ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຂດ​ເສດຖະກິດ​ສະ​ເພາະ ບໍ່​ເຕັນ​ແດນ​ຄໍາ ​​ປ່ຽນຜູ້ລົງທຶນ ລາຍໃໝ່ຈາກຈີນ


ເຂດ​ເສດຖະກິດ​ສະ​ເພາະ ບໍ່​ເຕັນ​ແດນ​ຄໍາ ໃນແຂວງຫລວງນໍ້າທາ ຕິດຊາຍແດນຈີນ ແລະນັກລົງທຶນຈີນເປັນຜູ້ພັດທະນາ.
ເຂດ​ເສດຖະກິດ​ສະ​ເພາະ ບໍ່​ເຕັນ​ແດນ​ຄໍາ ໃນແຂວງຫລວງນໍ້າທາ ຕິດຊາຍແດນຈີນ ແລະນັກລົງທຶນຈີນເປັນຜູ້ພັດທະນາ.
ທາງ​ການ​ແຂວງ​ຫຼວງ​ນໍ້າທາ ລາຍ​ງານ​ວ່າ ​ກຸ່ມ​ບໍລິສັດ​ຢູນນານ ​
ໄຫ່​ເສິ່ງຈໍາກັດ ຈາກ​ປະ​ເທດ​ຈີນ ​ໄດ້​ເຂົ້າຄວບ​ຄຸມ​ກິດຈະການ​
ໃນ​ເຂດ​ເສດຖະກິດ​ພິ​ເສດ​ບໍ່​ເຕັນ​ແດນ​ຄໍາ​ຢ່າງ​ເປັນ​ທາງ​ການ
ເມື່ອ​ບໍ່​ນານ​ມາ​ນີ້ ​ຊຶ່ງ​ການ​ເຂົ້າຄວບ​ຄຸມ​ກິດຈະການ​ດັ່ງ​ກ່າວ ​ເປັນ​
ໄປ​ຕາມ​ການ​ອະນຸຍາດ​ຂອງ​ລັດຖະບານ​ລາວ ກັບ​ທັງ​ຍັງ​ໄດ້​ມີ​
ຄໍາ​ສັ່ງ​ໃຫ້​ມີ​ການປ່ຽນ​ແປງ​ເຂດ​ເສດຖະກິດ​ພິ​ເສດ​ດັ່ງກ່າວ​ ມາ​ເປັນ
​ເຂດ​ເສດຖະກິດ​ສະ​ເພາະ​ ທີ່​ໃຫ້​ເນັ້ນໜັກ​ການ​ລົງທຶນ​ເພື່ອ​ພັດທະ
ນາ​ດ້ານ​ທຸລະ​ກິດ​ການ​ຄ້າ ​ແລະ​ການທ່ອງທ່ຽວ​ເປັນ​ດ້ານຫຼັກ.

ທັງ​ນີ້​ໂດຍ​ກຸ່ມ​ບໍລິສັດ​ຢູນນານ ​ໄຫ່​ເສິ່ງ ຈໍາກັດ ​ໄດ້​ປະກາດ​ວ່າ​ ຈະ
​ເພີ່ມ​ການ​ລົງທຶນ​ຈາກເດີມ 130 ລ້ານ​ໂດ​ລາ ​ເປັນ 500 ລ້ານ​ໂດ​ລາ
ສໍາລັບ​ນໍາ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ສູນບໍລິການ​ດ້ານ​ທຸລະ​ກິດ​ການ​ຄ້າ ​
ໂຮງ​ແຮມ​ລະ​ດັບ 4 ດາວ ສະໜາມ​ກ໊ອຟ ສວນສະໜຸກ ​ເຂດ​ທ່ອງ
​ທ່ຽວ ແລະ​ບໍລິການ​ທີ່​ມີ​ສິ່ງ​ອໍານວຍ​ຄວາມ​ສະດວກ​ຢ່າງ​ຄົບ​ຊຸດ ​ໂດຍຈະ​ບໍ່​ມີບ່ອນ​ການ​ພະນັນ ຫຼື​ບ່ອນ​ກາສິ​ໂນ​ແຕ່​ຢ່າງ​ໃດ ​ເນື່ອງ​ຈາກ​ວ່າ​ລັດຖະບານລາວ​ໄດ້​ມີ​ຄໍາ​ສັ່ງ​ໃຫ້​ປິດ​ບ່ອນ​ການ​ພະ
ນັນ​ທີ່​ເຄີຍ​ເປີດ​ໃຫ້​ບໍລິການ​ຢູ່​ໃນ​ເຂດ​ດັ່ງກ່າວ​ນີ້ ນັບ​ແຕ່​ເດືອນ​ມີນາ​ເປັນ​ຕົ້ນ​ມາ​ແລ້ວ ຍ້ອນເຫັນ ​ວ່າ ການ​ດໍາ​ເນີນ​ກິດຈະການ​ບ່ອນ​ກາສິ ​ໂນ ​ໄດ້​ກໍ່​ໃຫ້​ເກີດ​ບັນຫາ​ຍໍ່​ທໍ້​ທາງ​ສັງຄົມ​ໃນ​ພື້ນ​ທີ່​ຫຼາຍ​ຂຶ້ນນັບ​ມື້.


