ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບໍເຣລ ກ່າວວ່າ 'ສະຖານະການດ້ານມະນຸດສະທຳ ບໍ່ສາມາດຮ້າຍແຮງໄປກວ່ານີ້ໄດ້ອີກແລ້ວ' ໃນເຂດກາຊາ


ທັດສະນີຍະພາບທົ່ວໄປຂອງຄ້າຍພັກເຊົາຂອງຊາວປາແລັສໄຕນ໌, ໃນຂະນະທີ່ຄວັນໄຟໄດ້ລອຍຂຶ້ນ ຢູ່ໄກໆ ເນື່ອງຈາກການປະຕິບັດການພາກພື້ນດິນຂອງອິສຣາແອລ ໃນເມືອງ ຄານ ຢູນິສ ທ່າມກາງຄວາມຂັດແຍ້ງທີ່ຍັງດຳເນີນຢູ່ໃນພາກໃຕ້ຂອງເຂດກາຊາ,​ ວັນທີ 22 ມັງກອນ 2024.
ທັດສະນີຍະພາບທົ່ວໄປຂອງຄ້າຍພັກເຊົາຂອງຊາວປາແລັສໄຕນ໌, ໃນຂະນະທີ່ຄວັນໄຟໄດ້ລອຍຂຶ້ນ ຢູ່ໄກໆ ເນື່ອງຈາກການປະຕິບັດການພາກພື້ນດິນຂອງອິສຣາແອລ ໃນເມືອງ ຄານ ຢູນິສ ທ່າມກາງຄວາມຂັດແຍ້ງທີ່ຍັງດຳເນີນຢູ່ໃນພາກໃຕ້ຂອງເຂດກາຊາ,​ ວັນທີ 22 ມັງກອນ 2024.

ຫົວໜ້າ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ທ່ານ ໂຈເຊບ ບໍເຣລ (Josep Borrell) ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ວິທີ​ທີ່​ອິສຣາ​ແອ​ລ ເຮັດ​ສົງຄາມ​ກັບ​ກຸ່ມ ຮາມາສ ​ໃນ​ເຂດ ກາຊາ ຄື "ການສ້າງ​ຄວາມ​ກຽດ​ຊັງ​ໃຫ້​ແກ່​ຫຼາຍຊ່ວງອາຍຸຄົນ."

ທ່ານ ບໍເຣລ ​ກ່າວກ່ອນ​ການ​ເຈ​ລະ​ຈາທີ່ແຍກຕ່າງຫາກ ຂອງ​ລັດ​ຖະ​ມົນ​ຕີ ອີຢູ ທີ່ຈະ​ຈັດ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອິ​ສ​ຣາ​ແອລ ທ່ານ ອິສຣາແອລ ແຄທຊ໌ (Israel Katz) ແລະ​ນັກ​ການ​ທູດ​ສູງ​ສຸດ​ ຂອງປາ​ແລັ​ສ​ໄຕນ໌ ທ່ານ ຣິຢາດ ອັລ-ມາລິກີ (Riyad al-Maliki).

ທ່ານ ບໍເຣລ ກ່າວຕໍ່ບັນດານັກຂ່າວວ່າ "ພວກເຮົາຮູ້ຢູ່ໃນໃຈວ່າ ກຸ່ມຮາມາສ ແມ່ນຫຍັງ, ສິ່ງທີ່ ກຸ່ມຮາມາສ ໄດ້ເຮັດ, ແລະແນ່ນອນວ່າ ພວກເຮົາປະຕິເສດແລະພວກເຮົາປະນາມ." "ແຕ່ສັນຕິພາບ ແລະສະຖຽນລະພາບ ບໍ່ສາມາດສ້າງຂຶ້ນໄດ້ ໂດຍວິທີການທາງທະຫານເທົ່ານັ້ນ, ແລະບໍ່ແມ່ນດ້ວຍວິທີການສະເພາະທາງທະຫານ ໃນຮູບແບບນີ້."

ທ່ານ ບໍເຣລ ​ແມ່ນ​ນຶ່ງ​ໃນ​ບັນດາ​ເຈົ້າ​ໜ້າ​ທີ່​ຝ່າຍ​ຕາ​ເວັນ​ຕົກ ທີ່​ໄດ້​ຕຳ​ໜິຕິຕຽນ ​ຕໍ່ຈຳນວນ​ພົນລະ​ເຮືອນ​ທີ່​ເສຍ​ຊີວິດ​ຢູ່​ໃນ​ເຂດ ກາຊາ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ທີ່ດຳເນີນການໂດຍ​ກຸ່ມ ຮາມາສ ໃນ​ເຂດ ກາຊາ ກ່າວ​ວ່າ ຊາວປາ​ແລັ​ສ​ໄຕ​ນ໌ຢ່າງ​ນ້ອຍ​ 25,105 ຄົນ ​ໄດ້ຖືກສັງຫານ, ​ເຊິ່ງສ່ວນໃຫຍ່ແມ່ນ​ແມ່​ຍິງ ແລະ​ເດັກ​ນ້ອຍ. ກະຊວງ​ດັ່ງກ່າວ​ ບໍ່​ໄດ້​ລະບຸ​ຈຳນວນຂອງ​ພົນລະ​ເຮືອນ ​ແລະ​ນັກລົບຂອງ​ກຸ່ມ ຮາມາສ ​ຢູ່ໃນ​ຈຳນວນ​ຜູ້​ເສຍ​ຊີວິດ.

ທ່ານ ບໍເຣລ ກ່າວວ່າ "ສະຖານະການດ້ານມະນຸດສະທຳ ບໍ່ສາມາດຮ້າຍແຮງໄປກວ່ານີ້ໄດ້ອີກແລ້ວ." "ບໍ່ມີຄຳເວົ້າໃດ ທີ່ຈະອະທິບາຍໄດ້ວ່າ ສະຖານະການເປັນແນວໃດ, ຄົນຫຼາຍແສນຄົນ ບໍ່ມີຫຍັງເລີຍ, ບໍ່ມີທີ່ພັກອາໄສ, ບໍ່ມີອາຫານ, ບໍ່ມີຢາປົວພະຍາດ ແລະຢູ່ພາຍໃຕ້ລະເບີດ. ແລະທຸກໆມື້, ມີພົນລະເຮືອນທີ່ຖືກຂ້າຕາຍເປັນຈໍານວນຫຼວງຫຼາຍ."

ອິສຣາແອລ ໄດ້ຖິ້ມໂທດໃສ່ກຸ່ມ ຮາມາສ ທີ່ເຮັດໃຫ້ພົນລະເຮືອນ ຕົກຢູ່ໃນອັນຕະລາຍ, ໂດຍກ່າວວ່າ ກຸ່ມຫົວຮຸນແຮງດັ່ງກ່າວ ມີເຈດຕະນາ ດຳເນີນການເຄື່ອນໄຫວໃນເຂດທີ່ຢູ່ອາໄສ ແລະ ໃນເຄືອຂ່າຍຂອງອຸໂມງໃຕ້ດິນ.

ການ​ປະ​ທະ​ກັນ​ຢູ່​ເຂດ ກາຊາ ຍັງສືບ​ຕໍ່​ດຳ​ເນີນ​ໄປ​ໃນ​ວັນ​ຈັນ​ມື້​ນີ້ ໂດຍ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອິ​ສ​ຣາ​ແອ​ລ ທີ່​ແນເປົ້າ​ໃສ່​ພວກ​ຫົວ​ຮຸນ​ແຮງ ຮາມາສ ໃນ​ພາກ​ເໜືອ, ພາກ​ກາງ ແລະ​ພາກ​ໃຕ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG