ເຈົ້າໜ້າທີ່ການທູດລະດັບສູງຂອງສະຫະພາບ ຢູໂຣບ, ທ່ານໂຈເຊັບ ບໍແຣລ (Josep Borrell) ກ່າວວ່າ ສະມາຊິກ 27 ປະເທດຂອງກຸ່ມດັ່ງກ່າວໄດ້ເຫັນດີໂຈະຂໍ້ຕົກລົງກັບຣັດເຊຍ ຊຶ່ງໄດ້ເຮັດໃຫ້ຊາວຣັດເຊຍໄດ້ຮັບວີຊານັກທ່ອງທ່ຽວງ່າຍຂຶ້ນນັ້ນ ເພື່ອເປັນການລົງໂທດຕໍ່ການບຸກລຸກຢູເຄຣນຂອງມົສກູ ທີ່ບໍ່ໄດ້ມີການເກາະຜິດ.
ທ່ານບໍແຣລ (Borrell) ໄດ້ປະກາດການຕັດສິນໃຈດັ່ງກ່າວ, ເຊິ່ງຍັງບໍ່ທັນເຖິງຂັ້ນການຫ້າມອອກວີຊາທັງໝົດທີ່ບາງປະເທດພະຍາຍາມຢາກເຮັດ, ໃນວັນອັງຄານຜ່ານມາ ຫຼັງຈາກມື້ທີສອງຂອງກອງປະຊຸມລັດຖະມົນຕີຕ່າງປະເທດຂອງສະຫະພາບຢູໂຣບ ຫລື ອີຢູ (EU) ທີ່ນະຄອນຫຼວງຂອງເຊັກ.
ຂໍ້ຕົກລົງດ້ານວີຊາປີ 2007 ເພື່ອຜ່ອນຄາຍຂໍ້ກຳນົດການເຂົ້າເມືອງ EU ສຳລັບຊາວຣັດເຊຍ ໄດ້ຖືກໂຈະບາງສ່ວນໃນທ້າຍເດືອນກຸມພາຜ່ານມາ ທີ່ແນໃສ່ຜູ້ໃກ້ຊິດກັບປະທານາທິບໍດີ ຣັດເຊຍ, ທ່ານວລາດິເມຍ ປູຕິນ ເຊັ່ນ: ຄະນະຜູ້ແທນທາງການຂອງຣັດເຊຍ ແລະຜູ້ຖືໜັງສືຜ່ານແດນທາງການທູດ. ແຕ່ມັນ ເຮັດໃຫ້ອັນທີ່ເອີ້ນວ່າ "ຊາວຣັດເຊຍທີ່ເປັນຄົນທໍາມະດາສາມັນ" ບໍ່ໄດ້ຖືກແຕະຕ້ອງ ໂດຍອະນຸຍາດໃຫ້ພວກເຂົາເຈົ້າສືບຕໍ່ໄດ້ຮັບຜົນປະໂຫຍດດ້ານ ວີຊາຂອງສະຫະພາບຢູໂຣບ, ເຊັ່ນໃຊ້ເວລາລໍຖ້າແລະຄ່າໃຊ້ຈ່າຍທີ່ໜ້ອຍລົງ ແລະຂໍ້ຮຽກຮ້ອງໃຫ້ສະແດງເອກະສານຫນ້ອຍລົງໃນຂໍວີຊາ.
ບັນດາປະເທດທີ່ມີຊາຍແດນຕິດກັບຣັດເຊຍ ເຊັ່ນປະເທດແຄມທະເລບານຕິກ, ໂປແລນ, ແລະຟິນແລນ - ໄດ້ນຳພາການຫ້າມອອກວີຊາທີ່ເຂັ້ມງວດຂຶ້ນຕໍ່ນັກທ່ອງທ່ຽວຣັດເຊຍ. ໂດຍທີ່ການບໍລິການທາງອາກາດສຳລັບຖ້ຽວບິນຈາກຣັດເຊຍຖືກຫ້າມໂດຍ EU ຜູ້ເດີນທາງສ່ວນຫຼາຍແມ່ນໃຊ້ຊາຍແດນທາງບົກເພື່ອເດີນທາງໄປຍັງປະເທດອື່ນຂອງ EU.
ທ່ານບໍແຣລ (Borrell) ກ່າວວ່າ ຂໍ້ຕົກລົງດັ່ງກ່າວແມ່ນເພື່ອແນໃສ່ຍຸຕິຊາວຣັດເຊຍບໍ່ໃຫ້ "ຊື້ວີຊາ" ໂດຍການຍື່ນເອກະສານຂໍເດີນທາງກັບບັນດາປະເທດໃນກຸ່ມທີ່ກົດລະບຽບບໍ່ເຂັ້ມງວດ. ເມື່ອໄດ້ຮັບວີຊາເຂົ້າປະເທດ EU ແລ້ວ, ຜູ້ມີເອກະສານນັ້ນສາມາດເດີນທາງໄດ້ຢ່າງເສລີຢູ່ພາຍໃນເຂດເຊນເຈນ (Schengen) ຂອງ EU.
ການງົດສັນຍາດັ່ງກ່າວເຮັດໃຫ້ຂັ້ນຕອນການຂໍວີຊາຂອງສະຫະພາບຢູໂຣບສັບ ສົນຫຼາຍຂັ້ນ, ລາຄາແພງຂຶ້ນ, ແລະຜ່ານຂັ້ນຕອນຂໍອະນຸຍາດຈາກເຈົ້າໜ້າທີ່ຫຼາຍກວ່າເກົ່າ ພ້ອມທັງເພີ່ມເວລາລໍຖ້າການອະນຸມັດອີກດ້ວຍ, ອີງຕາມຄໍາສັ່ງແນະນໍາຂອງຄະນະກໍາມາທິການຢູໂຣບ.
ເຢຍຣະມັນ ແລະຝຣັ່ງ ໄດ້ນຳພາອີກຝ່າຍນຶ່ງຂອງການຖົກຖຽວນັ້ນອີກ ໂດຍກ່າວວ່າ ການຈຳກັດວີຊາໃຫ້ແກ່ຊາວຣັດເຊຍ ຈະມີຜົນສະທ້ອນກັບໃນທາງບໍ່ດີ ໃນຂະນະທີ່ EU ພະຍາຍາມຕໍ່ສູ້ເພື່ອ “ເອົາຊະນະໃຈ” ແລະ “ຄວາມຄິດ” ຂອງຊາວຣັດເຊຍ ທີ່ບໍ່ສະໜັບສະໜູນການຮຸກຮານຂອງມົສກູຕໍ່ຢູເຄຣນ.
ກີຢິບໄດ້ຮຽກຮ້ອງໃຫ້ກຸ່ມປະເທດນີ້ ຫ້າມອອກວີຊາໃຫ້ແກ່ຊາວຣັດເຊຍທັງໝົດ ເວັ້ນເສຍແຕ່ພວກຕໍ່ຕ້ານທາງການເມືອງເທົ່ານັ້ນ.