ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການ ກອງທັບອາກາດ ກ່າວຕໍ່ VOA ວ່າ ເຮືອບິນຖິ້ມລະເບີດທີ່ບິນຢູ່ບໍລິເວນແຫຼມເກົາຫຼີ 'ເປັນສ່ວນນຶ່ງຂອງການຊ້ອມລົບ'


ແຟ້ມ-ໃນພາບທີ່ຖ່າຍຈາກວີດີໂອນີ້, ເຮືອບິນລົບ F15 ຂອງກອງທັບອາກາດເກົາຫຼີໃຕ້ ບິນອອກຈາກເດີ່ນໃນວັນທີ 4 ຕຸລາ 2022, ຢູ່ໃນສະຖານທີ່ ທີ່ບໍ່ໄດ້ຮັບການເປີດເຜີຍຊື່ໃນເກົາຫຼີໃຕ້.
ແຟ້ມ-ໃນພາບທີ່ຖ່າຍຈາກວີດີໂອນີ້, ເຮືອບິນລົບ F15 ຂອງກອງທັບອາກາດເກົາຫຼີໃຕ້ ບິນອອກຈາກເດີ່ນໃນວັນທີ 4 ຕຸລາ 2022, ຢູ່ໃນສະຖານທີ່ ທີ່ບໍ່ໄດ້ຮັບການເປີດເຜີຍຊື່ໃນເກົາຫຼີໃຕ້.

ສະຫະລັດໄດ້ສະແດງກໍາລັງຂອງຕົນ ຢູ່ບໍລິເວນແຫຼມເກົາຫຼີ ໃນວັນເສົາແລ້ວນີ້, ເມື່ອເຮືອບິນຖິ້ມລະເບີດ ທີ່ລະບົບເຣດາ​ບໍ່​ສາ​ມາດ​ຈັບ​ໄດ້ B-1B ໄດ້ບິນຢູ່ໃນ ແຫຼມເກົາຫຼີເປັນຄັ້ງທໍາອິດ ນັບຕັ້ງແຕ່ປີ 2017 ເປັນ​ຕົ້ນ​ມາ, ເຊິ່ງເປັນສ່ວນນຶ່ງຂອງການຊ້ອມລົບຮ່ວມຂະໜາດໃຫຍ່ກັບເກົາຫຼີໃຕ້ ເພື່ອມີຄວາມໝາຍສະແດງໃຫ້ເຫັນວ່າ ສະຫະລັດ “ມີກອງກໍາລັງກຽມພ້ອມ” ຢູ່ໃນພູມິພາກແຫ່ງນີ້, ອີງຕາມລາຍງານຂອງເສນາທິການຮ່ວມກອງທັບອາກາດສະຫະລັດ.

ພົນເອກ ຊີ ຄິວ ບຣາວ ຈູເນ່ຍ (C.Q. Brown Jr.) ບອກກັບ VOA ລະ ຫວ່າງການໃຫ້ສໍາພາດພິເສດໃນວັນຈັນວານນີ້ວ່າ “ທັງໝົດນີ້ແມ່ນສ່ວນນຶ່ງໃນການຊ້ອມລົບ Vigilant Storm, ການຊ້ອມລົບທີ່ພວກເຮົາໄດ້ດໍາເນີນງານມາເປັນໄລຍະເວລາທີ່ດົນນານ.”

ທ່ານກ່າວຕື່ມວ່າ “ນີ້ແມ່ນສ່ວນນຶ່ງຂອງການຝຶກຊ້ອມທີ່ພວກເຮົາໄດ້ສໍາເລັດການປະຕິບັດການໄປແລ້ວ, ແລະພວກເຮົາກໍຍັງຈະປະຕິບັດການຢ່າງຕໍ່ເນື່ອງ ເພື່ອໃຫ້ໝັ້ນໃຈວ່າ ພວກເຮົາມີຄວາມພ້ອມສະເໝີ. ພວກເຮົາມີພັນທະມິດທີ່ເຂັ້ມແຂງຈາກສາທາລະນະລັດເກົາຫຼີ, ແລະທັງໝົດນີ້ ກໍ່ແມ່ນສ່ວນນຶ່ງຂອງການຝຶກຊ້ອມ, ແລະເປັນການຊ້ອມລົບ ຢ່າງຕໍ່ເນື່ອງຂອງພວກເຮົາ.”

ກ່ອນໜ້າການບິນຂອງເຮືອບິນຖິ້ມລະເບີດ B-1B, ເຊິ່ງເຈົ້າໜ້າທີ່ ຂອງສະຫະ ລັດບອກກັບ VOA ວ່າເດີນທາງມາຈາກກວມ, ເກົາຫຼີເໜືອ ໄດ້ຍິງລູກສອນໄຟໄລຍະໃກ້ 4 ລູກຢູ່ນອກຊາຍຝັ່ງທາງທິດຕາເວັນຕົກຂອງພວກເຂົາໃນຕອນເຊົ້າວັນເສົາແລ້ວນີ້.

VOA Interview: Gen. Brown on US-South Korea Joint Exercises
please wait

No media source currently available

0:00 0:01:21 0:00

ເກົາຫຼີເໜືອກ່າວໃນວັນຈັນວານນີ້ວ່າ ການຍິງລູກສອນໄຟໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມານີ້ ເປັນການຈໍາລອງການໂຈມຕີໃສ່ສະຫະລັດ ແລະເກົາຫຼີໃຕ້ ເນື່ອງຈາກປະເທດທັງສອງໄດ້ດໍາເນີນການຮ່ວມກັນໃນສິ່ງທີ່ຮ້ອງວ່າ “ການຊ້ອມລົບທາງສົງຄາມທີ່ອັນຕະລາຍ.”

ມີເຮືອບິນປະມານ 240 ລໍາ ປະຕິບັດການຮ່ວມຢູ່ໃນການຝຶກຊ້ອມ Vigilant Storm ຂອງສະຫະລັດກັບເກົາຫຼີໃຕ້ ພ້ອມດ້ວຍກອງກໍາລັງທະຫານສະຫະລັດ ແລະເກົາຫຼີໃຕ້ຫຼາຍພັນຄົນ ໃນບໍລິເວນແຫຼມເກົາຫຼີ ເມື່ອອາທິດທີ່ຜ່ານມາ.

ເກົາຫຼີເໜືອ ໄດ້ຍິງລູກສອນໄຟໃນ​ແຕ່​ລະວັນຈໍານວນ 23 ລູກໃນວັນພຸດທີ່ຜ່ານມາ, ເຊິ່ງນຶ່ງໃນນັ້ນ ແມ່ນຕົກລົງໃກ້ບໍລິເວນນ່ານນໍ້າຂອງເກົາຫຼີໃຕ້ ນັບຕັ້ງແຕ່ແຫຼມເກົາ​ຫຼີ ໄດ້ມີ​ການແຍກອອກຈາກກັນໃນປີ 1945, ອີງຕາມລາຍງານຈາກເກົາຫຼີໃຕ້. ການ​ເຕືອນ​ໄພ​ກ່ຽວ​ກັບ​ການໂຈມຕີທາງອາກາດ ຢູ່​ໃນ​ບາງ​ເຂດ​ຂອງ ເກົາຫຼີໃຕ້ ແລະຍີ່ປຸ່ນ ສົ່ງພົນລະເມືອງຂອງພວກເຂົາເຈົ້າ ຊອກຫາບ່ອນລົບໄພໃນທັນທີ ລຸນຫຼັງລູກສອນໄຟຂອງເກົາຫຼີເໜືອໄດ້ຍິງອອກມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG