ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ທຣໍາ ບໍ່ໃຫ້ສິດ ແກ່ຜູ້​ຂຽນປຶ້ມ ກ່ຽວກັບທ່ານ ​ເຂົ້າ​ໄປ​ໃນ​ທໍານຽບຂາວ ໄດ້


ໃນພາບຖ່າຍໃນວັນທີ 22 ທັນວາ, 2017 ຜ່ານມາ, ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນ​ລ ທຣໍາ ກໍາລັງເວົ້າກັບພວກນັກຂ່າວ ພາຍຫລັງ ທີ່ທ່ານໄດ້ເຊັນ ຮ່າງກົດໝາຍພາສີສະບັບໃໝ່ ຢູ່ຫ້ອງການຂອງທ່ານ ໃນທໍານຽບຂາວ.
ໃນພາບຖ່າຍໃນວັນທີ 22 ທັນວາ, 2017 ຜ່ານມາ, ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນ​ລ ທຣໍາ ກໍາລັງເວົ້າກັບພວກນັກຂ່າວ ພາຍຫລັງ ທີ່ທ່ານໄດ້ເຊັນ ຮ່າງກົດໝາຍພາສີສະບັບໃໝ່ ຢູ່ຫ້ອງການຂອງທ່ານ ໃນທໍານຽບຂາວ.

ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນ​ລ ທຣໍາ ​ໄດ້​ປະຕິ​ເສດ ​ບໍ່​ໃຫ້ສິດ​ໃນເຂົ້າ​ໄປ​ໃນ​ທໍານຽບຂາວແກ່ທ່ານ ​ໄມ​ໂຄ ວັອ​ຟ (Michael Wolff) ຜູ້​ຂຽນປຶ້ມຫົວ​ນຶ່ງ​ທີ່​ຈະ​ພິມ​ເຜີຍ​ແຜ່​ອອກ​ໃນ​ວັນ​ສຸກ​ມື້ນີ້ ຊຶ່ງ​ທ່ານ​ໄດ້​ຂຽນກ່ຽວກັບ​ສະພາບ​ການ​ຂອງປີ​ທໍາ​ອິດໃນ​ການ​ດໍາລົງ​ຕໍາ​ແໜ່ງຂອງ​ປະທານາທິບໍດີ ທີ່​ເຕັມ​ໄປ​ດ້ວຍຄວາມອົນ​ລະ​ຫົນ. ຢູ່​ໃນ​ຂໍ້ຄວາມທີ່​ຂຽນລົງ​ໃນ​ທວີ​ດ​ເທີ ​ໃນ​ແລງ​ວັນ​ພະຫັດ​ວານ​ນີ້ ທ່ານປະທານາທິບໍດີ ກໍ​ໄດ້ຕັ້ງຊື່ນ້ອຍໃໝ່ໃຫ້​ແກ່ທ່ານ ສະຕີ​ບ ​ແບນ​ນອນ (Steve Bannon) ທີ່​ເປັນຜູ້ຈັດການ​ການ​ໂຄສະນາ​ຫາ​ສຽງ​ໃຫ້​ແກ່​ທ່ານ​ທຣໍາ ​ໃນໄລ ຍະ​ສາມ​ເດືອນ​ສຸດ​ທ້າຍ​ນັ້ນ ​ເຊັ່ນ​ກັນ.

ທ່ານ​ທຣໍາກ່າວ​ຢູ່​ໃນທວີ​ດ​ເທີ​ວ່າ "ຂ້າພະ​ເຈົ້າບໍ່ອະນຸຍາດ​ໃຫ້ຜູ້​ຂຽນປຶ້ມທີ່​ຂີ້ຕົວະ ທີ່​ຂ້າພະ​ເຈົ້າບໍ່​ເຄີຍ​ລົ​ມກັບ​ລາວ​ ​ເພື້ອໃຫ້ລາວຂຽນປຶ້ມນັ້ນ ​ເຂົ້າມາ​ໃນ​ທໍານຽບຂາວ​ໄດ້ (ທີ່​ຈິງ​ແລ້ວ​ໄດ້​ປະຕິ​ເສດ​ບໍ່​ໃຫ້​ລາວ​ເຂົ້າມາຕັ້ງຫລາຍ​ຄັ້ງ​ແລ້ວ). ​ເຕັ​ມ​ໄປ​ດ້ວຍ​ການຂີ້ຕົວະ, ການບິດ​ເບືອ​ນຄວາມ​ຈິງ ​ແລະ​ແຫ​ລ່ງຂໍ້​ມູນ​ທີ່​ບໍ່ມີໃນຕົວຈິງ. ​ໃຫ້​ເບິ່ງ​ອະດີດ​ຂອງໝໍນີ້ ​ແລະ​ຈົ່ງ​ເບິ່ງ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນຕໍ່ລາວ ​ແລະທ້າວ ສະຕີ​ບ (Steve) ທີ່​ຕົກອັບນັ້ນ!"

​ກ່ອນໜ້ານັ້ນ​ໃນ​ວັນ​ພະຫັດ​ວານ​ນີ້ ​ໂຄສົກ​ປະ​ຈໍາ​ທໍານຽບຂາວ​ຕ້ອງ​ໄດ້ຮັບ​ມືໜັກກັບຄໍາ​ຖາມ ທີ່​ລັ່ງມາ​ຢ່າງ​ບໍ່ຢຸດ​ບໍ່ຢ່ອນ ​ຈາກ​ພວກ​ນັກ​ຂ່າວ ເປັນ​ມື້ທີ​ສອງ​ຕິດຕໍ່ກັນ ກ່ຽວກັບປຶ້ມດັ່ງກ່າວ.

