ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດລະເບີດ ຢູ່ຕະຫຼາດ ປາກິສຖານ ສັງຫານ ບໍ່ຕ່ຳກວ່າ 22 ຄົນ


ເຈົ້າໜ້າທີ່ຮັກສາຄວາມສະຫງົບປາກິສຖານ ແລະປະຊາຊົນ ໃນເຂດທ້ອງຖິ່ນ ຊຸມນຸມກັນຢູ່ບ່ອນເກີດລະເບີດ ທີ່ຕະຫຼາດ ເມືອງ Parachinar ໃນເຂດຊົນເຜົ່າ Kurram ໃກ້ຊາຍແດນ ອັຟການິສຖານ. (21 ມັງກອນ 2017)
ເຈົ້າໜ້າທີ່ຮັກສາຄວາມສະຫງົບປາກິສຖານ ແລະປະຊາຊົນ ໃນເຂດທ້ອງຖິ່ນ ຊຸມນຸມກັນຢູ່ບ່ອນເກີດລະເບີດ ທີ່ຕະຫຼາດ ເມືອງ Parachinar ໃນເຂດຊົນເຜົ່າ Kurram ໃກ້ຊາຍແດນ ອັຟການິສຖານ. (21 ມັງກອນ 2017)

ລະ​ເບີດ​ຂະໜາດ​ແຮງ ​ໄດ້​ແຕກ​ຂຶ້ນທີ່​ຕະຫຼາດ​ແຫ່ງ​ນຶ່ງ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ ປາ​ກິ​ສຖານ​ໃນ​ວັນ​ເສົາ​ມື້ນີ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 22 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ​ກວ່າ 50 ຄົນ.

​ເຫດ​ລະ​ເບີດ​ໃນ​ຕອນ​ເຊົ້າມື້ນີ້ ທີ່​ເມືອງ Parachinar ຊຶ່ງ​ເປັນ​ສູນ​ກາງ​ບໍລິຫານຂອງ​ເຂດ​ຊົນ​ເຜົ່າ Kurram ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ອັຟກາ​ນິສຖານ.

​ເຈົ້າໜ້າ​ທີ່​ກ່າວວ່າ ການ​ສືບສວນ​ໃນ​ຂັ້ນຕົ້ນ​ແນະ​ໃຫ້​ເຫັນ​ວ່າ ​ເປັນ​ລະ​ເບີດ​ທີ່​ຄວບຄຸມ​ຈາກ​ໄລຍະ​ໄກ ທີ່​ເຊື່ອງ​ໄວ້​ໃນຖົງ​ເປ້ ​ໄດ້​ແຕກ​ຂຶ້ນ​ໃນ​ເວລາ​ທີ່​ຕະຫຼາດດັ່ງກ່າວ ​ເຕັມ​ໄປ​ດ້ວຍ​ລູກ​ຄ້າ.

ພວກ​ກູ້​ໄພ​ແລະ​ສະມາຊິກ​ສະພາ​ທ້ອງ​ຖິ່ນ ທ່ານ Sajid Hussain Turi ກ່າວ ຕໍ່​ພວກ​ນັກ​ຂ່າວ​ວ່າ ​ໂຕ​ເລກ​ຜູ້​ເສຍ​ຊີວິດ​ມີ​ທ່າ​ທາງ​ວ່າ​ຈະ​ເພີ້ມຂຶ້ນຕື່ມ ຍ້ອນ​ວ່າ ມີຫລາຍໆ​ຄົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ.

​ເຮືອບິນ​ເຮຣີຄອບ​ເຕີ້ ຂອງກອງທັບ​ປາ​ກິ​ສຖາ​ນ ກໍ​ໄດ້​ຊ່ອຍ​ເຈົ້າໜ້າ​ທີ່​ພົນລະ​ເຮືອນ ໃນ​ການຂົນ​ສົ່ງ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ຈາກ​ເຂດ​ຊາຍ​ແດນ​ທີ່​ສອກຫຼີກ​ຫ່າງ​ໄກໄປ​ຫາ​ໂຮງ ໝໍທີ່​ເມືອງ Peshawar.

ໂຄສົກ​ຂອງ​ກຸ່ມ​ຕາ​ລີ​ບານ ​ທີ່​ຕໍ່ຕ້ານ​ລັດຖະບານ​ປາ​ກິ​ສຖານ ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດ ຊອບ​ໃນ​ການ​ໂຈມ​ຕີຕໍ່​ອັນ​ທີ່​ລາວ​ກ່າວ​ວ່າ ​ເປັນ​ການ​ໂຈມ​ຕີ​ສະຫຼະຊີບເພື່ອ​ແກ້ແຄ້ນ​ໃນ​ການ​ສັງຫານສະມາຊິກ​ຂອງ​ຕົນ​ທີ່​ຖືກ​ຄຸມຂັງຢູ່ໃນ​ການ​ກ່າວ​ຫາ​ທີ່​ວ່າເປັນ​ການ​ປະຕິ​ບັດ​ງານ​ປອມ​ຂອງ​ຕຳຫຼວດນັ້ນ.

​ເຂດ Kurram ​ແມ່ນ​ສ່ວນນຶ່ງ​ຂອງ 7 ​ເຂດ​ເຄິ່ງ​ປົກຄອງ​ຕົນ​ເອງຂອງ​ຊົນ​ເຜົ່າທີ່​ຄຸ້ມ​ຄອງ​ໂດຍລັດຖະບານ​ກາງ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ຕັ້ງຢູ່​ໃກ້ໆ​ຊາຍ​ແດນ​ອັຟການິສຖານ.

​ເຂດ​ຊົນ​ເຜົ່າ​ທີ່​ຍາວ​ຢຽດຕິດ​ຕໍ່​ກັນນີ້​ແມ່ນ​ຖືກ​ໃຊ້​ເປັນ​ບ່ອນ​ຫລົບ​ລີ້ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນທ້ອງ​ຖິ່ນແລະ​ຕ່າງປະ​ເທດ ​ແຕ່​ເຈົ້າໜ້າ​ທີ່ກ່າວ​ເມື່ອ​ໄວໆ​ມານີ້ວ່າ ການ​ປະຕິບັດ​ງານ​ຕໍ່​ຕ້ານ​ພວກ​ຫົວ​ຮຸນ​ແຮງ​ຂະໜາດ​ໃຫຍ່ ພາຍ​ໃຕ້​ການ​ນຳພາ​ຂອງ​ກອງທັບ​ໄດ້​ກວດ​ລ້າງ​ພື້ນທີ່​ສ່ວນ​ໃຫຍ່​ຂອງ​ເຂດ​ດັ່ງກ່າວນີ້​ແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG