ໜ້ອຍ 22 ຄົນ ໃນວັນສຸກວານນີ້ ໃນຂະນະທີ່ຄວາມເຄັ່ງຕຶງ ລະ
ຫວ່າງພວກທີ່ນັບຖືສາສະໜາ ອິສລາມນິກາຍ Shi’ites ແລະ
ນິກາຍ Sunny ກຸ່ມນ້ອຍ ຍັງດໍາເນີນຢູ່ຕໍ່ມາ.
ຜູ້ໂຈມຕີສະລະຊີບຄົນນຶ່ງ ໄດ້ບີບຂະນວນລະເບີດໃຫ້ແຕກຂຶ້ນ
ຢູ່ນອກວັດຂອງຊາວ Shi’ite ຢູ່ຄຸ້ມ Graiaat ໃນກຸງ Baghdad
ເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ ແລະໄດ້ຮັບບາດເຈັບ 32 ຄົນ.
ລະເບີດລົດຄັນນຶ່ງທີ່ແຕກຂື້ນຢູ່ໃກ້ກັບບ່ອນໂຮມຊຸມນຸມຂອງຊາວ
Sunni ໃນເມືອງ Samarra ທາງພາກເໜືອຂອງ ກຸງ Baghdad
ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ.
ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີ
ດັ່ງກ່າວນີ້ເທື່ອ. ຊາວອີຣັກໄດ້ເຫັນຄວາມຮຸນແຮງທີ່ຮ້າຍແຮງ
ສຸດຈໍານວນນຶ່ງເກີດຂຶ້ນໃນຮອບສີ່ປີ ໃນຂະນະທີ່ຄວາມໂກດ
ແຄ້ນຂອງຊາວ Sunni ກຸ່ມນ້ອຍພວມເພີ້ມທະວີຂື້ນ ນັ້ນ.
ຊາວ Sunni ຫລາຍຄົນກ່າວວ່າ ລັດຖະບານທີ່ນໍາພາໂດຍຊາວ Shi’ite ນັ້ນບໍ່ຫົວຊານໍາຄວາມຕ້ອງການຂອງພວກເຂົາເຈົ້າ ແລະກໍບໍ່ໄດ້ໃຫ້ຄວາມສຳຄັນທາງດ້ານການເມືອງຕໍ່ພວກເຂົາເຈົ້າແຕ່ຢ່າງໃດເລີຍ.
ສະຫະປະຊາຊາດກ່າວວ່າ ຄວາມຮຸນແຮງໃນອີຣັກ ໄດ້ສັງຫານຫລາຍກວ່າ 2,500 ຄົນ ນັບຕັ້ງແຕ່ເດືອນເມສາ ເປັນຕົ້ນມາ.