ຄົນ​ສ່ວນ​ຫລາຍ​ຢູ່​ໃນ​ສະຫະລັດສາມາດ​ທີ່ຈະ "​ໃຫ້​ຄວາມ​ສົນ​ໃຈໜ້ອຍ ຫລາຍ​ຕໍ່ປຶ້ມທີ່​ເຕັມ​ໄປ​ດ້ວຍ​ຄໍາ​ຂີ້ຕົວະນີ້," ທ່ານ​ນາງ ຊາ​ຣາ ຮັກ​ຄາ​ບີ ​ແຊນ​ເດີ້ສ (Sarah Huckabee Sanders) ເວົ້າວ່າ ​ປຶ້ມທີ່​ຊື່ວ່າ Fire and Fury ຫລື ​ໄຟ ແລະຄວາມ​ໂມໂຫ ນັ້ນ ​ເປັນ "​ຂີ້​ເ​ຫຍື້ອ" ​ແລະ​ເປັນ​ສິ່ງ​ທີ່ "ພະນັກງານ​ທີ່​ຖືກ​ໄລ່​ອອກ​ການ​ຄົນ​ນຶ່ງ ​ທີ່​ຢາກ​ຂຽນ​ເລື່ອງ​ຂຶ້ນເພື່ອ​ເລ່ຂາຍ."

ພະນັກງານ​ທີ່​ຖືກ​ໄລ່​ອອກ​ການ​ຄົນນັ້ນກໍ​ຄື​ທ່ານ ແບນ​ນອນ ຊຶ່ງ​ເຄີຍ​ເປັນ​ຫົວໜ້າຜູ້​ວາງ​ຍຸດ​ທະ​ສາດ ຢູ່​ໃນ​ທໍານຽບຂາວ​ໃນ​ໄລຍະ 7 ​ເດືອນທໍາ​ອິດ​ຂອງ​ການ​ດໍາລົງ​ຕໍາ​ແໜ່ງ​ເປັນປະທານາ ທິບໍດີ ຂອງ​ທ່ານ​ທຣໍາ.

ທ່ານ ແບນ​ນອນຖືກເອີ່ຍ​ເຖິງ​ໂດຍ​ທ່ານ ວັອ​ຟ ຕັ້ງຫລາຍ​ຄັ້ງ​ ໃນປຶ້ມທີ່​ມີໜ້າ 336 ໜ້ານັ້ນ.

​ເມື່ອຖືກ​ຖາມ​ວ່າ ສໍານັກ​ຂ່າວ ໄບຣບາດທ໌ (Breitbart) ຄວນ​ໄລ່​ທ່ານ​ແບນ​ນອນ​ ທີ່​ເປັນ​ປະທານ​ບໍລິຫານ​ສໍານັກຂ່າວ ​ແລະ​ເວັບ​ໄຊ້​ທີ່​ຂຽນຄໍາ​ເຫັນ ຂອງ​ພວກ​ຝ່າຍ​ຂວາດັ່ງກ່າວ ອອກ​ການ​ຫລືບໍ່ນັ້ນ ທ່ານ​ນາງ ​ແຊນ​ເດີ​ສ໌ ຕອບ​ວ່າ "​ແນ່ນອນ ຂ້າພະ​ເຈົ້າຄິດ​ວ່າ ບັນຫານີ້​ເປັນ​ສິ່ງ​ທີ່​ເຂົາ​ເຈົ້າຄວນກວດ ​ແລະ​ພິຈາລະນາ​ເບິ່ງ.”

​ໃນ​ວັນ​ພະຫັດ​ວານ​ນີ້ ທະນາຍຄວາມ​ຄົນ​ນຶ່ງ​ຂອງ​ປະທານາທິບໍດີຊອກ​ຫາ​ວິທີ​ທີ່​ຈະ​ສະກັດ​ກັ້ນບໍ່​ໃຫ້​ປຶ້ມດັ່ງກ່າວ​ພິມ​ເຜີຍ​ແຜ່​ອອກ​ໄປ ​ໂດຍ​ອ້າງເຫດຜົນ​ວ່າ ມັນ​ເປັນ​ການໝິ່ນປະໝາດ ​ແລະ​ການ​ໃສ່​ຮ້າຍ​ປ້າ​ຍສີ, ຈຶ່ງໄດ້​ຮຽກຮ້ອງ​ໃຫ້​ທ່ານ ວັອ​ຟ (Wolff) ​ແລະ​ບໍລິສັດພິມ​ປຶ້ມຂອງ​ລາວຊຶ່ງ​ແມ່ນ​ບໍລິສັດ Henry Holt and Co., ​ໃຫ້​ຢຸດ​ການ​ເຜີຍແຜ່​ປື້ມດັ່ງກ່າວ. ທໍາ​ອິດ​ປຶ້ມຫົວນີ້ ​ມີ​ກໍານົດຈະ​ນໍາ​ອອກ​ເຜີຍ​ແຜ່ ​ໃນ​ວັນ​ອັງຄານທີ່​ຈະ​ມາ​ເຖິງ​ນີ້ ​ແຕ່​ທ່ານທ່ານ ວັອ​ຟ (Wolff) ​ເວົ້າ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ດຽວນີ້ມັນ​ຈະ​ໄປ​ຮອດ​ຮ້ານ​ຂາຍ​ປຶ້ມຕ່າງໆ ​ໃນ​ວັນ​ສຸກ​ມື້ນີ້ ຊຶ່ງອອກວາງຂາຍ​ ກ່ອນ​ກໍານົດ​ເປັນ​ເວລາ 4 ມື້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG