ຕຳຫຼວດໃນພາກຕາເວັນຕົກສຽງເໜືອຂອງປາກິສຖານ ກ່າວ
ວ່າ ລະເບີດທີ່ແຕກຂຶ້ນລູກນຶ່ງ ໄດ້ສັງຫານຕຳຫຼວດຄົນນຶ່ງ
ແລະເຮັດໃຫ້ບາດເຈັບອີກນຶ່ງຄົນ ທີ່ກຳລັງຍາມຮັກສາພວກ
ພະນັກງານສັກຢາປ້ອງກັນພະຍາດເປ້ຍລ່ອຍ ຈຳນວນນຶ່ງຢູ່.
ເຫດລະເບີດໄດ້ເກີດຂຶ້ນໃນວັນອາທິດມື້ນີ້ ໃນເຂດ Budhni
ຊານເມືອງ Peshawar ຊຶ່ງເປັນທາງເຂົ້າສູ່ເຂດຂອງຊົນເຜົ່າ
ທີ່ປະສົບກັບຄວາມວຸ້ນວາຍຂອງປະເທດ ບ່ອນທີ່ທະຫານໄດ້
ທຳການຕໍ່ສູ້ມາເປັນເວລານານ ກັບກຸ່ມຕາລີບັນ ແລະພວກນັກ
ຕໍ່ສູ້ຫົວຮຸນແຮງທີ່ມີສ່ວນພົວພັນ ກັບເຄືອຂ່າຍ al-Qaida ນັ້ນ.
ພວກນັກຕໍ່ສູ້ຫົວຮຸນແຮງດັ່ງກ່າວມັກທຳການໂຈມຕີ ພວກພະນັກງານສັກສາປ້ອງກັນພະຍາດເປ້ຍລ່ອຍ ຫຼື polio ໃນເຂດPeshawar ແລະບັນດາເຂດຊົນເຜົ່າທີ່ຢູ່ຕິດກັນ
ໂດຍກ່າວຫາພວກພະນັກງານເຫຼົ່ານີ້ວ່າ ເປັນນັກສືບຂອງຝ່າຍປະເທດຕາເວັນຕົກ ຫຼື
ເປັນພາກສ່ວນນຶ່ງຂອງແຜນການເຮັດໃຫ້ພວກມຸສລິມເປັນໝັນ.
ອົງການອະນາໄມໂລກ ໄດ້ປະກາດໃຫ້ເຂດ Peshawar ເປັນ “ອ່າງຂອງພະຍາດເປ້ຍລ່ອຍ ແຫ່ງໃຫຍ່ທີ່ສຸດ” ຂອງໂລກ.