ເມືອງແຟຣັສໂນ ເປັນອີກຫົວນຶ່ງ ທີ່ມີຊຸມຊົນລາວອາເມຣິກັນ ອາໄສຢູ່ເປັນຈຳນວນຫລວງຫຼາຍ. ດຣ. ບຸນລັດ ສຸກສາວົງ ຮານ ທີ່ຫາກໍອອກກິນເບ້ຍບຳນານຫວ່າງສອງປີຜ່ານມານີ້ກ່າວວ່າ ທ່ານບໍ່ສາມາດເກັບກຳໂຕເລກທັງໝົດໄດ້ ແຕ່ກໍມີຜູ້ເສຍຊີວິດ ຫຼາຍສົມຄວນ. ທ່ານ ດຣ. ບຸນລັດ ກ່າວວ່າ:
ເມື່ອບໍ່ດົນມານີ້ ທ່ານ ດຣ. ບຸນລັດ ໄດ້ເຮັດວີດີໂອອອກມາ ເຕືອນຊຸມຊົນລາວໃຫ້ມີຄວາມລະມັດລະວັງ ກ່ຽວກັບພະຍາດໂຄວິດ-19 ຊຶ່ງທ່ານໄດ້ກ່າວເຖິງຈຸດປະສົງໃນການເຮັດວິດີອອກມາເຜີຍແຜ່ວ່າ:
ເມືອງແຟຣັສໂນ ມີຊຸມຊົນລາວອາເມຣິກັນ ອາໄສຢູ່ເກືອບ 8 ພັນຄົນ ອີງຕາມໂຕເລກການສຳຫຼວດສຳມະໂນຄົວໃນປີ 2010 ແລະກໍເປັນຫົວເມືອງນຶ່ງໃນສະຫະລັດທີ່ມີຊົນຊົນລາວອາໄສຢູ່ຫຼາຍເປັນພິເສດ.
ນີ້ແມ່ນຄລິບວີດີໂອຂອງທ່ານ ດຣ. ບຸນລັດ ສຸກສາວົງ ຮານ:
https://www.facebook.com/lacfresno/posts/5331870290171618