ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, 07 ກັນຍາ 2026

ຊາວໄອຣ໌ແລນ ຜູ້ມີສິດປ່ອນບັດ ຮັບຮອງເອົາ ການແຕ່ງງານ ລະຫວ່າງເພດດຽວກັນ

Supporters for same-sex marriage raise a cheer at Dublin Castle as they wait for the result of the referendum, May 23, 2015.
1/5 Supporters for same-sex marriage raise a cheer at Dublin Castle as they wait for the result of the referendum, May 23, 2015.
A same-sex marriage supporter reacts at Dublin Castle in Dublin, Ireland, May 23, 2015.
2/5 A same-sex marriage supporter reacts at Dublin Castle in Dublin, Ireland, May 23, 2015.
A "yes" supporter waits at Dublin castle for the final result in the referendum in Dublin, Ireland, May 23, 2015.
3/5 A "yes" supporter waits at Dublin castle for the final result in the referendum in Dublin, Ireland, May 23, 2015.
Rory O'Neill, known by the Drag persona Panti, celebrates with "yes" supporters at Dublin Castle, Ireland, May 23, 2015.
4/5 Rory O'Neill, known by the Drag persona Panti, celebrates with "yes" supporters at Dublin Castle, Ireland, May 23, 2015.
Supporters for same-sex marriage hold an inflatable "Yes" sign as they waited for the announcement on the referendum, which was approved, in Dublin castle, May 23, 2015.
5/5 Supporters for same-sex marriage hold an inflatable "Yes" sign as they waited for the announcement on the referendum, which was approved, in Dublin castle, May 23, 2015.
Previous slide
Next slide

ຊາວໄອຣ໌​ແລນ ​ໄດ້ພາກັນອອກສຽງ​ ເຫັນ​ດີ​ຢ່າງ​ຖ້ວມ​ລົ້ນ ໃຫ້ເຮັດ​
ໃຫ້ການ​ແຕ່ງງານ​ລະຫວ່າງ ​ເພດ​ດຽວ​ກັນ ຖືກຕ້ອງ​ຕາມ​ກົດໝາຍ
ໃນ​ການ​ລົງ​ປະຊາ​ມະຕິລະດັບ​ປະ​ເທດ​ ເປັນຄັ້ງທຳ​ອິດ​ຂອງ​ໂລກ
ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ນັ້ນ.

ຜົນ​ການລົງ​ປະຊາ​ມະຕິ ທີ່​ເປີດເຜີຍໃຫ້​ຮູ້ຢ່າງ​ເປັນ​ທາງ​ການ​ ​ເມື່ອ
​ວັນເສົາ​ວານ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ 62 ​ເປີ​ເຊັນ ຂອງ​ພວກ​ທີ່​ໄປ​
ປ່ອນ​ບັດເຫັນ​ດີ​ນຳ​ການ​ປ່ຽນ​ແປງ​ ລັດຖະທຳ​ມະນູນ ​ເພື່ອ​ອະນຸ
ຍາດໃຫ້​ເພດ​ດຽວ​ກັນ​ແຕ່ງງານກັນ​ໄດ້. ຫຼາຍກວ່າ 60 ​ເປີ​ເຊັນ
ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ ​ໄດ້​ພາກ​ກັນໄປອອກສຽງ ​ເຊິ່ງ​ເປັນຈຳນວນ
​ທີ່​ສູງ​ທີ່ສຸດ​ໃນ​ການ​ລົງ​ຄະແນນ ສຽງ​ຂອງ​ປະຊາຊົນ ຢູ່​ໃນ​ໄອຣ໌​ແລນໃນ​ຊ່ວງ 2 ທົດ​ສະ​ວັດ
ຜ່ານ​ມາ.

Ireland  Gay  Marriage
please wait

No media source currently available

0:00 0:00:46 0:00

ການ​ຫັນ​ປ່ຽນ​ທາງ​ດ້ານ​ສັງຄົມ​ຢ່າງ​ກະທັນຫັນນີ້ ​ໄດ້ມີ​ຂຶ້ນ 2 ທົດ​ສະ​ວັດ ຫຼັງຈາກປະ​ເທດ​
ທີ່​ນັບຖືສາສະໜາ Catholic ​ແຫ່ງ​ນີ້ ໄດ້​ເຮັດ​ໃຫ້ ການ​ຮັກ​ຮ່ວມ​ເພດ ບໍ່​ຜິດ​ກົດໝາຍ.

ແຜນທີ່ ບັນດາປະເທດ ທີ່ໄດ້ຮັບຮອງເອົາ ການແຕ່ງງານ ລະຫວ່າງ ເພດດຽວກັນ. ສີມ້ວງ ໝາຍເຖິງ ສິດເສລີ ໃນການແຕ່ງງານ ແຫ່ງຊາດ ຫຼື ສະເພາະເຂດ, ສີເຫືອງ ໝາຍເຖິງ ເຂດທີ່ມີແນວໂນ້ມ ທີ່ຈະເຮັດໃຫ້ ການແຕ່ງງານ ລະຫວ່າງເພດດຽວກັນ ຖືກຕ້ອງຕາມກົດໝາຍ.
ແຜນທີ່ ບັນດາປະເທດ ທີ່ໄດ້ຮັບຮອງເອົາ ການແຕ່ງງານ ລະຫວ່າງ ເພດດຽວກັນ. ສີມ້ວງ ໝາຍເຖິງ ສິດເສລີ ໃນການແຕ່ງງານ ແຫ່ງຊາດ ຫຼື ສະເພາະເຂດ, ສີເຫືອງ ໝາຍເຖິງ ເຂດທີ່ມີແນວໂນ້ມ ທີ່ຈະເຮັດໃຫ້ ການແຕ່ງງານ ລະຫວ່າງເພດດຽວກັນ ຖືກຕ້ອງຕາມກົດໝາຍ.

ການ​ປ່ອນ​ບັດ​ອອກສຽງ​ “ເຫັນດີ” ຢ່າງຫຼວງຫຼາຍ ນັ້ນ ສ່ວນ​ໜຶ່ງ
ແມ່ນ​ເປັນ​ຍ້ອນ​ວ່າ ຊາວ​ໜຸ່ມ​ໄອຣ໌ແລນ ​ມີ​ສິດ​ອອກສຽງ ຫຼາຍພັນ​
ຄົນ ຜູ້​ໄດ້​ກັບ​ຄືນ​ມາ​ບ້ານ ຈາກ​ຕ່າງປະ​ເທດ ​ເພື່ອ​ມາ​ປ່ອນ​ບັດ
ຂອງພວກ​ເຂົາ​ເຈົ້າ.

ທ່ານ Aodhan O’Riordain ລັດຖະມົນຕີ​ຄວາມ​ສະ​ເໝີ​ພາບ
​ຂອງ​ໄອຣ໌​ແລນ ກ່າວ​ວ່າ “ຂ້າພະ​ເຈົ້າມີ​ຄວາມ​ພາກພູມ​ໃຈ ທີ່​
ເປັນ​ຄົນ​ໄອຣ໌​ແລນ​ ໃນ​ມື້​ນີ້.”

ຢູ່​ໃນທະວີບ​ຢູ​ໂຣບ ການ​ແຕ່ງ​ງານລະຫວ່າງພວກ​ຮັກ​ຮ່ວມ​ເພດ
ເປັນ​ສິ່ງ​ທີ່ ຖືກຕ້ອງ​ຕາມ​ກົດໝາຍ ຢູ່​ໃນສິບ​ກວ່າປະ​ເທດ. ​ແລະ​ມັນ​ຍັງ ຖືກຕ້ອງ​ຕາມ​ກົດໝາຍ ຢູ່​ໃນປະ​ເທດອາ​ເຈັນຕີ​ນາ ບຣາຊີ​ລ ​ກາ​ນາ​ດາ ນິວຊີ​ແລນ
ອາ​ຟຣິກາ​ໃຕ້ ​ ອູຣູກວາ​ຍ ​ແລະ ຫຼາຍໆລັດຂອງ​ສະຫະລັດ.

Ireland Gay  Marriage  Reax
please wait

No media source currently available

0:00 0:01:37 0:00

​Ireland has overwhelmingly voted to legalize same-sex marriage, in the world's first national referendum on the issue.

Official results released Saturday showed that 62 percent voted in favor of changing the country's constitution to allow same-sex marriage. More than 60 percent of eligible voters cast their ballot, the highest turnout in a popular vote in Ireland in over two decades.

The dramatic social shift comes two decades after the traditionally Catholic country decriminalized homosexuality.

The overwhelming "yes" vote is due, in part, to thousands of young Irish voters who returned home from abroad to cast their votes.

"I'm so proud to be Irish today," said Ireland's Equality Minister Aodhan O'Riordain.

In Europe, gay marriage is legal in more than a dozen countries. It has also been legalized in Argentina, Brazil, Canada, New Zealand, South Africa, Uruguay and many U.S. states.

XS
SM
MD
LG