ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ ບອສເນຍ ຍອມຮັບເອົາ ການຕັດສິນ ທ້າວ ມລາດິຊ໌ ວ່າ ເປັນອາດຊະຍາກອນສົງຄາມ


Bosnians Welcome Mladic Conviction
please wait

No media source currently available

0:00 0:02:47 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້.

ທ້າວ ຣັດໂກ ມລາດິຊ໌ ອະດີດນາຍພົນ ທີ່ຮັບຜິດຊອບກອງກຳລັງ ບອສເນຍ ເຊີເບຍ
ໃນລະຫວ່າງສົງຄາມແຫຼມ ບານກັງ ໃນຕົ້ນຊຸມປີ 1990 ໄດ້ຖືກຕັດສິນມີຄວາມຜິດໃນ
ຂໍ້ຫາ 10 ກະທົງ ກ່ຽວກັບ ການຂ້າລ້າງເຜົ່າພັນ, ອາຊະຍາກຳຕໍ່ມວນມະນຸດ ແລະ
ອາຊະຍາກຳສົງຄາມ ທີ່ສານຍຸຕິທຳລະຫວ່າງປະເທດໃນນະຄອນ ເຮັກ ປະເທດ
ໂຮນລັງ. ລາວໄດ້ຖືກຂັງຄຸກຕະຫຼອດຊີວິດ.

ໃນການໃຫ້ລາຍລະອຽດນັ້ນ, ປະທານຜູ້ພິພາກສາ, ທ່ານ ອາລຟອນສ໌ ໂອຣີ ໄດ້ອ່ານ
ເລື່ອງໂທດອາຊະຍາກຳຕ່າງໆທີ່ທ້າວ ມລາດິຊ໌ ໄດ້ເປັນຜູ້ວາງແຜນ ໃນລະຫວ່າງສົງ
ຄາມ ບອສເນຍ.

“ໃນວັນທີ 13 ແລະ 14 ເດືອນກໍລະກົດ 1995, ຊາວ ບອສເນຍ ແລະ ຜູ້ຊາຍມຸສລິມ
ລວມທັງເດັກນ້ອຍ ແລະ ຜູ້ເຖົ້າທີ່ບໍ່ມີອາວຸດປະມານ 1,000 ຄົນໄດ້ຖືກຂ້າຕາຍໃນ
ໂຮງເກັບສິນຄ້າ ຄຣາວິກາ. ໃນວັນທີ 16 ກໍລະກົດ 1995 ປະຊາຊົນໃນລະຫວ່າງ
1,000 ແລະ 1,200 ຄົນໃນນາມຂອງກອງທັບ ບຣາເຈໂວ ໄດ້ຖືກຂ້າຕາຍ ພ້ອມກັນ.”

ແລະ ລາຍຊື່ຕ່າງໆກໍຍັງມີຕໍ່ໄປອີກ.

ຫົວໜ້າກອງທັບ ບອສເນຍ ເຊີເບຍ ທ້າວ ຣັດໂກ ມລາດິຊ໌ ໄດ້ຮ້ອງດ່າຢ່າງຮຸນແຮງໃນ
ການພິຈາລະນາອາຊະຍາກຳສົງຄາມ ຢູໂກສລາເວຍ ທີ່ເມືອງ ເຮັກ ປະເທດ ໂຮນລັງ,
ໃນວັນທີ 22 ພະຈິກ 2017.

ຜູ້ທີ່ຖືກເອີ້ນວ່າ “ເພັດສະຄາດແຫ່ງ ບອສເນຍ” ໄດ້ຖືກນຳຕົວອອກໄປຈາກຄອກຈຳເລີຍ
ກ່ອນການຕັດສິນໄດ້ຖືກປະກາດ, ຫຼັງຈາກລາວໄດ້ຮ້ອງໃສ່ຜູ້ພິພາກສາວ່າ, “ມັນແມ່ນ
ຄວາມຂີ້ຕົວະ, ທຸກຢ່າງທີ່ເຈົ້າໄດ້ເວົ້າໃນຫ້ອງສານແຫ່ງນີ້ແມ່ນຄວາມຂີ້ຕົວະໝົດ.”

ທ້າວ ຣັດໂກ ມລາດິຊ໌ ໄດ້ນຳພາກອງກຳລັງ ບອສເນຍ ເຊີເບຍ ໃນລະຫວ່າງສົງຄາມ
ບອສເນຍ ປີ 1992 ຫາ 1995, ບ່ອນທີ່ມືປືນລອບຍິງ ແລະ ປືນໃຫຍ່ໄດ້ໂຈມຕີໃສ່ຕົວ
ເມືອງ ແລະ ຕັດຂາດສະບຽງຕ່າງໆ, ເຮັດໃຫ້ປະຊາຊົນຫຼາຍພັນຄົນເສຍຊີວິດ.

ບັນດາຜູ້ພິພາກສາຍັງຄົ້ນພົບວ່າ ທ້າວ ມລາດິຊ໌, “ໄດ້ປະກອບສ່ວນຢ່າງສຳຄັນ” ຕໍ່ການ
ຂ້າຄົນຢ່າງຫຼວງຫຼາຍທີ່ເມືອງ ສເຣເບຣນິກາ ເວລາທີ່ຜູ້ຊາຍ ແລະ ເດັກຊາຍມຸສລິມຫຼາຍ
ກວ່າ 7,000 ຄົນໄດ້ຖືກຄາດຕະກຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG