ລະເບີດຫລາຍລູກ ໄດ້ແຕກຂື້ນ ໃນນະຄອນຫລວງແບກແດດ
ຂອງອີຣັກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນແລະໄດ້ຮັບ
ບາດເຈັບກວ່າ 30 ຄົນ.
ເຫດລະເບີດໃນວັນພຸດມື້ນີ້ ແມ່ນເກີດຂື້ນຢູ່ໃກ້ກັບເຂດທີ່ມີການ
ຍາມຮັກສາຄວາມປອດໄພຢ່າງເຄັ່ງຄັດ ຫຼື Green Zone ຂອງ
Bagdad ຮວມທັງ ລະເບີດລົດສອງຄັນ ທີ່ແຕກຂື້ນ ຢູ່ນອກກະ
ຊວງການຕ່າງປະເທດ.
ນອກນັ້ນ ຜູ້ວາງລະເບີດສະລະຊີບຄົນນຶ່ງ ຍັງໄດ້ກົດຄະນວນ
ລະເບີດໃຫ້ແຕກຂື້ນຢູ່ຮ້ານອາຫານແຫ່ງນຶ່ງ ໃນເຂດດັ່ງກ່າວ ໃນຂະນະທີ່ລະເບີດອີກລູກ
ນຶ່ງແຕກຂຶ້ນ ຢູ່ຈະຕຸລັດ Khilani ໃນໃຈກາງແບກແດດ.
ຍັງບໍ່ມີຝ່າຍໃດອອກມາອ້າງເອົາຄວາມຮັບຜິດຊອບໃນທັນທີນີ້ເທື່ອ ແຕ່ການວາງລະເບີດ
ຢ່າງມີການປະສານງານກັນແບບນີ້ ແມ່ນຖືວ່າເປັນການກະທໍາຂອງພວກທີ່ເຊື່ອມໂຍງກັບ
ກຸ່ມ al-Qaida.
ອີຣັກ ກໍາລັງປະເຊີນກັບຄວາມບໍ່ສະຫງົບຮ້າຍແຮງທີ່ສຸດ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ເວລາປະເທດນີ້ໂຜ່ໂຕອອກມາ ຈາກສົງຄາມທາງດ້ານສາສະໜາລະຫວ່າງພວກທີ່ນັບຖື
ສາສະໜາອິສລາມ ນິກາຍ Sunnis ແລະພວກນັບຖື ນິກາຍ Shi’ites.
ຄວາມຮຸນແຮງ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 1,000 ຄົນໃນເດືອນແລ້ວນີ້ ແລະເກືອບ 9,000
ຄົນ ໃນປີກາຍນີ້.
ນອກເໜືອໄປຈາກ ການໂຈມຕີດ້ວຍລະເບີດ ທີ່ມີຢູ່ເປັນປະຈໍາ ໃນກຸງ Bagdad ແລ້ວ
ລັດຖະບານຍັງໄດ້ຕໍ່ສູ້ມາເປັນເວລາຫຼາຍເດືອນ ເພື່ອຢຶດເອົາຄືນ ບາງເຂດຂອງແຂວງ
Anbar ທາງພາກຕາເວັນຕົກຂອງປະເທດຈາກພວກຫົວຮຸນແຮງທີ່ເປັນເຄືອຂ່າຍຂອງ
ກຸ່ມກໍ່ການຮ້າຍ al-Qaida.