ກອງກຳລັງຮັກສາຄວາມປອດໄພອີຈິບ ກ່າວວ່າ ພວກເຂົາເຈົ້າ
ໄດ້ສັງຫານຜູ້ນຳ ທີ່ເປັນຜູ້ກໍ່ຕັ້ງ ກຸ່ມຫົວຮຸນແຮງຈັດ Ajnad Misr
ໃນການຍິງຕອບໂຕ້ກັນ ຢູ່ທີ່ເຮືອນພັກອາພາດເມັນແຫ່ງນຶ່ງ
ໃນນະຄອນຫລວງ ໄຄໂຣ.
ທ້າວ Hammam Mohamed Attiya ຖືກຍິງຕາຍ ໃນລະຫວ່າງ
ການຍິງຕໍ່ສູ້ກັນ ຢູ່ໃນຄຸ້ມບ້ານແຫ່ງນຶ່ງ. ກຸ່ມຫົວຮຸນແຮງຈັດດັ່ງກ່າວ
ບໍ່ໄດ້ມີຄຳເຫັນກ່ຽວກັບການເສຍຊີວິດຂອງຜູ້ກ່ຽວ ແຕ່ຫຼາຍໆ
ຊົ່ວໂມງ ຕໍ່ມາ ໄດ້ອ້າງວ່າ ຕົນເປັນຜູ້ວາງລະເບີດ ທີ່ໄດ້ສັງຫານ
ເຈົ້າໜ້າທີ່ຕຳຫລວດຄົນນຶ່ງ.
ເຈົ້າໜ້າທີ່ອີຈິບ ກ່າວວ່າ ລະເບີດທີ່ໄດ້ແຕກຂຶ້ນຢູ່ຂົວແຫ່ງນຶ່ງ ໃນໃຈກາງນະຄອນຫຼວງໄຄໂຣ ເຮັດໃຫ້ຢ່າງນ້ອຍ 2 ຄົນໄດ້ຮັບບາດເຈັບ.
ການໂຈມຕີຫຼາຍໆບັ້ນ ທີ່ໂດຍສ່ວນໃຫຍ່ແລ້ວ ແມ່ນແນໃສ່ກອງກຳລັງຮັກສາຄວາມ
ປອດໄພ ໄດ້ທະວີຂຶ້ນ ນັບຕັ້ງແຕ່ທະຫານໄດ້ໂຄ່ນລົ້ມ ປະທານາທິບໍດີ Mohammed
Morsi ຜູ້ນັບຖືສາສະໜາອິສລາມຢ່າງເຄັ່ງຄັດ ໃນປີ 2013 ຫຼັງຈາກທີ່ມີການປະທ້ວງ
ຂອງມະຫາຊົນ ຕໍ່ຕ້ານການປົກຄອງທີ່ສ້າງຄວາມແຕກແຍກຂອງທ່ານ.
ຄວາມໄຝ່ຝັນຂອງອີຈິບ ທີ່ຢາກຂະຫຍາຍຄອງ Suez ອອກໄປ ຖືກຂັດຂວາງ ຍ້ອນຄວາມບໍ່ສະຫງົບ ພາຍໃນປະເທດ: