ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

57 ຄົນ ເສຍຊີວິດ ຍ້ອນເຫດລະເບີດແຕກ ຢູ່ປາກິສຖານ (ວິດີໂອ)


ຜູ້ຊາຍຄົນນຶ່ງທີ່ໄດ້ຮັບບາດເຈັບ ຈາກການວາງລະເບີດທີ່ເມືອງ Parachinar ໃກ້ໆອັຟການິສຖານ.
ຜູ້ຊາຍຄົນນຶ່ງທີ່ໄດ້ຮັບບາດເຈັບ ຈາກການວາງລະເບີດທີ່ເມືອງ Parachinar ໃກ້ໆອັຟການິສຖານ.
ມີຢ່າງ​ໜ້ອຍ 57 ຄົນ​ໄດ້​ເສຍ​ຊີວິດ ​ແລະ​ອີກ​ຫລາຍໆ​ຄົນ ​ໄດ້​ຮັບ
​ບາດ​ເຈັບຍ້ອນ​ລະ​ເບີດ​ສອງລູກ ທີ່​ແຕກ​ຂື້ນ​ໃນພາກຕາ​ເວັນ​ຕົກ​
ສຽງ​ເໜືອ​ຂອງປາ​ກິ​ສຖານ ​ໃນ​ວັນ​ສຸກ​ວານ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລະ​ເບີດ​ແຕກ​ໄດ້​ຂື້ນ​ຢູ່ຕະຫລາດທີ່​ແອ
​ອັດ​ແຫ່ງ​ນຶ່ງ​ໃນ​ເມືອງ Parachinar ທີ່​ເຂດ​ຊົນ​ເຜົ່າ Kurram ໃກ້​
​ຊາ​ຍ​ແດນ​ອັຟກາ​ນິສຖານ.

ລະ​ເບີດ​ໄດ້​ແຕກ​ຂື້ນ​ໃນ​ຕອນ​ແລງ ​ເວລາ​ຕະຫລາດ​ເຕັມ​ໄປ​ດ້ວຍ​ຜູ້​
ມາ​ຊື້​ອາຫານ ​ເພື່ອ​ກິນ​ແລງ​ ຫລັງ​ຈາກ​ໄດ້​ອົດ​ອາຫານ​ໃນ​ໃນ​ຕອນ​
ກາງ​ເວັນ​ໃນ​ລະຫວ່າງ​ເດືອນ​ສັກສິດ Ramadan.

ທ່ານ Riaz Mahsud ຫົວໜ້າ​ປົກ​ຄອງເຂດ Kurram ກ່າວ​ວ່າ ມີ
72 ຄົນ​ໄດ້​ຮັບ​ບາດ​ເຈັບ. ຈໍານວນ​ນຶ່ງ​ແມ່ນ​ມີ​ອາກາສາຫັດ.

ຕໍາຫລວດ​ກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງ​ໄດ້​ຫ້າງໃສ່​ລົດ​ຈັກ ​ແລະລະ​ເບີດລູກ​ທີ​ສອງ​ໄດ້ ​ແຕກ​ຂຶ້ນບໍ່​ດົນ​ຫຼັງຈາກ​ນັ້ນ.

ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ​ໃຜ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການ​ໂຈມ​ຕີດັ່ງກ່າວ. ຄວາມ​ຮຸນ
​ແຮ​ງທາງ​ສາສະໜາ ກໍາລັງ​ເພີ້ມທະວີຂື້ນ​ຢູ່​ໃນປາ​ກິ​ສຖານ ບ່ອນ​ທີ່ກຸ່ມ Sunni ​ຫົວແຂ​ງກະ
ດ້າງ ​ມັກ​ຈະ​ທໍາ​ການ​ໂຈມຕີພວກ Shi’ites ທີ່​ເຂົາ​ເຈົ້າ​ເຫັນ​ວ່າ ​ເປັນ​ພວກ​ນອກ​ສາສະໜານັ້ນ.

​ເມືອງ Parachinar ​ເປັນ​ທີ່ຢູ່​ອາໄສ​ອັນ​ສໍາຄັນ​ຂອງ​ປະຊາ​ຄົມ Shi’ites ຊຶ່ງໄດ້​ຕົກເປັນ​ເປົ້າມາ​ກ່ອນ ຂອງພວກ​ຫົວ​ຮຸນ​ແຮງ Sunni.

ປາ​ກິ​ສຖານ ​ໄດ້​ຮັບ​ເຄາະຈາກການ​ໂຈມ​ຕີ​ດ້ວຍລ​ະ​ເບີດ​ຫລາຍໆ​ຄັ້ງ ນັບ​ຕັ້ງ​ແຕ່ ນາຍົກ
ລັດຖະມົນຕີ NawazSharif ສາບານ​ໂຕ​ເຂົ້າ​ຮັບ​ຕໍາແໜ່​ງ​ ໃນ​ເດືອນ​ແລ້ວ​ນີ້.

ລັດຖະບານ​ຂອງ​ທ່ານ ​ໄດ້​ສັນຍາ ​ທີ່​ຈະຫຼຸດຜ່ອນການ​ກໍ່ຄວາມ​ຮຸນ​ແຮງ​ ​ທາງ​ສາສະໜາ ​ພ້ອມດ້ວຍ​ການ​ກໍ່​ກະບົດ​ຄືນ​ໃໝ່​ຂອງ​ພວກທາ​ລິ​ບານ.

Pakistan
please wait
Embed

No media source currently available

0:00 0:00:46 0:00
XS
SM
MD
LG