ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ Tsarnaev ວ່າ ການວາງລະເບີດ ຢູ່ບອສຕັນ ແມ່ນ ເພື່ອແກ້ແຄ້ນ


ຮູບທີ່ສະແດງໃຫ້ເຫັນວ່າ ທ້າວ Dzhokhar Tsarnaev ຜູ້ຕ້ອງສົງໄສ ໃນການວາງລະເບີດ ຢູ່ບອສຕັນ ໄດ້ລີ້ຢູ່ໃນເຮືອລຳນຶ່ງ ໃນລະຫວ່າງການຊອກຄົ້ນຫາຜູ້ກ່ຽວ ໃນເມືອງ Watertown ລັດ Massachusetts (19 ເມສາ 2013)
ຮູບທີ່ສະແດງໃຫ້ເຫັນວ່າ ທ້າວ Dzhokhar Tsarnaev ຜູ້ຕ້ອງສົງໄສ ໃນການວາງລະເບີດ ຢູ່ບອສຕັນ ໄດ້ລີ້ຢູ່ໃນເຮືອລຳນຶ່ງ ໃນລະຫວ່າງການຊອກຄົ້ນຫາຜູ້ກ່ຽວ ໃນເມືອງ Watertown ລັດ Massachusetts (19 ເມສາ 2013)
ແຫຼ່ງຂ່າວຂອງພວກເຈົ້າໜ້າທີ່ປະຕິບັດກົດໝາຍແຈ້ງໃຫ້ຊາບວ່າ ຜູ້ຕ້ອງສົງໄສທີ່ລອດຊີວິດມາໄດ້ໃນການວາງລະເບີດຢູ່ບ່ອນແຂ່ງ ແລ່ນມາຣາທອນທີ່ນະຄອນບອສຕັນໄດ້ຂຽນໃສ່ເຮືອບ່ອນທີ່ລາວ ຫຼົບລີ້ເອີ້ນການວາງລະເບີດວ່າ ເປັນການແກ້ແຄ້ນຕໍ່ສະຫະລັດທີ່
ທຳການໂຈມຕີຊາວມຸສລິມ ຢູ່ໃນອີຣັກແລະອັຟການິສຖານ.

ຕຳຫຼວດພົບວ່າ ທ້າວ Dzhokhar Tsarnaev ຫຼົບລີ້ໃນເຮືອຢູ່ຫຼັງ
ບ້ານເຮືອນຫຼັງນຶ່ງ ທີ່ເຂດຊານເມືອງ ຂອງນະຄອນບອສຕັນ 4 ມື້ ຫຼັງຈາກການວາງລະເບີດໃນວັນທີ 15 ເມສາທີ່ໄດ້ສັງຫານ 3 ຄົນ
ແລະບາດເຈັບອີກຫຼາຍກວ່າ 260 ຄົນ.

ສື່ມວນຊົນຂອງສະຫະລັດ ລາຍງານໃນວັນພະຫັດວານນີ້ວ່າ ທ້າວ Tsarnaev ເອີ້ນພວກ
ເຄາະຮ້າຍທີ່ນະຄອນບອສຕັນວ່າ “ຄວາມເສຍຫາຍຂ້າງຄຽງ”. ລາວເວົ້າວ່າ ສະຫະລັດຖື ພວກມຸສລິມທີ່ຖືກສັງຫານຢູ່ອີຣັກ ແລະອັຟການິສຖານ ໃນທຳນອງດຽວກັນ.

ສ່ວນນຶ່ງຂອງຄຳເວົ້າທີ່ລາວຂຽນໄວ້ນັ້ນ ກໍຄື “ເວລາເຈົ້າໂຈມຕີຊາວມຸສລິມຄົນນຶ່ງ ກໍຄືເຈົ້າ
ໂຈມຕີຊາວມຸສລິມທັງມວນ.”

ຕຳຫຼວດ ໄດ້ຍິງທ້າວ Tsarnaev ບາດເຈັບສາຫັດ ກ່ອນທີ່ຈະຈັບລາວໄດ້ ແລະເວລານີ້ຜູ້
ກ່ຽວພວມພັກຟື້ນຢູ່ຄຸກທີ່ເປັນໂຮງໝໍແຫ່ງນຶ່ງເພື່ອລໍຖ້າການດຳເນີນຄະດີ. ອ້າຍຂອງທ້າວ Tsarnaev ຄືທ້າວ Tamerlan ໄດ້ເສຍຊີວິດໃນການຍິງຕໍ່ສູ້ກັນກັບຕຳຫຼວດນຶ່ງມື້ກ່ອນໜ້າ ນັ້ນ.
XS
SM
MD
LG