​ໂດ​ຍສະ​ເພາະ​ແມ່ນ​ການ​ທີ່​ນັກທຸລະກິດ​ຈີນ​ໄດ້​ຝ່າຝືນ​ລະບຽບ​
ກົດໝາ​ຍຂອງ​ລາວ​ດ້ວຍ ການ​ອະນຸຍາດ​ໃຫ້​ຄົນ​ລາວ​ເຂົ້າ​ໄປ
ຫຼິ້ນ​ການ​ພະນັນ​ຢູ່​ໃນ​ບ່ອນ​ໄດ້ ທັງໆ​ທີ່​ວ່າ​ຕາມ​ລະບຽບກົດໝາຍ
​ຂອງ​ລາວ​ຈະ​ບໍ່​ອະນຸຍາດ​ໃຫ້​ຄົນ​ລາວ​ເຂົ້າ​ໄປ​ຫຼິ້ນ​ການ​ພະນັນ​ຢູ່
​ໃນ​ບ່ອນ ຢ່າງ​ເດັດຂາດ ​ໂດຍ​ຈະ​ອະນຸຍາດ​ສະ​ເພາະ​ຊາວ​ຕ່າງ​
ຊາດ​ເທົ່າ​ນັ້ນ ດັ່ງ​ທີ່​ເຈົ້າໜ້າ​ທີ່ ຂັ້ນ​ສູງ​ໃນ​ກະຊວງ​ຖະ​ແຫຼ​ງຂ່າວ
ແລະ​ວັດທະນະ​ທໍາ​ທ່ອງ​ທ່ຽວ ​ໄດ້ໃຫ້ການ​ຊີ້​ແຈງ​ວ່າ:

“ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ວັດທະນະ​ທໍາ ​ແມ່ນ​ໄດ້​ມີ​ນິຕິ​
ກໍາ​ທີ່​ຈໍາ​ເປັນ​ເພື່ອ​ເຮັດ​ໃຫ້ ການ​ຄຸ້ມ​ຄອງ​ບັນດາ​ແຫຼ່ງບັນ​ເທີ​ງ ​ແລະ​ການ​ພະນັນ​ເຫຼົ່າ​ນັ້ນ ​ໂດຍ​ທົ່ວ​ໄປ​ແລ້ວ ​ແມ່ນ ​ເພື່ອ​ບໍ່​ໃຫ້​ເກີດ​ມີ​ຜົນ​ໃນ​ທາງ​ລົບ​ ​ເຊັ່ນ​ວ່າ ຜູ້​ທີ່​
ບໍ່​ເຖິງ​ອາຍຸ​ກະສຽນ​ ຊາວ​ໜຸ່ມ​ຫັ້ນ​ກະ​ບໍ່​ໃຫ້ເຂົ້າ ຫຼື​ວ່າ​ຢູ່​ຕາມ​ຮ້ານ​ກາສິ​ໂນ​ຫັ້ນ
ທຸກໆ​ຮ້ານ​ແມ່ນ​ໄດ້​ມີ​ປ້າຍ​ຄິດ​ໃສ່​ວ່າ​ບໍ່​ໃຫ້​ຄົນ​ລາວ ​ເຂົ້າ​ໄປ​ບໍລິການ ​ແຕ່​ວ່າ​ອັນ​
ທີ່​ພາ​ໃຫ້​ເກີດ​ຜົນ​ໃນ​ທາງ​ລົບ​ຂຶ້ນມາ​ໄດ້​ກໍ​ຍ້ອນ​ການລະ​ເມີດ ນິຕິ​ກໍາ​ເຫຼົ່າ​ນັ້ນ.”



