ຄຸ້ມໃນເຂດຊານເມືອງຂອງນະຄອນຫຼວງ Damascus ແລະສົ່ງ
ກໍາລັງໄປສະໜັບສະໜຸນ ໃນຄວາມພະຍາຍາມເພື່ອຈະເຂົ້າຢຶດ
ຄືນ ເອົາເຂດແດນທີ່ພວກກະບົດຄວບຄຸມຢູ່ນັ້ນ.
ກຸ່ມສີ້ງຊອມສິດທິມະນຸດໃນຊີເຣຍ ກ່າວໃນວັນສຸກນີ້ວ່າ ທະຫານໄດ້ຍິງລູກຈະຫລວດໄປໃສ່ທີ່ໝັ້ນຂອງພວກກະບົດໃນຄຸ້ມ Daraya ແລະຄຸ້ມ Moadamiah ຊຶ່ງເປັນເຂດຊານເມືອງທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງນະຄອນຫລວງ.
ກຸ່ມສິ້ງຊອດສິດທິມະນຸດ ກ່າວຕື່ມວ່າ ຕົນມີຄວາມຢ້ານກົວວ່າ ກອງທະຫານທີ່ໂຮມຊຸມນຸມກັນໃນເຂດຊານເມືອງນັ້ນອາດຈະເປັນການຕຽມເພື່ອເປີດສາກໂຈມຕີທາງພາກພື້ນດິນກໍເປັນໄດ້.
ໃນວັນພະຫັດວານນີ້ ທູດສັນຕິພາບຂອງອົງການສະຫະປະຊາຊາດ ທ່ານ Lakhdar Brahimi ກ່າວວ່າ ສະຫະລັດ ແລະຣັດເຊຍ ໄດ້ຕົກລົງເຖິງຄວາມຈຳເປັນເພື່ອຊອກຫາຊ່ອງທາງ “ການແກ້ໄຂແບບສ້າງສັນ” ທີ່ຈະຊ່ວຍໃຫ້ຊີເຣຍກັບພົ້ນຈາກຄວາມຫາຍານະ.
ທ່ານ Brihimi ໄດ້ພົບປະແບບສາມຝ່າຍກັບ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ແລະລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ຢູ່ນອກກອງປະຊຸມສິດ ທິມະນຸດ ທີ່ນະຄອນ Dublin ໃນຕອນເຊົ້າວັນພະຫັດວານນີ້.