ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ດາຣາເພັດ - ສື່ຮັກຈາກສາຍຕາ


ແສງຈັນ ນະຄອນທັບ
ແສງຈັນ ນະຄອນທັບ
ເພງບໍ່​ລືມ​ວຽງ​ຈັນ ​ເປັນ​ເພງ​ອໍາ​ມະຕະ​ທີ່ຖື​ວ່າ​ສຸດ​ຍອດເພ​ງນຶ່ງ
ຂອ​ງລາວ ເພງນີ້ວັນນະ​ສອນ​ເຊື່ອ​ແນ່​ວ່າ ພໍ​ໄດ້​ຟັງ​ຍາມ​ໃດ ກໍ​ຈະ​
ປະ​ທັບ​ໃຈ ແລະ​ຄິດ​ເຖິງ​ປິຕຸ​ພູມ​ບ້ານ​ເກີດ​ສະ​ເໝີ ຊຶ່ງ​ທ່ານ​ຜູ້​ຟັງ
ຄົງ​ຈະ​ມີ​ຄວາມ​ຮູ້ສຶກ​ແບບ​ດຽວ​ກັນ ທຸກໆ​ຄົນ​ນັ້ນ​ລະ ວັນນະ​ສອນ
​ກໍ​ເລີຍ​ຖື​ໂອກາດ​ນີ້ ຈັດ​ເພງບໍ່​ລືມ​ວຽງ​ຈັນ ຂອງ ແສງ​ຈັນ ນະ
ຄອນ​ທັບ
​ໃຫ້​ຕາມ​ຄໍາ​ຂໍ​ຂອງ ຕຸ້ຍ ງາມ​ຫຼາຍ ​ໃນ Facebook ​
ແລະ​ພ້ອມ​ນີ້​ກໍຂໍ​ຈັດ​ໃຫ້​ທຸກໆ​ທ່ານ ຈະ​ໄດ້​ຮັບ​ຟັງ​ຮ່ວມ​ກັນ ​ເພາະ​
ຈະໄດ້​ຄິດ​ຮອດ​ວຽງ​ຈັນ​ໄປ​ພ້ອມໆ​ກັນ ​ເອົາ​ຖ້າ​ໄດ້​ຍິນ​ເພງ
ບໍ່​ລືມ​ວຽງ​ຈັນ ນີ້​ແລ້ວ ກໍ​ຢ່າ​ລື​ມກັບໄປທ່ຽວ​ຢາມ​ແດ່ເດີ.



ສ່ວນ​ຜູ້​ຟັງ​ທ່ານ Vernachit Kittikhoun ກໍ​ຕິດຕາມ​ຮັບ​ຟັງ VOA ມາຕະຫຼອດຢ່າງສະເໝີ
ຕົ້ນສະເໝີປາຍ ທາງເຮົາຈຶ່ງຂໍຂອບໃຈນໍາຫຼາຍໆທີ່ວ່າ ພໍໄດ້ຍິນສຽງຄ່ອຍໄປ ແຮງໄປ ກໍສົ່ງ
ຂ່າວມາບອກໃຫ້ຊາບ ແບບນີ້ລະຈຶ່ງວ່າເປັນແຟນລາຍການຕົວຈິງ ຂະໜານແທ້ ບອກມາ
ວ່າ ຂໍຟັງເພງ“ຊື່ນດວງໃຈ” ຂອງດາຣາເພດ ເສຍດາຍທີ່ທາງເຮົາຫາເພງນີ້ບໍ່ພໍ້ ຈຶ່ງມອບ
ເພງ“ສື່ຮັກຈາກສາຍຕາ” ໃຫ້ແທນ ຫວັງວ່າຄົງບໍ່ວ່າກັນ ຂໍຕິດໄວ້ກ່ອນ ຈົນກວ່າຈະຫາພໍ້
ແລະວ່າຟັງເພງນີ້ໄປແລ້ວ ໄດ້ໄປສົບຕາສາວໆເຂົ້າແລ້ວ ກໍບໍ່ຕ້ອງອາຍເຂົ້າໄປຈີບໂລດ
ແລະວ່າຖ້າຈີບສາວໄດ້ແລ້ວກໍຢ່າລືມສົ່ງ email ຫຼືບໍ່ ກໍ facebook ມາບອກໃຫ້ຟັງແດ່.
ລິງໂດຍກົງ

