ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ອາ​ລ​ຈີ​ເຣຍ ທ່ານ​ບູ​ເຕີ​ພ​ລິ​ກາ ກັບ​ຄືນ​ປະ​ເທດ ທ່າມ​ກາງ​ການ​ປະ​ທ້ວງ


ເຮືອ​ບິນ​ລັດ​ຖະ​ບານອ​າລ​ຈີ​ເຣຍ ລຳ​ນຶ່ງ ກຳ​ລັງ​ຂຶ້ນ​ຈາກ​ເດີ່ນ​ບິນ Cointrin ໃນ​ນະ​ຄອນ​ເຈ​ນີ​ວາ ປະ​ເທດ​ຊະ​ວິດ​ເຊີ​ແລນ ວັນ​ທີ 10 ມີ​ນາ 2019.
ເຮືອ​ບິນ​ລັດ​ຖະ​ບານອ​າລ​ຈີ​ເຣຍ ລຳ​ນຶ່ງ ກຳ​ລັງ​ຂຶ້ນ​ຈາກ​ເດີ່ນ​ບິນ Cointrin ໃນ​ນະ​ຄອນ​ເຈ​ນີ​ວາ ປະ​ເທດ​ຊະ​ວິດ​ເຊີ​ແລນ ວັນ​ທີ 10 ມີ​ນາ 2019.

ປະ​ທາ​ນາ​ທິບໍດີ​ອາ​ລ​ຈີ​ເຣຍ ທ່ານ​ອັບ​ເດີ​ລາ​ຊິ​ສ ບູ​ເຕີ​ຟ​ລິ​ກາ ໄດ້​ມາ​ເຖິງ​ອາ​ລ​ ຈີ​ເຣຍ ໃນ
​ວັນ​ອາ​ທິດ ທ່າມ​ກາງ​ການ​ປະ​ທ້ວງ​ຕ້ານ​ການ​ສະ​ໝັກແຂ່ງ​ຂັນ​ສະ​ໄໝ​ທີ່​ຫ້າ​ຂອງ​ການ
​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານ ບູ​ເຕີ​ຟ​ລິ​ກາ ອາ​ຍຸ 82 ປີ ໄດ້​ຢູ່​ໃນ​ນະ​ຄອນ​ເຈ​ນີວາ​ເປັນ​ເວ​ລາ​ສອງ​ອາ​ທິດ ໄດ້​ຮັບ​
ອັນ​ທີ່​ຫ້ອງ​ການ​ຂອງ​ທ່ານ​ຮ້ອງວ່າ ການກວດ​ສຸ​ຂະ​ພາບ​ປະ​ຈຳ. ແຕ່​ຫຼາຍ​ຄົນ​ໄດ້​ຊ່າ​ລື​
ວ່າ ​ສຸ​ຂະ​ພາບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຍາວ​ນານ ຜູ້​ທີ່​ບໍ່ປາກົດ​ຢູ່​ໃນ​ສາ​ທາ​ລະ​ນະຊົນ ​ນັບ
​ແຕ່​ເປັນ​ອຳ​ມະ​ພາດ​ໃນ​ປີ 2013 ເຫັນວ່າ​ຮ້າຍ​ແຮງ​ໄປ​ກວ່າ​ເກົ່າ.

ເຮືອ​ບິນລັດ​ຖະ​ບານ​ອາລຈີ​ເຣຍລຳ​ນຶ່ງ ທີ່​ລີ້​ຢູ່​ໃນ​ບ່ອນ​ຈອດ ທີ່ແນມ​ບໍ່​ເຫັນ​ນັ້ນ ໄດ້​ຖືກ
ລາຍ​ງານ​ວ່າ ​ບິນ​ອອກ​ຈາກ​ນະ​ຄອນ​ເຈ​ນີ​ວາ​ປະ​ມານ 1500 GMT ຫຼື 11 ໂມງ​ຕອນ
​ເຊົ້າສາ​ກົນ. ລັດ​ຖະ​ບານ​ອາ​ລ​ຈີ​ເ​ຣຍ ບໍ່​ໄດ້​ປະ​ກາດ​ໂດຍ​ທັນ ​ທີ່​ເຖິງ​ຈຸດ​ປະ​ສົງ​ຂອງ​ການ
​ບິນ ທີ່​ໄດ້​ລົງ​ເດີ່ນ​ເຈ​ນີ​ວາ​ໃນ​ຕອນ​ເຊົ້າວັນ​ອາ​ທິດວານນີ້.

