ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ກ່າວວ່າ
ວັນຄົບຮອບນຶ່ງປີ ຂອງການວາງລະເບີດ ທີ່ຮ້າຍແຮງຢູ່ບ່ອນ
ແລ່ນມາລາທອນ ທີ່ນະຄອນ Boston ບໍ່ພຽງແຕ່ເປັນວັນ
ສຳຄັນ ສຳລັບບັນດາຜູ້ລອດຊີວິດເທົ່ານັ້ນ ແຕເປັນມື້ສຳຄັນ
ສຳຫລັບສະຫະລັດ ທັງໝົດປະເທດ.
ລະເບີດສອງລູກ ທີ່ບັນດາເຈົ້າໜ້າທີ່ກ່າວວ່າ ໄດ້ຖືກເອົາໄປ
ວາງໄວ້ຢູ່ເສັ້ນໄຊຂອງການແລ່ນມາລາທອນ ໂດຍສອງ
ອ້າຍນ້ອງຊາວ Chechen ນາມສະກຸນ Tsamaev ຄື
ທ້າວ Tamerlan ແລະ ທ້າວ Dzhokhar ນັ້ນ ໄດ້ເຮັດໃຫ້
ມີຜູ້ເສຍຊີວິດສາມຄົນ ແລະໄດ້ຮັບບາດເຈັບກວ່າ 250 ຄົນ.
ໃນການກ່າວ ໃນວັນອັງຄານວານນີ້ ທີ່ ນະຄອນ Boston ໃນພິທີຄົບຮອບນັ້ນ ທ່ານ
Biden ໄດ້ເອີ້ນບັນດາຜູ້ລອດຊີວິດຈາກການໂຕມຕີນັ້ນວ່າ “ຫລັກຖານທີ່ຍັງມີຊີວິດຢູ່”
ທີ່ສະແດງໃຫ້ເຫັນວ່າ ອາເມຣິກາ ຈະບໍ່ມີວັນ “ຖືກຜາບແພ້.” ແລະທ່ານກໍມີຄຳຖະ
ແຫລງຄ້າຍຄືກັນ ສຳຫລັບບັນດາຜູ້ທີ່ວາງແຜນທີ່ຈະແລ່ນມາລາທອນ ໃນປີ 2014 ນີ້.
ທ່ານກ່າວວ່າ : “ແລະໃນວັນຈັນໜ້າ ຄືວັນທີ່ 21 ເມສາ ຊຶ່ງເປັນວັນຮັກຊາດ ຫລື Patriot’s Day ນັ້ນ ຂ້າພະເຈົ້າໄດ້ຮູ້ມາວ່າ ຈະມີຮອດ 36,000 ພັນຄົນ ພາກັນລຽນແຖວຢູ່ບ່ອນເລີ້ມແລ່ນມາລາທອນ ເວລານັ້ນ ແມ່ນພວກທ່ານຈະສົ່ງສຽງທີ່ດັງກ້ອງກັງວານໄປທົ່ວໂລກ ໄປເຖິງ ບໍ່ພຽງແຕ່ຊົນຊາດອື່ນໆຢູ່ໃນທົ່ວໂລກເທົ່ານັ້ນ ແຕ່ໄປເຖິງພວກກໍ່ການຮ້າຍນຳວ່າ ພວກເຮົາຈະບໍ່ຍອມກົ້ມຫົວໃຫ້ ພວກເຮົາຈະບໍ່ຂີ້ຂາດຕາຂາວ. ອາເມຣິກາ ຈະບໍ່ມີວັນຍິນຍອມເປັນອັນຂາດ. ພວກເຮົາແມ່ນ Boston. ພວກເຮົາແມ່ນ ອາເມຣິກາ. ພວກເຮົາຕອບໂຕ້ ພວກເຮົາອົດທົນ ພວກເຮົາເອົາຊະນະອຸບປະສັກ ແລະເສັ້ນໄຊເປັນຂອງພວກເຮົາ.”
ເຈົ້າຄອງກຳແພງນະຄອນບອສຕັນ ທ່ານ Martin Walsh ແລະ ຜູ້ປົກຄອງລັດ
Massachusetts ທ່ານ Deval Patrick ກໍໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ ພ້ອມດ້ວຍ
ບັນດາຜູ້ລອດຊີວິດຈາກລະເບີດແຕກ ຄອບຄົວຜູ້ເຄາະຮ້າຍ ແລະບັນດາພະນັກງານ
ການແພດ.

ພາບຈາກພິທີຄົບຮອບ ການວາງລະເບີດຢູ່ບອສຕັນ
1/8
Roses hang on a lamp post near the site of the second bomb blast on the one-year anniversary of the Boston Marathon bombings iN Massachusetts, April 15, 2014.
It has been one year since twin bombs exploded near the finish line of the annual Boston Marathon, killing three people and injuring more than 260 others.
2/8
Kevin Brown puts up a handmade memorial for victims of the 2013 Boston Marathon bombings near the race's finish line in Massachusetts, April 15, 2014.
It has been one year since twin bombs exploded near the finish line of the annual Boston Marathon, killing three people and injuring more than 260 others.
3/8
Family members of the victims of the 2013 Boston Marathon bombings are joined by Massachusetts Governor Deval Patrick (wearing a baseball cap, left) and Boston Mayor Marty Walsh (3rd right) as they walk to the finish line, April 15, 2014.
It has been one year since twin bombs exploded near the finish line of the annual Boston Marathon, killing three people and injuring more than 260 others.
4/8
Security personnel walk across the Boston Marathon finish line prior to a remembrance ceremony for family members and survivors of the 2013 Boston Marathon bombing, on Boylston Street, April 15, 2014.
It has been one year since twin bombs exploded near the finish line of the annual Boston Marathon, killing three people and injuring more than 260 others.
5/8
Police on bikes cycle across the Boston Marathon finish line prior to a remembrance ceremony for family members and survivors of the 2013 Boston Marathon bombings on Boylston Street, April 15, 2014.
It has been one year since twin bombs exploded near the finish line of the annual Boston Marathon, killing three people and injuring more than 260 others.
6/8
A law enforcement official searches a man near the finish line of the Boston Marathon in anticipation of the arrival of Vice President Joe Biden, April 15, 2014.
It has been one year since twin bombs exploded near the finish line of the annual Boston Marathon, killing three people and injuring more than 260 others.
7/8
These photos were taken April 15, 2013 and April 14, 2014. The 2013 photo shows medical workers aiding injured people on Boylston Street near the finish line of the 2013 Boston Marathon following two bomb explosions, and nearly a year later traffic flowing on the same street.
It has been one year since twin bombs exploded near the finish line of the annual Boston Marathon, killing three people and injuring more than 260 others.
8/8
These photos were taken April 15, 2013 and April 14, 2014. The photo from 2013 shows medical workers aiding injured people along Boylston Street after the first of two bombs exploded near the finish line of the 2013 Boston Marathon.
It has been one year since twin bombs exploded near the finish line of the annual Boston Marathon, killing three people and injuring more than 260 others.
Previous slide
Next slide