ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຕ້ອງສົງໄສ ວາງລະເບີດ ຢູ່ບອສຕັນ ຕາຍຍ້ອນ ບາດເຈັບ


ຮູບພວກຕ້ອງສົງໄສ ໃນການວາງລະເບີດ ຢູ່ບອສຕັນ ທ້າວ Tamerlan Tsarnaev ອາຍຸ 26 ປີ (ຊ້າຍ) ຜູ້ເປັນອ້າຍ ທີ່ເສຍຊີວິດແລ້ວ ແລະທ້າວ Dzhokhar Tsarnaev ອາຍຸ 19 ປີ ນ້ອງຊາຍ ທີ່ຖືກຕຳຫຼວດຄວບຄຸມຕົວໄວ້.
ຮູບພວກຕ້ອງສົງໄສ ໃນການວາງລະເບີດ ຢູ່ບອສຕັນ ທ້າວ Tamerlan Tsarnaev ອາຍຸ 26 ປີ (ຊ້າຍ) ຜູ້ເປັນອ້າຍ ທີ່ເສຍຊີວິດແລ້ວ ແລະທ້າວ Dzhokhar Tsarnaev ອາຍຸ 19 ປີ ນ້ອງຊາຍ ທີ່ຖືກຕຳຫຼວດຄວບຄຸມຕົວໄວ້.
ລາຍງານດ້ານການແພດຂອງລັດ Massachusetts ແຈ້ງວ່າ ຜູ້
ຕ້ອງສົງໄສໃນການວາງລະເບີດຢູ່ບ່ອນແຂ່ງແລ່ນມາຣາທອນໃນ
ນະຄອນບອສຕັນ ທີ່ເສຍຊີວິດນັ້ນ ແມ່ນຕາຍຍ້ອນບາດແຜຈາກ
ການຖືກຍິງ ຢູ່ຕາມຮ່າງກາຍ ແລະແຂນຂາ ແລະຍ້ອນຮ່າງກາຍ
ຂອງຜູ້ກ່ຽວຖືກລົດຕຳ.

ເອກກະສານດັ່ງກ່າວທີ່ພວກນັກຂ່າວໄດ້ຮັບໃນວັນສຸກວານນີ້ຍັງ
ເວົ້າວ່າຜູ້ຕ້ອງສົງໄສ Tamerlan Tsarnaev ໄດ້ຖືກຕຳຫຼວດຍິງ ແລ້ວກໍຖືກລົດຢຽບແລະແກ່ໄປ.

ລາຍງານດັ່ງກ່າວແມ່ນໃຫ້ການຢືນຢັນຕໍ່ການກ່າວຊີ້ແຈງກ່ຽວກັບເຫດການຂອງຕຳຫຼວດໃນ
ເຂດນະຄອນບອສຕັນໃນຕອນເຊົ້າຂອງວັນທີ 19 ເມສາເວລາທ້າວ Tamerlan Tsarnaev ອາຍຸ 26 ປີແລະນ້ອງຊາຍຂອງລາວທ້າວ Dzhokar ອາຍຸ 19 ປີ ໄດ້ຖືກຕຳຫຼວດຕາມລ່າໃນ ລົດທີ່ຖືກຈີ້. ເຈົ້າໜ້າທີ່ໃນເວລານັ້ນເວົ້າວ່າ ທ້າວ Tamerlan ໄດ້ຮັບບາດເຈັບ ໃນການຍິງຕໍ່ ສູ້ກັນທີ່ຕິດຕາມມາ ແລະນ້ອງຊາຍຂອງລາວ ໄດ້ຂັບລົດຢຽບລາວ ຂະນະທີ່ຜູ້ກ່ຽວ ຂັບລົດທີ່ ຖືກລັກຫຼົບໜີໄປ.

ທ້າວ Tamerlan Tsarnaev ໄດ້ເສຍຊີວິດ 4 ມື້ຫຼັງຈາກໄດ້ມີການວາງລະເບີດຢູ່ບ່ອນແຂ່ງ ແລ່ນມາຣາທອນ ທີ່ໄດ້ສັງຫານ 3 ຄົນ ແລະມີຜູ້ໄດ້ຮັບບາດເຈັບອີກ ຫລາຍກວ່າ 260 ຄົນ. ເວລານີ້ ນ້ອງຊາຍຂອງລາວ ຍັງຖືກຕຳຫຼວດຄວບຄຸມຕົວໄວ້ແລະຖືກກ່າວຫາວ່າ ໃຊ້ອາວຸດ ທີ່ມີອະນຸພາບຮ້າຍແຮງ.

ວີດີໂອ ກ່ຽວກັບການວາງລະເບີດ ຢູ່ບອສຕັນ
please wait

No media source currently available

0:00 0:00:24 0:00
XS
SM
MD
LG