​ສໍາລັບ​ບັນຫາ​ອາດຊະຍາ​ກໍາ​ທີ່​ເກີດ​ຂຶ້ນຈາກ​ບ່ອນ​ກາສິ​ໂນ​ຢູ່​ບໍ່​ເຕັນ​
ສ່ວນ​ຫຼາຍ​ນັ້ນ​ກໍ​ ຄື​ການ​ກັກ​ຂັງ​ ແລະ​ທໍາ​ຮ້າຍ​ຮ່າງກາຍ​ບັນດາ​ນັກ​
ການ​ພະນັນ​ຈາກ​ຈີນ ທີ່​ບໍ່​ມີ​ເງິນ​ຊໍາລະ​ໜີ້​ໃຫ້​ກັບ​ບ່ອນ​ກາສິ​ໂນ ດ້ວຍ
​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ມີ​ຄໍາ​ສັ່ງ​ປິດ​ບ່ອນ​ກາສິ​ໂນ​ດັ່ງກ່າວ
​ແລະ​ບໍ່​ອະນຸຍາດ​ໃຫ້​ດໍາ​ເນີນ​ກິດຈະການ​ອີກ​ຕໍ່​ໄປ ຫາກ​ແຕ່​ຈະ​ອະນຸ
ຍາດ ສະ​ເພາະ​ດ້ານ​ທຸລະ​ກິດການ​ຄ້າ ​ແລະ​ການທ່ອງທ່ຽວ​ດ້ານ​ວັດ
ທະນະ​ທໍາ​ເທົ່າ​ນັ້ນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ລາວ​ກໍ​ຍັງ​ມີ​ບ່ອນ​ການ​ພະນັນ​ທີ່​ທາງ​ການ
​ລາວ​ອະນຸຍາດ​ໃຫ້​ນັກ ທຸລະ​ກິດ​ຊາວ​ຕ່າງ​ຊາດ​ດໍ​າ​ເນີນ​ກິດຈະການ​ຢູ່​ອີກ 3 ​ແຫ່ງ ກໍ​ຄື​ບ່ອນ​ການ​
ພະນັນ​ທີ່​ຕັ້ງ ຢູ່​ເຂດ​ນໍ້າ​ງື່ມ​ໃນ​ແຂວງ​ວຽງ​ຈັນ ທີ່​ດໍາ​ເນີນ​ກິດຈະການ​ໂດຍ​ນັກ​ທຸລະ​ກິດຈາກມາ​ເລ
​ເຊຍ ທີ່ເອີ້ນ​ວ່າ ​ແດນ​ສະຫວັນ​ກາສິ​ໂນ ສ່ວນ​ອີກ 2 ​ແຫ່ງ​ນັ້ນ ​ເປັນ​ການ​ລົງທຶນ​ຂອງ​ນັກທຸລະ​ກິດ
ຈາກ​ຈີນ ຊຶ່ງ​ຕັ້ງ​ຢູ່​ໃນ​ແຂວງ​ສະຫວັນ​ນະ​ເຂດ ທີ່​ເອີ້ນ​ວ່າ ສະຫວັນ​ເວ​ກັສ ກາສິ​ໂນ ​ແລະ​ຢູ່​ເຂດ​ສາມ ຫຼ່ຽມ​ຄໍາ ​ໃນ​ແຂວງ​ບໍ່ແກ້ວ ທີ່​ເອີ້ນ​ວ່າ King Roman Casino ຕາມ​ລໍາດັບ.

​ໂດຍ​ສະ​ເພາະແມ່ນ​ບ່ອນ​ກາສິ​ໂນ King Roman ທີ່ຢູ່ເຂດ​ສາມຫຼ່ຽມ​ຄໍາ​ນັ້ນ​ນັບເປັນ ບ່ອນ​ກາ
ສິ​ໂນ​ໃຫຍ່​ທີ່​ໄດ້​ມາດຕະຖານ​ສາກົນ ທີ່​ຕັ້ງ​ຢູ່​ໃນ​ເຂດ​ເສດຖະກິ​ດພິ​ເສດ​ສາມຫຼ່ຽມຄໍາ​ອີກ​ດ້ວຍ ​
ຫລ້າ​ສຸດນີ້ ​ກະຊວງ​ໂຍທາ​ທິການ​ແລະ​ຂົນ​ສົ່ງ​ລາວ​ກໍ​ໄດ້​ອະນຸຍາດ​ໃຫ້​ກຸ່ມ​ລົງທຶນ​ຈາກ​ຈີນ​ດໍາ
​ເນີນ​ການ​ກໍ່ສ້າງ​ສະໜາມ​ບິນ​ນານາ​ຊາດ​ຢູ່​ເຂດ​ເສດຖະກິດພິ​ເສດດັ່ງກ່າວ ​ຢ່າງ​ເປັນ​ທາງ​
ການ​ແລ້ວ ​ໂດຍ​ທີ່​ກຸ່ມ​ທຸລະ​ກິດ​ຈາກ​ຈີນ​ຈະ​ເປັນ​ຝ່າຍ​ລົງ ທຶນ​ ແລະ​ດໍາ​ເນີນ​ການ​ກໍ່ສ້າງ​ໃຫ້​ກ່ອນ
ສ່ວນ​ລັດຖະບານ​ລາວ​ ກໍ​ມີ​ພັນທະ​ທີ່​ຈະ​ຕ້ອງ​ຊໍາລະທຶນຄືນ ​ແລະ​ດອກ​ເບ້ຍ​ໃຫ້​ກັບ​ກຸ່ມທຸລະ​ກິດ
​ຈາກ​ຈີນ​ ໃນ​ພາຍຫຼັງ ຊຶ່ງ​ຄາດ​ວ່າ​ຈະບໍ່​ຕໍ່າ​ກວ່າ 500 ລ້ານ​ໂດ​ລາ.
XS
SM
MD
LG