ຫານຫົກຄົນ ໃນວັນເສົາມື້ນີ້ ທີ່ໝູ່ບ້ານຂອງຊາວມຸສລິມ
Shi’ite ໃກ້ກັບເມືອງ Baquba.
ຜູ້ໄດ້ຮັບເຄາະຮ້າຍ ແມ່ນສະມາຊິກຫ້າຄົນ ໃນຄອບຄົວດຽວ
ກັນ ພ້ອມດ້ວຍຜູ້ ຍິງນຶ່ງຄົນ ແລະເດັກນ້ອຍຜູ້ຊາຍ ທີ່ຮວມຢູ່
ໃນບັນດາຜູ້ເສຍຊີວິດ.
ຍັງບໍ່ທັນມີການອ້າງເອົາຄວາມຮັບຜິດຊອບ ຈາກການຍິງປືນ
ຄົນໂຈມຕີໃນຄັ້ງນີ້ ເທື່ອ.
ການໂຈມຕີທີ່ຮ້າຍແຮງ ຢູ່ທາງພາກຕາເວັນອອກສຽງເໜືອຂອງນະຄອນຫລວງ Baghdad
ແມ່ນເຫດຮ້າຍເທື່ອຫລ້າສຸດ ຂອງຄວາມຮຸນແຮງທີ່ເພີ້ມທະວີຂຶ້ນໃນໄລຍະຫລາຍເດືອນ
ຜ່ານມານີ້ ຢູ່ໃນອີຣັກ.
ຫລາຍຮ້ອຍຄົນໄດ້ເສຍຊີວິດໃນເດືອນນີ້ພຽງເດືອນດຽວເທົ່ານັ້ນ ສ່ວນໃຫຍ່ແມ່ນ ໃນການ
ປະທະກັນ ລະຫວ່າງພວກມຸສລິມນິກາຍ Sunni ແລະນິກາຍ Shi’ite.