ການ​ປະ​ທ້ວງ​ຕ້ານ​ການ​ແຂ່ງ​ສະ​ໝັກ​ສະ​ໄໝ​ທີ່​ຫ້າ​ຂອງ ​ທ່ານບູ​ເຕີ​ຟ​ລິ​ກາ ໄດ້​ເຂົ້າ​ເປັນ
​ອາ​ທິດ​ທີ​ສາມ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້ ພ້ອມ​ດ້ວຍ​ຫຼາຍ​ພັນ​ຄົນພາ​ກັນ​ຫຼັ່ງ​ໄຫຼ​ເຂົ້າ​ສູ່​ຖະ​
ໜົນ​ຫົນ​ທາງ​ໃນ​ອາ​ລ​ຈີ​ເຣຍ ພ້ອມ​ດ້ວຍ​ນະ​ຄອນ​ຫຼວງ​ປາ​ຣີ ຊຶ່ງ​ເປັນ​ບ້ານ​ເຮືອນ​ຂອງ
ປະ​ຊາ​ຊົນອາ​ລ​ຈີ​ເຣຍ​ຢ່າງ​ຫຼວງ​ຫຼາຍ.

ທ່ານບູ​ເຕີ​ຟ​ລິ​ກາ ຜູ້​ທີ່​ໄດ້​ປົກ​ຄອງ​ປະ​ເທດ​ອາ​ຟ​ຣິ​ກາ​ເໜືອແຫ່ງນັ້ນມາ​ ນັບ​ແຕ່​ປີ 1999
ໄດ້​ຍື່ນ​ໃບສະ​ໝັກເຂົ້າ​ແຂ່ງ​ຂັນສ​ະ​ໄໝ​ທີ່​ຫ້າ​ອາ​ທິດ​ແລ້ວ​ນີ້ ແຕ່​ໄດ້​ປະ​ກາດ​ວ່າ ຖ້າ​ຫາກ
​ຊະ​ນະ ທ່ານ​ຈະ​ຮັບ​ໃຊ້​ພຽງ​ແຕ່​ນຶ່ງ​ປີ ກ່ອນ​ຈັດການ​ເລືອກ​ຕັ້ງ​ໃໝ່.

​ທ່ານບູ​ເຕີ​ຟ​ລິ​ກາ ໄດ້​ເຕືອນ​ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ​ວ່າ ພວກ​ຍຸຍົງອາດ​ພະ​ຍາ​ຍາມ​
ແຊກ​ຊືມເຂົ້າໄປໃນ​ການ​ປະ​ທ້ວງ ເພື່ອ​ກໍ່​ກວນ​ຄວາມ​ບໍ່​ສະ​ຫງົບ​ຢູ່​ຕໍ່​ໜ້າການ​ເລືອ​ກ​ຕັ້ງ
​ໃນ​ວັນ​ທີ 18 ເມ​ສາ. “ພວກ​ເຮົາ​ຕ້ອງ​ຮຽກ​ຮ້ອງ​ໃຫ້​ເປັນ​ຫູ​ເປັນ​ຕາ ແລະ​ລະ​ມັດ​ລະ​ວັງ
ໃນກໍ​ລະ​ນີ​ທີ່​ການ​ສະ​ແດງ​ອອກ​ມາ​ຢ່າງ​ສັນ​ຕິ​ ຖືກ​ແຊກ​ຊືມ​ໂດຍພັກ​ທີ່​ລັກ​ລອບຈຳ​ນວນ
​ນຶ່ງ ທີ່​ອາດ​ສ້າງ​ຄວາມ​ວຸ້ນ​ວາຍ” ດັ່ງທີ່​ທ່າ

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG