ກະຊວງຮັກສາຄວາມປອດໄພພາຍໃນ ກຳລັງສອບສວນເບິ່ງລາຍງານທີ່ເວົ້າວ່າ ເຈົ້າໜ້າທີ່ລາດຕະເວນຊາຍແດນໃນປັດຈຸບັນແລະໃນອະດີດ ເປັນສ່ວນນຶ່ງຂອງ ກຸ່ມໃນເຟສບຸກ (Facebook) ທີ່ເອົາຂໍ້ຄວາມ ແລະພາບທີ່ມີລັກສະນະຈຳແນກຜິວພັນ, ຈຳແນກເພດ ແລະການກະທຳຮຸນແຮງກ່ຽວກັບພວກອົບພະຍົບ ແລະບັນດາສະມາຊິກລັດຖະສະພາອາເມຣິກັນທີ່ມີເຊື້ອສາຍອາເມຣິກາລາຕິນ ລົງໃສ່ໃນນັ້ນ.
ເວັບໄຊທ໌ ໂພຣພັບບລິກາ (ProPublica) ທີ່ເປັນເວັບໄຊທ໌ແຫ່ງການສອບສວນເວົ້າວ່າ ການເອົາຂໍ້ຄວາມແລະຮູບພາບລົງໃນເຟສບຸກ (Facebook) ນັ້ນ ລວມມີພາບທີ່ມີລັກສະນະຈຳແນກເພດຢ່າງຈະແຈ້ງ ແລະມີການເຮັດເຢາະເຢີ້ຍ ຕໍ່ການຕາຍຂອງຊາວອົບພະຍົບຊຶ່ງລວມທັງການຕາຍຂອງຜູ້ຊາຍຄົນແອລຊາລວາດໍ ຄົນນຶ່ງກັບລູກສາວອາຍຸ 2 ປີ ທີ່ຈົມນ້ຳຕາຍ ແລະຖືກນຳໄປເຜີຍແຜ່ຢູ່ໃນຂ່າວຢ່າງກວ້າງຂວາງນັ້ນ.
ກຸ່ມ Facebook ທີ່ຊື່ວ່າ "I'm 10-15," ຊຶ່ງເປັນລະຫັດຂອງຫ້ອງການລາດຕະເວນຊາຍແດນສຳລັບ "ຄົນຕ່າງຊາດທີ່ຖືກຄຸມຂັງ."
ເວັບໄຊທ໌ ProPublica ເວົ້າວ່າ ເຈົ້າໜ້າທີ່ລາດຕະເວນຊາຍແດນໄດ້ມີປະຕິກິລິຍາຕໍ່ການຕາຍຂອງເດັກຊາຍອາຍຸ 16 ປີ ທີ່ເສຍຊີວິດຢູ່ໃນບ່ອນຄຸມຂັງຂອງ ຫ້ອງການລາດຕະເວນຊາຍແດນ ໂດຍການເວົ້າວ່າ "ເອິ. ຄັນມັນຕາຍກະແປວ່າມັນຕາຍຊັ້ນຕົວະ."
ພວກເຂົາເຈົ້າກ່າວຫາພັກສັງກັດພັກເດໂມແຄຣັດ ແລະພວກຫົວເສລີນິຍົມ ຫລືຫົວກ້າວໜ້າວ່າ ອາດຈະເປັນຜູ້ສ້າງຮູບພາບຂອງຜູ້ຊາຍແລະລູກສາວຂອງລາວ ທີ່ນອນຂວ້ຳໜ້າຕາຍຢູ່ໃນແມ່ນ້ຳນັ້ນ ໂດຍເວົ້າວ່າເຂົາເຈົ້າບໍ່ເຄີຍເຫັນຄົນ "ຕາຍທີ່ຟູນ້ຳມາ" ຈະ "ສະອາດ" ປານນັ້ນຈັກເທື່ອ.
ຄຳເວົ້າອັນອື່ນທີ່ຢູ່ໃນຂໍ້ກ່າວຫານັ້ນລວມມີ ແຜນການທີ່ຈະແກວ່ງຫໍ່ອາຫານເມັກຊິກັນ burritos ໃສ່ສະມາຊິກລັດຖະສະພາຍິງທີ່ມີເຊື້ອສາຍຮິສະເປນນິກ ໂດຍ ໃຊ້ຖ້ອຍຄຳທີ່ສຽດສີທາງເພດແບບຫຍາບຄາຍ.
ສະມາຊິກສະພາຕ່ຳຈາກພັກເດໂມແຄຣັດ ອາເລັກຊັນເດຣຍ ໂອກາຊິໂອ-ຄໍເຕສ (Alexandria Ocasio-Cortez) ເປັນເປົ້າໝາຍທີ່ກຸ່ມດັ່ງກ່າວມັກແນໃສ່ຫລາຍທີ່ສຸດ. ຢູ່ໃນພາບຕັດຕໍ່ອັນນຶ່ງ ສະແດງໃຫ້ເຫັນວ່າທ່ານນາງ ກຳລັງກະທຳການແບບຢາກຮ່ວມເພດກັບປະທານາທິບໍດີດໍໂນລ ທຣຳ ຂອງສະຫະລັດ.
ທ່ານນາງ ໂອກາຊິໂອ-ຄໍເຕສ (Ocasio-Cortez) ຂຽນລົງໃນທວີດເຕີວ່າ "ມີໃຜແດ່ໃນໂລກອັນນີ້ ທີ່ເຫັນວ່າ ວັດທະນະທຳຂອງ CBP ຊຶ່ງໝາຍເຖິງຫ້ອງການລາດຕະເວນຊາຍແດນສາມາດເປັນໜ້າເຊື່ອໄດ້ວ່າ ຈະດູແລພວກອົບພະຍົບແບບມີມະນຸດສະທຳໄດ້?"
ທ່ານນາງ ເອລີຊາເບັດ ວໍເຣນ (Elizabeth Warren) ຜູ້ສະໝັກເລືອກຕັ້ງເປັນປະທານາທິບໍດີສັງກັດພັກເດໂມແຄຣັດເວົ້າວ່າ ຄຳເວົ້າຂອງພວກເຈົ້າໜ້າທີ່ ດັ່ງກ່າວ "ເປັນເລື້ອງທີ່ຮັບເອົາບໍ່ໄດ້ແທ້ໆເລີຍ" ແລະກຳລັງຮຽກຮ້ອງໃຫ້ມີຄຳຕອບກ່ຽວກັບເລື້ອງນີ້.