ບັນດາຜູ້ແທນສະຫະລັດເວົ້າວ່າ ການສອບສວນຂອງຄະນະ
ສືບສວນ ຈາກລັດຖະບານກາງ ຕໍ່ເຫດລະເບີດແຕກຢູ່ໃນງານ
ແຂ່ງຂັນແລ່ນທົນມາຣາທອນ ທີ່ນະຄອນບອສຕັນ ກໍາລັງຕິດ
ຕາມເບິ່ງ “ຜູ້ຄົນທີ່ໜ້າສົນໃຈ” ຢູ່ໃນສະຫະລັດ ທີ່ອາດມີສ່ວນ
ກ່ຽວພັນກັບການໂຈມຕີດັ່ງກ່າວ.
ໃນການກ່າວຄໍາເຫັນອອກໃນທາງໂທລະພາບຊ່ອງ ABC ໃນ
ວັນອາທິດ ວານນີ້ ທ່ານ Mike Rogers ປະທານຄະນະກໍາມະ
ການວ່າດ້ວຍການສືບລັບທີ່ສະພາຕໍ່າ ບໍ່ໄດ້ໃຫ້ລາຍລະອຽດແຕ່
ຢ່າງໃດ. ແຕ່ທ່ານກໍເວົ້າວ່າ ມີຄວາມຕ້ອງການການຮ່ວມມືຫລາຍ
ຂຶ້ນຈາກຣັດເຊຍເພື່ອຈະສືບສວນຫາການເຄື່ອນໄຫວຂອງຜູ້ຕ້ອງ
ສົງໄສສອງຄົນ ໃນເລື້ອງການພົວພັນກັບ ສາທາລະນະລັດ Chechnya ແລະ Dagestan ທີ່ຢູ່ພາກໃຕ້ຂອງຣັດເຊຍນັ້ນ.
ລາຍລະອຽດໃໝ່ໄດ້ໂຜ່ຕົວຂຶ້ນມາໂດຍມີລາຍງານວ່າຜູ້ຕ້ອງສົງໄສ Tamerlan Tsarnaev
ທີ່ດຽວນີ້ໄດ້ເສຍຊີວິດໄປແລ້ວນັ້ນ ໄດ້ລົມກັບແມ່ ຂອງລາວກ່ຽວກັບ jihad ໃນເວລາໂທ
ລະສັບໄປຫາເຂດດັ່ງກ່າວໃນປີ 2011 ຊຶ່ງໄດ້ຖືກລັກອັດໄວ້ໂດຍເຈົ້າໜ້າທີ່ຣັດເຊຍ. ອົງ
ການຂ່າວ CBS ລາຍງານວ່າ ຄະນະສືບສວນຂອງສະຫະລັດຫາກໍ່ໄດ້ຮູ້ກ່ຽວກັບເລື້ອງ
ລົມກັນ ໃນໂທລະສັບດັ່ງກ່າວ ໃນເວລາບໍ່ເທົ່າໃດມື້ຜ່ານມານີ້ເທົ່ານັ້ນ.
ອີກດ້ານນຶ່ງ ໃນວັນອາທິດວານນີ້ ທ່ານ Michael McCaul ປະທານຄະ ນະກໍາມະການ
ດ້ານປ້ອງກັນຄວາມສະຫງົບພາຍໃນປະຈໍາສະພາຕໍ່າເວົ້າ ວ່າ ທ່ານເຊື່ອວ່າ ທ້າວ Tamerlan
Tsarnaev ແລະທ້າວ Dzhokar ນ້ອງຊາຍຂອງລາວ ທີ່ເປັນຜູ້ຕ້ອງສົງໄສ ໄດ້ຮັບການ
ຝຶກ ອົບຮົມກ່ຽວກັບການໃຊ້ວັດຖຸລະເບີດ ໃນ “ລະດັບຄວາມສະຫລັບ ຊັບຊ້ອນ” ຂອງລະ
ເບີດ ທີ່ແຕກໃສ່ຝູງຊົນທີ່ໜາແໜ້ນ ຊຶ່ງກຳລັງຊົມ ການແຂ່ງແລ່ນມາຣາທອນໃນວັນທີ 15 ເມສາຜ່ານມານັ້ນ.
ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້: