ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ບໍຣິສ ຈອນສັນ ຖອນໂຕອອກຈາກການແຂ່ງຂັນ ເປັນຜູ້ນຳພັກອານຸລັກນິຍົມຂອງ ອັງກິດ


ອະດີດນາຍົກລັດຖະມົນຕີອັງກິດ ທານບໍຣິສ ຈອນສັນ ຍ່າງຢູ່ສະໜາມບິນ ແກັດວິກ (Gatwick Airport), ໃກ້ໆກັບນະຄອນຫຼວງລອນດອນ ຂອງອັງກິດ, ວັນທີ 22 ຕຸລາ 2022.
ອະດີດນາຍົກລັດຖະມົນຕີອັງກິດ ທານບໍຣິສ ຈອນສັນ ຍ່າງຢູ່ສະໜາມບິນ ແກັດວິກ (Gatwick Airport), ໃກ້ໆກັບນະຄອນຫຼວງລອນດອນ ຂອງອັງກິດ, ວັນທີ 22 ຕຸລາ 2022.

ອະດີດນາຍົກລັດຖະມົນຕີ ບໍຣິສ ຈອນສັນ ໄດ້ຖອນໂຕອອກຈາກການແຂ່ງຂັນ ເພື່ອເປັນຜູ້ນຳຄົນຕໍ່ໄປຂອງອັງກິດ ໃນວັນອາທິດວານນີ້ ໂດຍກ່າວວ່າທ່ານໄດ້ ຮັບການສະໜັບສະໜຸນພຽງພໍທີ່ຈະກ້າວໜ້າໄປສູ່ຂັ້ນຕໍ່ໄປ ແຕ່ກໍໜ້ອຍກວ່າຄູ່ ແຂ່ງຜູ້ທີ່ນຳໜ້າໝູ່ຄືທ່ານ ຣີຊີ ຊູນາກ ອະດີດລັດຖະມົນຕີກະຊວງການເງິນ ອີງຕາມອົງການຂ່າວຣອຍເຕີສ.

ທ່ານຈອນສັນ ໄດ້ກ່າວໃນລະແຫລງການສະບັບນຶ່ງວ່າ “ມີໂອກາດດີຫຼາຍທີ່ຂ້າພະເຈົ້າຈະປະສົບຜົນສຳເລັດໃນການເລືອກຕັ້ງ ກັບບັນດາສະມາຊິກພັກອານຸລັກນິຍົມ ແລະຂ້າພະເຈົ້າອາດກັບຄືນໄປໃນຖະໜົນດາວນິ້ງ ໃນວັນສຸກນີ້.”

ທ່ານກ່າວຕໍ່ໄປວ່າ “ແຕ່ໃນຕະຫຼອດໄລຍະສອງສາມວັນຜ່ານມາ ເປັນທີ່ໜ້າໂສກເສົ້າ ຂ້າພະເຈົ້າສະຫລຸບໄດ້ວ່າ ອັນນີ້ບໍ່ເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດເລີຍ. ເຈົ້າບໍ່ສາມາດປົກຄອງໄດ້ຢ່າງມີປະສິດທິຜົນ ເວັ້ນເສຍແຕ່ວ່າ ເຈົ້າມີພັກທີ່ສາມັກຄີກັນ ໃນສະພາ.”

ທ່ານຈອນສັນ ຜູ້ທີ່ບໍ່ເຄີຍປະກາດຢ່າງເປັນທາງການໃນການລົງແຂ່ງຂັນເພື່ອກັບ ຄືນໄປຖະໜົນດາວນິ້ງ ໄດ້ໃຊ້ວັນທ້າຍສັບປະດາ ເພື່ອພະຍາຍາມໂນ້ມນ້າວບັນດາສະມາຊິກສະພາຫົວອານຸລັກນິຍົມໃຫ້ໜຸນຫຼັງທ່ານ ແລະໄດ້ກ່າວໃນວັນ ອາທິດວານນີ້ວ່າ ທ່ານໄດ້ຮັບການສະໜັບສະໜຸນ ຈາກພວກສະມາຊິກສະພາ 102 ຄົນ.

ທ່ານຕ້ອງການການສະໜັບສະໜຸນຈາກ 100 ຄົນພາຍໃນວັນຈັນມື້ນີ້ ເພື່ອຈະ ດຳເນີນການໃນຂັ້ນຕໍ່ໄປເຊິ່ງເຫັນໄດ້ວ່າ ທ່ານຈະປະເຊີນໜ້າໂດຍກົງກັບທ່ານ ຊູນາກ ໃນການລົງຄະແນນສຽງໂດຍບັນດາສະມາຊິກຂອງພັກອານຸລັກນິຍົມ 170,000 ຄົນ.

ທ່ານຊູນາກ ຜູ້ທີ່ໄດ້ລາອອກຈາກຕຳແໜ່ງລັດຖະມົນຕີກະຊວງການເງິນ ໃນເດືອນກໍລະກົດ ໄດ້ຊ່ອຍໃນການເຮັດໃຫ້ທ່ານຈອນສັນ ລົງຈາກຕຳແໜ່ງນັ້ນ ໄດ້ຜ່ານຂີດຈຳກັດຂອງການສະໜັບສະໜຸນຈາກບັນດາສະມາຊິກສະພາ 100 ສຽງທີ່ຕ້ອງການເພື່ອດຳເນີນການໃນຂັ້ນຕໍ່ໄປ ໂດຍໄດ້ຮັບການປະກາດສະໜັບ ສະໜູນໃນວັນອາທິດວານນີ້ຈຳນວນ 142 ສຽງ ອີງຕາມອົງການຂ່າວ Sky News.

ທ່ານຈະຖືກສະເໜີຊື່ໃຫ້ເປັນຜູ້ນຳພັກອານຸລັກນິຍົມ ແລະຈະໄດ້ກາຍເປັນ ນາຍົກລັດຖະມົນຕີໃນວັນຈັນມື້ນີ້ ເວັ້ນເສຍແຕ່ວ່າ ທ່ານນາງເພັນນີ ມໍດອນຕ໌ (Penny Mordaunt) ຈະໄດ້ຮັບການສະໜັບສະໜຸນຮອດຂີດຈຳກັດ 100 ສຽງເພື່ອບັງຄັບໃຫ້ມີການລົງຄະແນນສຽງຂັ້ນຊີ້ຂາດໂດຍບັນດາສະມາຊິກຂອງພັກ. ທ່ານນາງ ໄດ້ຮັບການປະກາດສະໜັບສະໜຸນ 24 ສຽງ ໃນວັນອາທິດ ວານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG