ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຫດລະເບີດ ຢູ່ອີຣັກ ສັງຫານ ປະຊາຊົນ 18 ຄົນ


ແຜນທີ່ ອີຣັກ
ແຜນທີ່ ອີຣັກ
ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການວາງ​ລະ​ເບີດ​ທີ່​ແນ​ເປົ້າ​ໃສ່​ພວກ
​ກຳລັງຮັກສາ​ຄວາມ​ປອດ​ໄພ​ແລະ​ພວກ​ສະ​ແຫວ​ງບຸນ​ມຸສລິ​ມນິ
ກາຍ Shi’ite ​ໄດ້​ເຣັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຢ່າງ​ນ້ອຍ 18
ຄົນ.

ການ​ໂຈມ​ຕີ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ຫຼາຍ​ທີ່​ສຸດ​ໃນ​ວັນ​ພຸດ​ມື້​ນີ້ ​ເກີດ​ຂຶ້ນ​ຢູ່​ໃກ້ໆ​ກັບເມືອງ Tikrit ໃນ​ພາກ​ເໜືອຂອງ​ປະ​ເທດ ບ່ອນ​ທີ່​ຜູ້ໂຈມ​ຕີສະລະ​ຊີບ​ວາງ​ລະ​ເບີດ​ໃສ່​ລົດ​ຄັນ​ນຶ່ງ​ທີ່​ດ່ານ​ກວດ​ຕຳຫຼວດ​. ​ເຫດລະ​ເບີດ​ດັ່ງກ່າວໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 10 ຄົນຮວມທັງ​ຕຳຫຼວດ 2 ຄົນນຳ.

ທີ່​ເມືອງ Baqouba ທາງ​ພາກ​ເໜືອ​ຂອງ​ນະຄອນຫຼວງ​ກຸງ​ແບກ​ແດ໊ດ ລະ​ເບີດ​ 3 ຄັ້ງ​ຕິດ​ຕໍ່​ກັນ ​ໄດ້​ແຕກ​ຂຶ້ນໃນ​ໝູ່​ພວກ​ນິກາຍ Shi’ite ຈຸ​ນຶ່ງ​ທີ່​ກຳລັງ​ພາກັນ​ທຳ​ການ​ໄວ້ອາ​ໄລ​ປະຈຳ​ປີ ​ທີ່​ເອີ້ນ​ກັນວ່າ ບຸນ Ashura ນັ້ນ ​ໄດ້​ສັງຫານ​ປະຊາຊົນ​ໄປ​ຢ່າງ​ນ້ອຍ 8 ຄົນ ແລະ​ບາດ​ເຈັບ​ຕື່ມ​ອີກ 10 ຄົນ.

ພິທີ​ສາສະໜາ​ດັ່ງກ່າວ​ແມ່ນ​ລະ​ລຶກ​ເຖິງ​ການ​ສັງຫານ Imam Hussein ​ໃນ​ສັດຕະວັດ​ທີ 7 ຊຶ່ງ​ຜູ້ກ່ຽວເປັນ​ຫລານ​ຊາຍ​ຂອງ​ມື້​ລາງພະ​ສາດສະດາ​ຈານ Muhammad ​ໃນ​ລະຫວ່າງ​ການ​ສູ້​ລົບ​ກັນ​ກັບ​ພວກຄູ່​ສັດຕູ​ມຸສລິ​ມນັ້ນ.

​ເວລາ​ນີ້​ຍັງ​ບໍ່​ມີ​ໃຜ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​ເທື່ອ ​ແຕ່​ພວກ​ມຸສລິ​ມຫົວ​ຮຸນ​ແຮງ​ຈັດ​ນິການ​ຊຸນ​ນີ ມັກ​ແນ​ເປົ້າ​ໃສ່​ພວກ​ນິກາຍ Shi’ite ຢູ່​ເລື້ອຍໆ​ທີ່​ເຂົ້າ​ຮ່ວມໃນ​ພິທີທາງສາສະໜາຕ່າງໆ​ນັ້ນ.




XS
SM
MD
LG