ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ້າວ Nafis ຖືກນຳຕົວ ໄປຂຶ້ນສານ ສະຫະລັດ ທີ່ນິວຢອກ


ພາບວາດຂອງທ້າວ Quazi Mohammad Rezwanul Ahsan Nafis (ກາງ).
ພາບວາດຂອງທ້າວ Quazi Mohammad Rezwanul Ahsan Nafis (ກາງ).
ຊາຍຊາວບັງກລາເດສຄົນນຶ່ງທີ່ຖືກຈັບກຸມໃນຖານສົງໄສວ່າເປັນ
ຜູ້ວາງແຜນທີ່ຈະວາງລະເບີດຕຶກທະນາຄານກາງສະຫະລັດຢູ່
ນະຄອນນີວຢ໊ອກໄດ້ໄປປະກົດຕົວທີ່ສານລັດຖະບານກາງແລະ
ຖືກສານສັ່ງກັກຕົວໄວ້ໂດຍບໍ່ໃຫ້ປະກັນຕົວ.

ເຈົ້າໜ້າທີ່ລັດຖະບານກາງສະຫະລັດໄດ້ຈັບກຸມ ທ້າວ Quazi
Mohammad Rezwanul Ahsan Nafis ທີ່ຄຸ້ມ Lower
Mahattan ນະຄອນນີວຢ໊ອກ ເມື່ອວັນພຸດວານນີ້ ໃນຖານສົງໄສ
ວ່າເປັນຜູ້ວາງແຜນທີ່ຈະໃຊ້ລົດຕູ້ບັນທຸກລະເບີດ ໃນການໂຈມຕີ
ລະເບີດສະຫຼະຊີບ. ເຈົ້າໜ້າທີ່ ກ່າວວ່າ ທ້າວ Nafis ຖືກຈັບກຸມ
ໃນການປະຕິບັດງານລັບເພື່ອເປີດໜ້າຜູ້ ຮ້າຍ ແລະປະກົດວ່າ
ບໍ່ມີຜູ້ຕ້ອງສົງໄສອື່ນໆກ່ຽວຂ້ອງ.

ທ່ານ Ray Kelly ຫົວໜ້າກົມຕໍາຫຼວດນະຄອນນີວຢ໊ອກ ບອກບັນດາຜູ້ສື່ ຂ່າວວ່າ ທ້າວ Nafis
ເຂົ້າມາໃນສະຫະລັດເມື່ອເດືອນມັງກອນຜ່ານມາ ດ້ວຍຄວາມຕັ້ງໃຈສະເພາະທີ່ຈະທໍາການ
ໂຈມຕີກໍ່ການຮ້າຍໃນດິນແດນສະ ຫະລັດ. ຫົວໜ້າຕໍາຫຼວດກ່າວວ່າ ຜູ້ຕ້ອງສົງໄສດັ່ງກ່າວ
ແມ່ນດົນໃຈໂດຍ ກຸ່ມອາລຄາອີດາ ວ່າເມື່ອໃດຜູ້ກ່ຽວມາຕົກຢູ່ໃນສະຫະລັດແລ້ວ ຜູ້ກ່ຽວຈະ
ພະຍາຍາມຊອກເກນເອົາຜູ້ມາຮ່ວມງານໂຈມຕີນໍາກັນ.

ຕາມຄໍາຮ້ອງຂໍຂອງຜູ້ກ່ຽວ ບັນດາເຈົ້າໜ້າທີ່ນອກເຄຶ່ອງແບບລັດຖະບານກາງ ໄດ້ນຳເອົາຖົງ
ທີ່ອ້າງວ່າເປັນຖົງບັນຈຸລະເບີດ 20 ຖົງ ໄປໃຫ້ທ້າວ Nafis ເພື່ອຈະເອົາໄປໃຊ້ໃນການໂຈມຕີ.
ເມື່ອຕອນເຊົ້າວັນພຸດວານນີ້ ທ້າວນາຟີສ ໄປທີ່ສາງເກັບເຄຶ່ອງແຫ່ງນຶ່ງ ເພື່ອປະກອບລະເບີດ
ໜັກ 450 ກິໂລຈາກວັດຖຸເຮັດລະເບີດທີ່ຢູ່ໃນຖົງ ຫຼັງຈາກນັ້ນ ທ້າວ ນາຟີສໄດ້ເອົາລົດຕູ້ໄປຈ
ອດໄວ້ໃກ້ຕຶກທະນາຄານກາງ ແລະກໍພະຍາຍາມຈະບີບຄະນວນໃຫ້ແຕກຂຶ້ນ ໃນສິ່ງທີ່ລາວ
ຄິດວ່າ ແມ່ນລະເບີດຢູ່ໃນລົດຕູ້.

ເຈົ້າໜ້າທີ່ກ່າວວ່າ ທ້າວ ນາຟີສ ໄດ້ຖືກສິ້ງຊອມຕິດຕາມເບິ່ງຢ່າງໃກ້ຊິດ ຕະຫຼອດເວລາແລະ
ກໍບໍ່ມີໄພອັນຕະລາຍໃດໆເກີດຂຶ້ນຕໍ່ສາທາລະນະ.
XS
SM
MD
LG