ປະຊາຊົນໃນນະຄອນ Boston, ລັດ Massachusetts ທາງພາກ
ຕາເວັນອອກສຽງເໜືອຂອງສະຫະລັດ ມີໝາຍກໍານົດທີ່ຈະທໍາ
ການໄວ້ອາໄລ ຢືນຢູ່ໃນຄວາມສະງົບ ໃນວັນຈັນມື້ນີ້ ເວລາ 2:50
ຕອນສວາຍ ຕາມເວລາທ້ອງຖິ່ນ ເພື່ອເປັນຂີດໝາຍ ນຶ່ງອາທິດ
ຂອງການວາງລະເບີດທີ່ຮ້າຍແຮງເຖິງຕາຍ ຢູ່ບ່ອນແຂ່ງຂັນແລ່ນ
ມາຣາທອນ ທີ່ໄດ້ເອົາ ຊີວິດ 3 ຄົນໄປນັ້ນ ແລະໄດ້ເຮັດໃຫ້
ສ່ວນໃຫຍ່ຂອງ Boston ຢຸດສະງັກແບບເປັນອໍາມະພາດໄປ
ໃນຫລາຍວັນຕໍ່ມານັ້ນ.
ລະຄັງຈະດັງຂຶ້ນໃນທົ່ວນະຄອນ Boston ແລະເຂດອື່ນໆຂອງ
ລັດ Massachusetts ເພື່ອເປັນຂີດໝາຍໂອກາດອັນເຄ່ງຂຶມນີ້.
ໃນວັນອາທິດວານນີ້ ຫົວໜ້າຕໍາຫຼວດບອສຕັນກ່າວວ່າ ບັນດານັກສືບສວນສອບສວນ
ເຊື່ອວ່າ ສອງພີ່ນ້ອງຜູ້ຕ້ອງສົງໄສວາງລະເບີດຄັ້ງນີ້ ຍັງໄດ້ວາງແຜນຈະໂຈມຕີສະຖານທີ່
ອື່ນໆອີກນໍາ.
ຫົວໜ້າຕໍາຫຼວດບອສຕັນ ທ່ານ Ed Davis ກ່າວຕໍ່ລາຍການ “Face the Nation”
ຂອງໂທລະພາບ CBS ວ່າ ທາງການຍັງໄດ້ຄົ້ນພົບລະເບີດທີ່ເຮັດຂຶ້ນເອງ ຫຼັງຈາກການ
ຍິງຕໍ່ສູ້ກັນລະຫວ່າງຕໍາຫຼວດແລະສອງອ້າຍນ້ອງ Tsarnaev. ທ່ານ Davis ຍັງກ່າວອີກ
ວ່າ ບໍລິເວນຕໍ່ສູ້ກັນນັ້ນແມ່ນເຕັມໄປດ້ວຍລະເບີດທີ່ຍັງບໍ່ທັນແຕກ ແລະທາງຕໍາຫຼວດກໍ
ໄດ້ພົບເຫັນລະເບີດຢູ່ໃນລົດ ທີ່ຕໍາຫລວດກ່າວວ່າ ສອງອ້າຍນ້ອງລັກຂະໂມຍໄປນັ້ນ.
ທ້າວ Tamerlan ຜູ້ເປັນອ້າຍ ອາຍຸ 26 ປີນັ້ນ ໄດ້ເສຍຊີວິດ ໃນການຍິງຕໍ່ສູ້ກັນກັບຕໍາ
ຫຼວດ ໃນວັນພະຫັດແລ້ວນີ້ ສ່ວນທ້າວ Dzhokhar ຜູ້ເປັນນ້ອງຊາຍໄດ້ໜີໄປ ແຕ່ຕໍ່ມາ
ກໍຖືກຈັບໄດ້ໃນຄືນວັນສຸກ. ຜູ້ຕ້ອງສົງໄສ ຄົນນ້ອງ ອາຍຸ 19 ປີ ຍັງພັກຮັກສາໂຕຢູ່ໂຮງໝໍ
ແລະຍັງມີ ອາການສາຫັດ ຍັງບໍ່ຮູ້ສຶກໂຕເຕັມທີ່ ແລະຍັງປາກບໍ່ທັນໄດ້ເທື່ອ ຍ້ອນບາດແຜ
ທີ່ໄດ້ຮັບໃນລະຫວ່າງທີ່ຫລົບໜີຕໍາຫຼວດ. ເຖິງຢ່າງໃດກໍຕາມ ທາງການກ່າວວ່າ ຜູ້ກ່ຽວໄດ້
ເລີ່ມຕອບຄໍາຖາມຈາກທາງເຈົ້າໜ້າທີ່ ໂດຍວິທີຂຽນເອົາ ແຕ່ບໍ່ມີລາຍລະອຽດໃດໆກ່ຽວ
ກັບຄໍາຕອບຂອງ ຜູ້ກ່ຽວ ເທື່ອ.
ເຈົ້າຄອງກໍາແພງນະຄອນ Boston ທ່ານ Thomas Menino ໄດ້ກ່າວຕໍ່ ລາຍການ
“This Week” ຂອງຕາໜ່າງໂທລະພາບ ABC ວ່າ ທ້າວ Tsamaev ມີບາດແຜ ຖືກ
ລູກປືນຢູ່ບໍລິເວນຄໍ ຊຶ່ງບັນດາເຈົ້າໜ້າທີ່ສືບສວນ ກ່າວວ່າ ອາດເກີດຂຶ້ນຈາກການຍິງ
ຕົວເອງ. ເວລານີ້ ບັນດາໄອຍະການກໍາລັງກຽມຈະຕັ້ງຂໍ້ຫາ ຕໍ່ ທ້າວ Dzhokhar ຜູ້ຕ້ອງ
ສົງໄສຄົນນ້ອງ ຊຶ່ງທາງທະນາຍຄວາມຂອງລັດຖະບານກາງທີ່ວ່າຄວາມໃຫ້ຄົນທຸກ
ຈະເປັນຜູ້ຕໍ່ສູ້ຄະດີໃຫ້ຜູ້ກ່ຽວ.