ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫລວດຈັບ ຜູ້ຕ້ອງສົງໄສ ວາງລະເບີດ ຢູ່ບອສຕັນໄດ້ແລ້ວ (ສະໄລດ໌/ວີດິໂອ)


ເຈົ້າໜ້າທີ່ຕໍາຫລວດ ຊອກຫາໂຕ ຜູ້ຕ້ອງສົງໄສຄົນທີສອງ ຢຸ່ເມືອງ Watertown ລັດ Massachusetts, ວັນທີ 19 ເມສາ 2013.
ເຈົ້າໜ້າທີ່ຕໍາຫລວດ ຊອກຫາໂຕ ຜູ້ຕ້ອງສົງໄສຄົນທີສອງ ຢຸ່ເມືອງ Watertown ລັດ Massachusetts, ວັນທີ 19 ເມສາ 2013.
ຕໍາຫລວດຈັບຜູ້ຕ້ອງສົງໄສຄົນທີສອງ ໃນເຫດວາງລະເບີດ ຢູ່ງານແຂ່ງແລ່ນມາຣາທອນ ໃນນະຄອນບອສຕັນ ໄດ້ແລ້ວ
ຫລັງຈາກການຕາມລ່າຢ່າງຂຸ້ນຂ້ຽວ ໝົດມື້ ໃນເຂດນະຄອນ
ບອສຕັນ ລັດແມສຊາຈູແຊັສ.

ຕໍາຫລວດໄດ້ຕ້ອນທ້າວ Dzhokhar Tsarnaev ອາຍຸ 19 ປີ ໄປຈົນມຸມ ຢູ່ເຮືອນຫລັງນຶ່ງ ໃນເມືອງ Watertown ຊຶ່ງຜູ້ກ່ຽວໄປລີ້ຢູ່ ໃນເຮືອນ້ອຍລໍານຶ່ງ ທີ່ຈອດໄວ້ຢູ່ເດີ່ນຫລັງບ້ານ. ລາຍງານຂ່າວເວົ້າວ່າ ຜູ້ກ່ຽວໄດ້ຮັບບາດເຈັບ ແລະມີອາ
ການ ສາຫັດ.

ປະຊາຊົນຜູ້ຢືນເບິ່ງ ພາກັນສົ່ງສຽງໂຮເຊຍ ຕໍາຫລວດເມືອງ ແລະຕໍາຫລວດ FBI ຂະນະທີ່ເຂົາເຈົ້າ ພາກັນຂັບລົດອອກຈາກເມືອງ Watertown ໄປ ຫລັງຈາກທີ່ຈັບຜູ້ ຕ້ອງສົງໄສໄດ້ແລ້ວ.


ຫົວໜ້າຕໍາຫລວດ ລັດ Massachusetts ທ່ານ Tom Alben ກ່າວວ່າ ທ່ານຮູ້ສຶກຂອບ ຄຸນພະເຈົ້າ ໄປຕະຫລອດການ ສໍາລັບສິ່ງທີ່ໄດ້ເກີດຂຶ້ນໃນຄໍ່າຄືນວັນສຸກມື້ນີ້ ແລະກ່າວ ເຖິງພວກຕໍາຫລວດວ່າ ທຸກຄົນຕ່າງກໍອິດເມື່ອຍ ແຕ່ກໍໂລ່ງໃຈແລະດີໃຈນໍາໄຊຊະນະ.
ສ່ວນຜູ້ວ່າການລັດ ທ່ານ Deval Patrick ກ່າວວ່າ ທ່ານຮູ້ສຶກເປັນບຸນຄຸນຕໍ່ບັນດາເຈົ້າ ໜ້າທີ່ຮັກສາກົດໝາຍທຸກໆຄົນ ສໍາລັຍອັນທີ່ທ່ານເອີ້ນວ່າ ການຮ່ວມງານແລະຮ່ວມມື ອັນພິເສດຂອງພວກເຂົາເຈົ້າ.

ທັງສອງທ່ານຍັງໄດ້ຂອບໃຈປະຊາຊົນ ສໍາລັບຄວາມອົດທົນຂອງພວກເຂົາເຈົ້າ ແລະ ຂ່າວຂໍ້ມູນຕ່າງໆ ທີ່ຜູ້ຄົນໂທເຂົ້າໄປບອກ FBI ແລະຕໍາຫລວດ ໂຮມທັງສາຍໂທລະສັບ ທີ່ນໍາພາຕໍາຫລວດໄປຍັງໂຕຜູ້ຕ້ອງສົງໄສ ທີ່ລີ້ຢູ່ໃນເຮືອນັ້ນ.

ໃນການຖະແຫລງຕໍ່ບັນດານັກຂ່າວຢູ່ທໍານຽບຂາວ ຄືນວັນສຸກ ຫລັງຈາກຜູ້ຕ້ອງສົງໄສ ຖືກຈັບໄດ້ນັ້ນ ປະທານາທິບໍດີ Barack Obama ກ່າວວ່າ ປະເທດຊາດເປັນໜີ້ ປະຊາ ຊົນແຫ່ງເມືອງເມືອງ Boston ແລະລັດ Massachusetts ແລະບັນດາຜູ້ທີ່ທ່ານເອີ້ນ ວ່າ ເຈົ້າໜ້າທີ່ປະຕິບັດກົດໝາຍມືອາຊີບ ທີ່ປະຕິບັດງານຢ່າງດີເລີດ. ທ່ານໂອບາມາ ກ່າວວ່າ ຜູ້ວາງລະເບີດທັງສອງປະສົບກັບຄວາມລົ້ມແຫລວ ກໍຍ້ອນວ່າ ປະຊາຊົນອາເມຣິກັນບໍ່
ຍອມກົ້ມຫົວໃຫ້ແກ່ ການກໍ່ການຮ້າຍ.

ພາບການຕາມລ່າໂຕຜູ້ຕ້ອງສົງໄສ:

XS
SM
MD
LG