະລັດ ກ່າວວ່າ ສິບເອກ Bowe Berg-
dahl ທີ່ໄດ້ຮັບການປິ່ນປົວຢູ່ໂຮງໝໍທະຫານໃນເຢຍຣະມັນນັ້ນໄດ້ ເດີນທາງມາເຖິງສູນກາງການແພດກອງທັບບົກສະຫະລັດທີ່ເມືອງ
San Antonio ໃນ Texas ໃນຕອນເຊົ້າວັນສຸກມື້ນີ້.

ສິບເອກ Bergdahl ອາຍຸ 28 ປີໄດ້ຮັບອິດສະຫຼະພາບເມື່ອສອງອາ
ທິດກ່ອນ ເວລາປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຕົກລົງໃຫ້ມີການແລກ ປ່ຽນນັກໂທດ ໂດຍໄດ້ປ່ອຍພວກຜູ້ຕ້ອງສົງໄສ ເປັນຜູ້ກໍ່ການຮ້າຍ ຕາລີບານ 5 ຄົນ ຈາກຄຸກທະຫານທີ່ອ່າວ Guantanamo ໃນປະເທດຄິວບາ ແລະສົ່ງພວກ ກ່ຽວໄປຍັງ Qatar ຊຶ່ງໄດ້ຕົກລົງ ທີ່ໃຫ້ພວກກ່ຽວຢູ່ທີ່ນັ້ນ ເປັນເວລານຶ່ງປີ.

ຫຼັງຈາກໄດ້ມີການຕື່ນເຕັ້ນຂັ້ນຕົ້ນຢູ່ໃນສະຫະລັດກ່ຽວກັບການປ່ອຍຕົວສິບເອກ Bergdahl ແລ້ວ ກໍລະນີຂອງຜູ້ກ່ຽວໄດ້ກໍ່ໃຫ້ເກີດມີການອະພິປາຍກັນຢ່າງຂຸ້ນຂ້ຽວຢູ່ໃນທົ່ວປະເທດ. ສະ ມາຊິກລັດຖະສະພາບາງທ່ານຂອງສະຫະລັດ ໄດ້ຕຳໜິຕິຕຽນ ທ່ານໂອບາມາ ກ່ຽວກັບການ ປ່ອຍພວກເຈົ້າໜ້າທີ່ຕາລີບານ ຊຶ່ງພວກທ່ານເຊື່ອວ່າ ໃນທີ່ສຸດ ກໍຈະຊອກຫາຊ່ອງທາງເພື່ອ ທຳລາຍສະຫະລັດ ບໍ່ໃນທາງໃດ ກໍໃນທາງນຶ່ງ ໃນຂະນະທີ່ພວກອື່ນໆ ຕິຕຽນປະທານາທິບໍ
ດີວ່າ ບໍ່ປະຕິບັດຕາມ ກົດໝາຍສະຫະລັດ ທີ່ບັງຄັບວ່າ ຕ້ອງໄດ້ແຈ້ງ ໃຫ້ລັດຖະສະພາ ຊາບ ພາຍໃນເວລາ 30 ມື້ ກ່ອນທີ່ພວກນັກໂທດ ຢູ່ອ່າວ Guantanamo ຈະຖືກປ່ອຍນັ້ນ.
US BERGDAHL UPD VO
please wait
Embed

No media source currently available

0:00 0:00:48 0:00
XS
SM
MD
LG