ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການຕາມລ່າໂຕ ຄົນວາງລະເບີດ ຢູ່ບອສຕັນ ຍຸດຕິລົງແລ້ວ (ວີດິໂອ)


ຊາວບອສຕັນ ພາກັນດີໃຈຮ້ອງໂຮ ໂບກທຸງ ໃຫ້ກໍາລັງໃຈແກ່ ບັນດາເຈົ້າໜ້າທີ່ຕໍາຫລວດ
ຊາວບອສຕັນ ພາກັນດີໃຈຮ້ອງໂຮ ໂບກທຸງ ໃຫ້ກໍາລັງໃຈແກ່ ບັນດາເຈົ້າໜ້າທີ່ຕໍາຫລວດ
ຊ່ວງ​ເວລາ​ນຶ່ງ​ອາທິດ​ທີ່​ເຄ່ງ​ຕຶງ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ ສໍາລັບ​ຊາວ
​ເມືອງ​ບອສຕັນ ລັດ​ແມ​ສຊາ​ຈູ​ແຊັສ ​ແລະ​ເຂດ​ຊານ​ເມືອງ ຫລັງ​
ຈາກ​ທີ່​ເຈົ້າ ໜ້າ​ທີ່​ຕໍາຫລວດ​ ຈັບ​ໄດ້​ຜູ້​ຕ້ອງ​ສົງ​ໄສ​ຄົນທີ​ສອງ ​
ໃນ​ຈໍານວນ​ສອງ​ຄົນ​ໃນ​ເຫດການ​ວາງລະເບີດ​ຢູ່​ງານ​ແຂ່ງ​ແລ່ນ
​ມາຣາທອນ ​ເມື່ອ​ຄືນ​ວັນ​ສຸກ​ວານ​ນີ້ ຫລື​ຕອນ​ເຊົ້າ​ຂອງ​ວັນ​ເສົາ
ຕາມ​ເວລາ​ໃນ​ປະ​ເທດ​ລາວ.

ການ​ຈັບ​ຜູ້​ຕ້ອງ​ສົງ​ໄສ ທ້າວ Dzhokhar Tsarnaev ອາຍຸ 19
ປີ ​ແມ່ນ​ຕິດຕາມ​ມາ​ຫລັງ​ຈາກ​ການ​ຫ້າມ​ຊາວ​ເມືອງ​ໃນ​ເຂດ​ສ່ວນ​
ໃຫຍ່​ຂອງ​ບອສຕັນ​ ອອກ​ຈາກ​ບ້ານ​ເຮືອນ ​ໃນ​ວັນ​ພະຫັດ​ແລະ​
ວັນ​ສຸກ ຊຶ່ງ​ເປັນ​ສິ່ງ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​
ຊອກ​ຄົ້ນ​ຫາ​ທ້າວ Dzhokhar ທີ່​ພະຍາຍາມ​ຫລົບໜີ​ ຫລັງ​ຈາກ
ອ້າຍ​ຂອງ​ຜູ້ກ່ຽວທ້າວTamerlan ອາຍຸ 26 ປີ ​ໄດ້ເສຍ​ຊີວິດ​ໃນ​ການ​ຍິງ​ຕໍ່ສູ້​ກັນ​ກັບ​ຕໍາຫລວດ ​ໃນ​ຄືນ​ວັນ​ພະຫັດ.

ຕໍາຫລວດໄດ້ຕ້ອນທ້າວ Dzhokhar ໄປຈົນມຸມ ຢູ່ເຮືອນຫລັງນຶ່ງ ໃນເມືອງ Watertown ຊຶ່ງຜູ້ກ່ຽວໄປລີ້ຢູ່ ໃນເຮືອນ້ອຍລໍານຶ່ງ ທີ່ຈອດໄວ້ ຢູ່ເດີ່ນຫລັງບ້ານ.

ຜູ້ກ່ຽວ​ຖືກ​ຈັບ​ ຫລັງ​ຈາກ​ຍິງ​ຕໍ່ສູ້​ກັບ​ຕໍາຫລວດ ​ແລະ​ໄດ້ຮັບ​ບາດ​ເຈັບ ອາການ​ສາຫັດ ມາ​ກ່ອນ​ແລ້ວ ​ໃນ​ການ​ຍິງຕໍ່ສູ້​ກັບ​ຕໍາ ຫລວດ​ໃນ​ຄືນ​ວັນ​ພະຫັດ ຊຶ່ງ​ຜູ້​ເປັນ​ອ້າຍ​ຖືກ​ຍິງຕາຍ ​
ແລະ​ທ້າວ Dzhokhar ​ແລ່ນ​ຫລົບໜີ​ໄປ​ລີ້​ຢູ່​ໃນ​ເຮືອ ຢູ່​ເດີ່ນ​ຫລັງ​ບ້ານ​ຂອງ​ເຮືອນ​ຫລັງ​ນຶ່ງ. ການ​ຈັບ​ໂຕ​ຜູ້​ຕ້ອງ​ສົງ​ໄສ​ຄົນທີ​ສອງ​ໄດ້​ພາ​ໃຫ້​ມີ​ການ​ສະຫລອງ​ສະ​ແດງ​ຄວາມ​ດີ​ໃຈ ຢ່າງ​ ໃຫຍ່ ຢູ່​ໃນ​ເມືອງ Watertown ບ່ອນ​ເຂົາ​ຖືກ​ຈັບ​ນັ້ນ.

ປະຊາຊົນຜູ້ຢືນເບິ່ງ ພາກັນສົ່ງສຽງໂຮເຊຍ ຕໍາຫລວດ ແລະ​ເຈົ້າ​ໜ້າ​ທີ່ FBI ຂະນະທີ່
ເຂົາເຈົ້າຂັບລົດ ​ເອົາ​ໂຕ ​ທ້າວ Dzhokhar ອອກ​ຈາກເມືອງ Watertown ໄປ.

ປະຊາຊົນ​ກໍ​ພາກັນ​ສະຫລອງ​ເຊ່ນ​ກັນ ໃນ​ນະຄອນບ​ອສຕັນ ບ່ອນ​ທີ່​ມີສາມ​ຄົນ​ເສຍ​ຊີວິດ​
ໃນ​ເຫດ​ລະ​ເບີດ​ສອງ​ບັ້ນຕິດໆ​ກັນ ທີ່ ​ທ້າວ Dzhokhar ກັບ​ອ້າຍ​ ​ເປັນ​ຄົນ​ເອົາ​ໄປ​ວາງ​ໄວ້
ຢູ່​ແຄ​ມທາງ​ແລ່ນ​ມາຣາທອນ ​ໃກ້​ກັບ​ເສ້ນ​ໄຊ ​ໃນ​ມື້​ວັນ​ຈັນ​ນັ້ນ. ມີ​ຫລາຍ​ກ່ວາ 170 ​ໄດ້​ຮັບ​ບາດ​ເຈັບ ຫລາຍໆ​ຄົນ​ມີ​ອາການ​ສາຫັດ ​ແຂນ​ກຸດ​ຂາ​ຂາດ​ກໍ​ມີ.

China-WHO-Bird Flu
please wait
Embed

No media source currently available

0:00 0:00:41 0:00


ໃນການຖະແຫລງຕໍ່ບັນດານັກຂ່າວຢູ່ທໍານຽບຂາວຄືນວັນສຸກ ຫລັງຈາກຜູ້ຕ້ອງສົງໄສຖືກ ຈັບໄດ້ນັ້ນ ປະທານາທິບໍດີ Barack Obama ກ່າວ ວ່າ ປະເທດຊາດເປັນໜີ້ ປະຊາຊົນ
ແຫ່ງເມືອງເມືອງ Boston ແລະ ລັດ Massachusett ແລະບັນດາຜູ້ທີ່ທ່ານເອີ້ນວ່າ ເຈົ້າໜ້າທີ່ປະຕິບັດກົດໝາຍມືອາຊີບ ທີ່ປະຕິບັດງານຢ່າງດີເລີດ.

ທ່ານໂອບາມາ ກ່າວວ່າ ຜູ້ວາງລະເບີດທັງສອງປະສົບກັບຄວາມລົ້ມແຫລວ ກໍຍ້ອນວ່າ
ປະຊາຊົນອາເມຣິກັນບໍ່ຍອມກົ້ມຫົວ ໃຫ້ແກ່ການກໍ່ການຮ້າຍ. ​ແຕ່​ທ່ານ​ກ່າວຕື່ມ​ວ່າ ຍັງ​ຈະ​ຕ້ອງ​ໄດ້​ຖ້​າ​ເບິ່ງ​ອີກ​ຢູ່​ວ່າ ການວາງ​ລະ​ເບີດ​ນັ້ນ​ເກີດ ຂຶ້ນ​ໄດ້​ແນວ​ໃດ ​ແລະ​ຍ້ອນ​ຫຍັງ?

ຕໍາຫລວດ​ໄດ້​ລະບຸ​ຊື່​ຜູ້​ຕ້ອງ​ສົງ​ໄສ​ສອງອ້າຍນ້ອງ​ ​ໃນ​ຕອນແລງວັນ​ພະຫັດ ຫລັງ​ຈາກ FBI ​ເອົາ​ຮູບ​ຂອງ​ທັງ​ສອງ​ຄົນ​ ຈາ​ກກ້ອງ​ວົງ​ຈອນ​ປິດ ​ອອກ​ເຜີຍ​ແຜ່ ​ໃນ​ຄວາມ​ຫວັງ​ວ່າ ຈະ​ມີ​ຄົນ​ຈື່​ພວກ​ກ່ຽວ​ໄດ້. FBI ກ່າວ​ວ່າ​ ຕົນ​ມີ​ຮູບ​ວີ​ດິ​ໂອ​ຂອງ​ທ້າວ Dzhokhar ​ເອົາ​ຖົງ​ເປ້ ​ໄປ​ວາງ​ໄວ້​ຢູ່​ແຄມ​ທາງ ກ່ອນ​ເກີດ​ເຫດ​ລະ​ເບີ​ດ.

ທ້າວ Tamerlan ຜູ້​ອ້າຍ​ໄດ້​ຖືກ​ຍິງ​ຕາຍ ​ໃນ​ການ​ຍິງ​ຕໍ່ສູ້ກັນ​ກັບ​ຕໍາຫລວດ ຫລັງ​ຈາກ​ທີ່​ທັງ​ສອງ​ຄົນ​ໄດ້​ສັງຫານ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ມະຫາ​ວິ​ທະຍາ​ໄລເທັກ​ໂນ​ໂລ​ຈີ​ຂອງ​ລັດ​ແມ​ສຊາ​ຈູ​ແຊັສ ຫລື MIT​. ຕໍາຫລວດ​ກ່າວ​ວ່າ ທັງ​ສອງ​ຍັງ​ໄດ້​ຈີ້​ລົດ​ຄັນ​ນຶ່ງ​ໄປ ​ແລະ​ແກ່ວ​ງລະ​ເບີດ​ໃສ່​ຕໍາຫລວດ ​ໃນ​ລະຫວ່າງ​ການ​ໄລ່​ລ່າ​ກັນ​ນັ້ນ.

ທັງ​ສອງອ້າຍນ້ອງ​ເປັນ​ຊາວ Chechnia ​ທີ່ເຂົ້າມ​ຢູ່​ສະຫະລັດ​ໃນ​ເຂດ ນະຄອນ​ບອສຕັນ ຕັ້ງ​ແຕ່​ຍັງ​ນ້ອຍ.

Boston
please wait
Embed

No media source currently available

0:00 0:02:24 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG