ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄູ່ສາມີພັນລະຍາຄອບຄົວບຸນຊ່ວຍ ໃຫ້ສຳພາດກັບ VOA


ຄູ່ສາມີພັນລະຍາຄອບຄົວບຸນຊ່ວຍ ໃຫ້ສຳພາດກັບ VOA
ຄູ່ສາມີພັນລະຍາຄອບຄົວບຸນຊ່ວຍ ໃຫ້ສຳພາດກັບ VOA

ດັ່ງ​ທີ່​ໄດ້ຮຽນ​ໃຫ້​ຊາບໄປນັ້ນ​ລະ​ວ່າ ທາງລາຍການຊີວິດຊາວລາວໃນຕ່າງແດນຂອງVOA
ໃນ​ທຸກໆ​ຄໍ່າຄືນ​ຂອງ​ວັນ​ພະຫັດ ​ໄດ້​ນຳ​ເລື່ອງ​ລາວ​ຕ່າງໆ​ມາສະ​ເໝີທ່ານຜູ້​ຟັງບໍ່ໄດ້​ຂາດ
ເພາະ​ຈະ​ໄດ້​ສຶກສາ​ຊຶ່ງ​ກັນ​ແລະ​ກັນ. ​ແລະ​ວ່າພວກທີ່​ຖື​ສັນຊາດ​ອື່ນ ​ແຕ່​ມີ​ເສື້ອ​ສາຍ​ລາວ​ນີ້
ພວກ​ເຂົາ​ເຈົ້າໄປ​ຢູ່​ໃດ​ແດ່​ແລ້ວ ແລະ​ມີ​ຄວາມ​ກ້າວໜ້າວັດທະນາຖາວອນ​ຊໍ່າໃດ ຊຶ່ງ​ກໍ​ມີ
ຈຳນວນ​ຫຼວງ​ຫຼາຍ​ໄດ້​ດິບ​ໄດ້​ດີສ້າງ​ຊື່ສຽງ​ໃຫ້ຄົນ​ລາວໄດ້​ພູມ​ໃຈ​ນຳແລະ​ເປັນ​ທີ່ຮູ້ຈັກ​ຂອງ
ຜູ້​ຄົນ​ໃນ​ທົ່ວ​ໂລກ. ​

ຄູ່ສາມີພັນລະຍາຄອບຄົວບຸນຊ່ວຍ ໃຫ້ສຳພາດກັບ VOA
ຄູ່ສາມີພັນລະຍາຄອບຄົວບຸນຊ່ວຍ ໃຫ້ສຳພາດກັບ VOA

ແລະ​ຄໍ່າຄືນ​ນີ້​ພວກ​ເຮົາ​ໄດ້​ຕິດ​ຕໍ່
ສຳພາດ​ພໍ່​ແມ່​ຂອງ​ນາງ​ສາວ​
Alexandra Bounxouei
ຊຶ່ງ​ທ່ານ​ບຸນ​ທະ​ວີ​ໄຊ ​ແລະ​
ຍານາງຈໍ​ດາ​ນາ ບຸນ​ຊ່ວຍ
ໄດ້ມາ​ໂອ້​ລົມ​ກັບທາງ VOA
ກ່ຽວ​ກັບ​ເບື້ອງ​ຫຼັງ​ຄວາມ​ເປັນ
ມາ​ຂອງ​ທັງ​ສອງ ກ່ອນ​ທີ່​ຈະ​
ຕັດສິນ​ໃຈ​ກັບສ​ປປ ລາວ
ຫຼັງ​ຈາກທີ່​ໄດ້​ຈົບ​ການສຶກສາ
ດ້ານ​ດົນຕຣີຈາກ Bulgaria ​
ແລ້ວ​ຊຶ່ງ​ທັງ​ສອງ​ໄດ້​ໂອ້​ລົມ​
ກັບ VOA ຢ່າງ​ເປັນ​ກັນ​ເອງ
ພ້ອມນີ້ທັງສອງຍັງເວົ້າເຖິງ
ລູກສາວ​ Alexandra
Bounxouei ເຊັ່ນກັນ.


ປະຈຸບັນນີ້ ລູກສາວ Alexandra ຫາກໍຈົບການສຶກສາປລິນຍາໂທຈາກຍີ່ປຸນແລະຊາບ
ມາວ່າໄດ້ທຶນສຶກສາທຳປລິນຍາເອກຕໍ່ໃນສາຂາດຽວກັນນຳອີກ ທາງເຮົາຈະນຳຂ່າວຄືບໜ້າ
ຕ່າງໆຂອງ Alexandra ມາສະເໜີທ່ານໃນໂອກາດຕໍ່ໄປ ຂໍເຊີນທ່ານຮັບຟັງບົດສຳພາດ
ຂອງທັງສອງພໍ່ແມ່ຂອງ Alexandra ໄດ້ເລີຍ.

XS
SM
MD
LG