ລິງໂດຍກົງ



ສ່ວນ ເນັ່ງ ຄ້າງລາວລື ກໍໄດ້ສົ່ງຂໍ້ຄວາມມາທາງ facebook ເຊັ່ນກັນ ບອກວ່າຕິດຕາມຟັງ
VOA ຢູ່​ເລື້ອຍ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ​ແຕ່​ບໍ່​ເຄີຍ​ຕິດ​ຕໍ່​ສົ່ງ​ຂ່າວ​ເຂົ້າ​ມາ ຈຶ່ງ​ຂໍ​ຖື​ໂອກາດ​
ນີ້ບອກ​ວ່າ ຂອບ​ໃຈ VOA ທີ່​ໄດ້​ສົ່ງ​ຂ່າວ​ມາ​ໃຫ້​ອ່ານ ​ແລະ VOA ກໍ​ຂໍ​ຂອບ​ໃຈ​ເຊັ່ນ​ກັນ ​ແລະ​ຂໍ​
ຕອບແທນ​ໃນ​ຄວາມ​ມີ​ນໍ້າ​ໃຈ​ຈຶ່ງ​ຂໍ​ມອບ​ເພງລາວ​ຮ່ວມ​ສະ​ໄໝ “ຫວັ່ນ​ໃຈ” ຂອງ​ມະ​ລີ​ຈັນ​ສຸກ
ສິນລະປິນ​ຄຸນ​ນະພາ​ບ ສາວລາວ​ຈາກ​ຝຣັ່ງ​ ເຖິງ​ແມ່ນ​ວ່າ​ ວັນ​ເວລາ​ຈະ​ຜ່ານ​ມາ​ເນີນ​ນານ​ແລ້ວ​
ກໍ​ຕາມ​ ແຕ່​ສຽງ​ຂອງ​ມາລີ​ຈັນ​ສຸກ ບໍ່​ເຄີຍ​ຫວັ່ນ​ໄຫວ ​ໄປ​ຕາມ​ຊື່​ຂອງ​ເພງ ຍັງ​ຄົງ​ຄວາມ​ຄົມ
ຊັດ​ເຈນ ​ແລະ​ມີ​ພະ​ລັງ​ ​ຢູ່​ສະ​ເໝີ​ມາ ຂໍ​ເຊີນ​ພິສູດໄດ້​ໃນ​ບົດ​ເພງ​ນີ້ “ຫວັ່ນ​ໃຈ” ຂໍ​ມອບ​ໃຫ້​ເນັ່ງ​
ໄດ້​ຮັບ​ຟັງ​ກັນ ພ້ອມໆ​ກັບ​ຜູ້​ຟັງ​ທຸກໆ​ທ່ານ ​ເພາະວ່າ ການ​ທີ່​ໄດ້​ຟັງ​ເພງ​ຄົນ​ດຽວ ກໍ​ເຫງົາ​ແລະ
​ເສົ້າ​ເນາະ ​ເອື້ອ​ຍວ່າ. ​ເອົາ​ອາທິດ​ໜ້າ​ຈະ​ມາ​ທະ​ຍອຍ​ຕອບຈົດໝາຍ ​ແລະ​ຂໍ້ຄວາມ​ທີ່​ສົ່ງ​ມາ
ຈະ​ຕອບແລະ​ຈັດ​ເພງ​ໃຫ້ ທຸກໆ​ສະບັບ​ເລີຍ ຂໍ​ໃຫ້​ທຸກໆ​ທ່າ​ນ ນອນ​ຫຼັບ​ຝັນ​ດີ.

XS
SM
MD
LG