ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ບອສເນຍ ​ລະນຶກ​ເຖິງ ວັນ​ຄົບຮອບ 17 ປີ ຂອງ​ການ ​ສັງຫານ​ໝູ່ ທີ່ Srebrenica


Bosnia-Herzegovina ລະນຶກເຖິງວັນຂີດໝາຍຄົບຮອບ 17 ຂອງເຫດການສັງໝູ່ Srebrenica ຊາຍຊາວມຸສລິມ ນ້ອຍໃຫຍ່ 8,000 ຄົນ ໂດຍທະຫານ Bosnian Serb ເມື່ອ ເດືອນ July 1995 ນັ້ນ.
Bosnia-Herzegovina ລະນຶກເຖິງວັນຂີດໝາຍຄົບຮອບ 17 ຂອງເຫດການສັງໝູ່ Srebrenica ຊາຍຊາວມຸສລິມ ນ້ອຍໃຫຍ່ 8,000 ຄົນ ໂດຍທະຫານ Bosnian Serb ເມື່ອ ເດືອນ July 1995 ນັ້ນ.

​ເມື່ອ​ວັນ​ພຸດ​ມື້​ນີ້ ​ບອສ​ເນຍ-​ເຮີ​ເຊ​ໂກ​ວີນາ ​ໄດ້​ລະນຶກ​ເຖິງວັນ​ຂີດ​ໝາຍຄົບ ຮອບ 17 ປີ ຂອງ​ການ​ສັງຫານ​ໝູ່ ພວກ​ຜູ້​ຊາຍ​ໃຫຍ່​ແລະ​ນ້ອຍ​ຊາວ​ມຸສ ລິ​ມ 8,000 ຄົນ ທີ່​ເມືອງ Srebrenica ດ້ວຍ​ນໍ້າມື​ຂອງ​ກໍາລັງ​ທະຫານ ​ຂອງ​ພວກເຊີ​ເບຍ​ໃນ​ບອສ​ເນຍນັ້ນ.

ປະຊາຊົນ​ຈາກ​ທົ່ວ​ປະ​ເທດ ​ແລະ​ແຫ່ງ​ອື່ນໆ ​ໄດ້​ໄປເຕົ້າ​ໂຮມ​ກັນ​ຢູ່​ໃກ້​ເມືອງ ດັ່ງກ່າວ ທີ່​ຕັ້ງ​ຢູ່​ກໍ້າ​ຕາ​ເວັນ​ອອກ​ຂອງ​ບອສ​ເນຍ ອັນ​ເປັນ​ບ່ອນ​ທີ່​ມີ​ການ​ສັງ​ໝູ່​ທີ່​ຮ້າຍ​ແຮງ​ທີ່​ສຸດໃນ​ຢູ​ໂຣບ ນັບ​ຕັ້ງ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ່​ສອງ​ເປັນ​ຕົ້ນ​ມາ.

ພິທີທີ່​ສຳຄັນ​ສຸດ ກໍ​ຄື​ພິທີຝັງຊາກ​ສົບ​ຂອງ​ພວກ​ເຄາະ​ຮ້າຍ 520 ຄົນທີ່ຫາ​ກໍ​ຄົ້ນ​ພົບແລະ​ລະບຸຊື່​ໄດ້​ເມື່ອ​ບໍ່​ດົນ​ມາ​ນີ້. ພວກ​ຈັດ​ພິທີການ​ດັ່ງກ່າວ​ຄາດ​ວ່າ ຈະ​ມີ​ຄົນໄປ​ຮ່ວມ​ຫຼາຍກວ່າ 30,000 ຄົນ.

ທ່ານ ບາຣັກ ​ໂອ​ບາ​ມາ ​ປະທານາ​ທິບໍດີ​ສະຫະລັດ ​ໄດ້​ເອີ້ນການ​ສັງຫານ​ໝູ່ທີ່​ເມືອງ Srebrenica ວ່າ​ເປັນ​ການ​ຂ້າ​ລ້າງເຊື້ອຊາດ​ທີ່​ໄຮ້​ຢາງ​ອາຍ​ທີ່ສ້າງ​ຄວາມ​ຕື່ນ​ຕົກ​ໃຈໄປ​ທົ່ວ​ໂລກ​ນັ້ນ. ທ່ານໂອ​ບາ​ມາ ​ໄດ້​ອອກ​ຖະ​ແຫຼງ ການ​ສະບັບ​ນຶ່ງ ບໍ່​ຮັບ​ຮູ້​ຄວາມ​ພະຍາຍາມ​ໃດໆ​ທີ່​ປະຕິ​ເສດ​ວ່າການ​ເຂັ່ນຂ້າ ດັ່ງກ່າວ​ບໍ່​ແມ່ນ​ການ​ຂ້າ​ລ້າງເຊື້ອ​ຊາດນັ້ນ..

ທ່ານ Milorad Dodik ຜູ້​ນໍາຊາວ​ເຊີ​ເບຍ​ໃນ Bosnia ແລະ ທ່ານ Tomislav Nikolic ປະທານາທິບໍດີ​ຄົນ​ໃໝ່​ຂອງ Serbia ​ໄດ້​ເອີ້ນ​ການ​ສັງຫານ​ໝູ່ທີ່​ເມືອງ Srebrenica ​ວ່າ ເປັນ​ອາດຊະ​ກໍາຂຸມຝັງ​ສົບ ບໍ່​ແມ່ນ​ການ​ຂ້າ​ລ້າງເຊື້ອຊາດ​ເຜົ່າ​ພັນ.

XS
SM
MD
LG