ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສອງອ້າຍນ້ອງ Tsarnaev ຂັ້ນຕົ້ນ ວາງແຜນໂຈມຕີ ໃສ່ ວັນຊາດ ສຫລ


ທ້າວ Dzhokhar ກ່າວວ່າ ວັນຜູ້ຮັກຊາດ ທີ່ 15 ເມສາ ແລະ ວັນທີ່ 4 ກໍລະກົດ ເປັນວັນທີ່ເຂົາເຈົ້າມີແຜນວາງລະເບີດໂຈມຕີ.
ທ້າວ Dzhokhar ກ່າວວ່າ ວັນຜູ້ຮັກຊາດ ທີ່ 15 ເມສາ ແລະ ວັນທີ່ 4 ກໍລະກົດ ເປັນວັນທີ່ເຂົາເຈົ້າມີແຜນວາງລະເບີດໂຈມຕີ.
ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາກົດໝາຍໃນ​ນະຄອນ​ບອສ​ຕັນ​ກ່າວ​ວ່າ​
ທ້າ​ວ Dzhokhar Tsarnaev ຜູ້​ຕ້ອງ​ສົງໄສໃນການວາງ​ລ​ະ​
ເບີດຢູ່​ທີ່​ບ່ອນ​ແຂ່ງຂັນ​ແລ່ນ​ທົນ​ມາຣາທອນ ​ໃນ​ນະຄອນ​ບອສຕັນ ​
ໄດ້​ບອກ​ແກ່​ເຈົ້າ​ໜ້າ​ທີ່ສືບສວນ​ລັດຖະບານ​ກາງຫລື FBI ວ່າ ລາວ
ແລະ​ອ້າຍ​ຂອງລາວ ທ້າວ Tamerlan ​ໃນ​ຂັ້ນ​ຕົ້ນ ​ໄດ້​ພິຈາລະນາ
​ທີ່​ຈະ​ທຳ​ການ​ໂຈມ​ຕີ​ດ້ວຍລະ​ເບີດສະລະ​ຊີບ ​ແລະ​ວາງ​ແຜນໂຈມ​ຕີ​
ໃສ່​ວັນ​ທີ 4 ກໍລະກົດ ຊຶ່ງ​ເປັນວັນ​ເອກ​ກະລາດຂອງສະຫະລັດ.

ບັນດາ​ເຈົ້າ​ໜ້າທີ່ ກ່າວ​ວ່າ ທ້າວ Dzhokhar ບອກ​ເຂົາ​ເຈົ້າວ່າ ທັງ​ສອງອ້າຍ ນ້ອງ​ໄດ້ເລື່ອນແຜນການ​ໂຈມ​ຕີ ໃຫ້ໄວ​ຂື້ນ ​ເພາະວ່າ​ເຂົາ​ເຈົ້າໄດ້ເສັດ​ສິ້ນ​ການ ສ້າງ​ລະ​ເບີດ​ທີ່​ເຮັດ​ຂຶ້ນ​ເອງ ໄວ​ກ່ອນ​ທີ່​ຄາດໝາ​ຍ​ໄວ້.

ທັງ​ສອງ​ວັນ ຄື​ວັນທີ 15 ​ເດືອນ​ເມສາ ຊຶ່ງ​ເປັນ​ວັນ​ຜູ​ຮັກ​ຊາດ ​ແລະວັນ​ທີ 4 ກໍ ລະກົດ ຊຶ່ງ​ເປັນວັນ​ເອກ​ກະລາດ ​ເປັນ​ມື້ທີ່​ມີ​ການ​ສະຫລອງຢ່າງ​ໃຫຍ່​ ກ່ຽວ​ກັບ ຄວາມ​ຮັກ​ຊາດ ຢູ່ໃນ​ນະ​ຄອນ​ບອສຕັນ.

ໜັງສືພິມ​ New York Times ລາຍ​ງານ​ວ່າ ນອກ​ນັ້ນຜູ້​ຕ້ອງ​ສົງ​ໄສ​ຍັງບອກໃຫ້ເຈົ້າ​ໜ້າ​ທີ່​ຊາບວ່າ ລາວ ​ແລະ​ອ້າຍ​ຂອງລາວ ພາກັນ​ເບິ່ງ​ວີ​ດີ​ໂອ ​ໃນ​ຄອມ​ພິວ​ເຕີ້ ກ່ຽວ​ກັບ​ການ​ເທດ​ສະໜາ​ສັ່ງສອນ ຂອງ​ນັກ​ສອນ​ສາສະໜາ​ອາ​ເມຣິກັນ ຫົວ​ຮຸນ​ແຮງ​ Anwar al-Awlaki ​ທີ່​ໄດ້​ຖືກ​ສັງຫານ​ໃນ​ເດືອນ​ກັນຍາ ປີ 2011 ​ຈາກ​ການ​ໂຈມ​ຕີ​ໂດຍ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງສະຫະ​ລັດ. ຍັງບໍ່​ມີ​ຮ່ອງຮອຍ​ໃດໆສະ​ແດງ​ໃຫ້​ເຫັນ​ວ່າ ທັງ​ສອງອ້າຍ​ນ້ອງ​ໄດ້ຕິດ​ຕໍ່ໂດຍ​ກົງ ​ກັບນັກ​ສອນສາ ສະໜາ Awlaki.
XS
SM
MD
LG