ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຕ້ອງສົງໄສວາງລະເບີດ ທີ່ບອສຕັນ ມີອາການສາຫັດ (ວີດິໂອ)


ເດັກຍິງເບິ່ງສິ່ງຂອງໄວ້ອາໄລ ໃຫ້ແກ່ພວກເຄາະຮ້າຍ ຈາກການວາງລະເບີດ ທີ່ປະຊາຊົນເອົາໄປວາງໄວ້ ຢູ່ຖະໜົນ Boylston ໃນນະຄອນບອສຕັນ.
ເດັກຍິງເບິ່ງສິ່ງຂອງໄວ້ອາໄລ ໃຫ້ແກ່ພວກເຄາະຮ້າຍ ຈາກການວາງລະເບີດ ທີ່ປະຊາຊົນເອົາໄປວາງໄວ້ ຢູ່ຖະໜົນ Boylston ໃນນະຄອນບອສຕັນ.
ຜູ້​ຕ້ອງ​ສົງ​ໄສ​ໃນ​ເຫດການ​ວາງລະເບີດ​ຢູ່​ງານ​ແຂ່ງ​ແລ່ນ​ມາຣາທອນ ​ທີ່​ນະຄອນ​ບອສຕັນ ລັດ​ແມ​ສຊາຈູ​ແຊັສ ທີ່​ຖືກ​ຈັບ​ໄດ້ ທ້າວ Dzhokhar Tsarnaev ມີ​ອາການ​ສາຫັດແລະ​ ເວລາ​ນີ້​ຖືກ​ຄວບຄຸມ​ໂຕ​ໄວ້ ພາຍ​ໃຕ້​ການ​ເຝົ້າ​ຍາມ​ຢ່າງ​ໜາ​ແໜ້ນ ຢູ່​ໂຮງໝໍ​ແຫ່ງ​ນື່ງ​ໃນ​ນະຄອນ​ບອສຕັນ.

ຕໍາຫລວດຈັບທ້າວ Dzhokhar ​ໄດ້​ໃນ​ຄືນ​ວັນ​ສຸກ​ຜ່ານ​ມາ ຫລັງ​ຈາກ​ການ​ຕາມ​ລ່າ​ໂຕ​ເປັນ​ເວລາ 24 ຊົ່ວ​ໂມງ. ຜູ້ກ່ຽວ​ຖືກ​ຈັບ​ໄດ້ຢູ່ເຮືອນ ຫລັງນຶ່ງ ໃນເມືອງ Watertown ເຂດ​ຊານ​ເມືອງ​ບອສຕັນ. ທ້າວ Dzhokhar ໄດ້​ເຂົ້າໄປລີ້ຢູ່ໃນເຮືອນ້ອຍລໍານຶ່ງ ທີ່ ຈອດໄວ້ຢູ່ເດີ່ນຫລັງ ບ້ານ ຊຶ່ງ​ເຈົ້າຂອງ​ເຮືອນ​ໄດ້​ໄປ​ພົບ​ເຂົ້າ ​ແລ້ວ​ໂທບ​ອກຕໍາຫລວດ.

ຕໍາຫລວດ​ເວົ້າ​ວ່າ ທ້າວ Dzhokhar ທີ່​ກ່າວ​ກັນ​ວ່າ ບາດ​ເຈັບເລືອດ​ໄຫລ​ໜັກໃນ​ເວລາ​ທີ່​
ຖືກ​ຈັບ​ນັ້ນ ບໍ່​ຢູ່​ໃນ​ສະພາບ​ທີ່​ຈະ​ຕອບ​ຄໍາ​ຖາມ​ໃດໆ​ໄດ້ ກ່ຽວ​ກັບ​ວ່າ ​ເປັນ​ຫັຍ​ງ​ເຂົາ​ແລະ​ອ້າຍ
ທ້າວ Tamerlan ທີ່ເສຍ​ຊີວິດ​ແລ້ວ​ນັ້ນ ຈຶ່ງ​ໄດ້​ວາງ​ລະ​ເບີດ​ສອງ​ລູກຢູ່​ບ່ອນແຂ່ງແລ່ນມາຣາ
ທອນ​ເມື່ອ​ວັນ​ຈັນ​ຜ່ານ​ມາ​ນັ້ນ ທີ່​ໄດ້ເອົາ​ຊີວິດ 3 ຄົນແລະ​ເຮັດ​ໃຫ້ 176 ຄົນ​ໄດ້​ຮັບບາດເຈັບ.


ບັນດາ​ໄອ​ຍະ​ການ​ລັດຖະບານ​ກາງ​ສະຫະລັດ ຍັງ​ກໍາລັງ​ຕັດສິນ​ໃຈ​ຢູ່​ ກ່ຽວ​ກັບ​ວ່າ ຈະ​ຕັ້ງ​ຂໍ້​ກ່າວ​ຫາອັນ​ໃດ​ໃສ່​ສອງອ້າຍ​ນີ້. ທາງ​ຝ່າຍ​ຫ້ອງການ​ທະນາຍ​ຄວາມ​ຂອງ​ລັດຖະບານ​ກາງ​
ທີ່​ຕໍ່ສູ້ຄະດີໃຫ້​ພວກ​ຄົນ​ທຸກ​ນັ້ນ ເວົ້າ​ວ່າ ຕົນ​ຈະ​ວ່າຄວາມ​ໃຫ້​ ທ້າວ Dzhokhar.

​ໂດຍ​ທີ່​ທີ່​ຜູ້​ຕ້ອງສົງໄສ​ຄົນ​ນຶ່ງ​ຕາຍ​ໄປ​ແລ້ວ ​ແລະ​ອີກ​ຄົນ​ນຶ່ງ​ຖືກ​ຈັບ​ນັ້ນ ຊາວ​ນະຄອນ​ບອສ
ຕັນ ກໍ​ພາກັນ​ຫາຍ​ໃຈ​ໂລ່ງ​ເປັນ​ເທື່ອ​ທໍາ​ອິດ​ໃນ​ໄລຍະເກືອບນຶ່ງ​ອາທິດ​ຜ່ານ​ມາ ​ໃນ​ວັນ​ເສົາ​ວານ​ນີ້.

ວີດິໂອ: ເມືອງ Watertown ກັບຄືນສູ່ສະພາບປົກກະຕິແລ້ວ:

Watertown Bounces Back
please wait

No media source currently available

0:00 0:01:31 0:00
ລິງໂດຍກົງ


XS
SM
MD
LG