ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດຂ້າງທາງ ສັງຫານ ກອງກຳລັງ ປາກິສຖານ ທີ່ຕາມລ່າ ພວກລັກພາຕົວຜູ້ຄົນໄປ


ທ້າວ Joshua Boyle ໃຫ້ຄຳເຫັນຕໍ່ນັກຂ່າວ ຫຼັງຈາກເດີນ
ທາງຮອດສະໜາມບິນສາກົນ Toronto Pearson ເກືອບ
5 ປີ ຫຼັງຈາກລາວ ແລະ ພັນລະຍາໄດ້ຖືກລັກພາຕົວໃນ
ປະເທດ ອັຟການິສຖານ ເມື່ອປີ 2012 ໂດຍເຄືອຂ່າວ Haqqani ທີ່ເປັນພັນທະມິດກັບ ພວກຕາລີບານ. ນະຄອນ ໂຕຣອນໂຕ້, ເມືອງ ອອນທາຣີໂອ, ປະເທດ ການາດາ. 13 ຕຸລາ, 2017.
ທ້າວ Joshua Boyle ໃຫ້ຄຳເຫັນຕໍ່ນັກຂ່າວ ຫຼັງຈາກເດີນ ທາງຮອດສະໜາມບິນສາກົນ Toronto Pearson ເກືອບ 5 ປີ ຫຼັງຈາກລາວ ແລະ ພັນລະຍາໄດ້ຖືກລັກພາຕົວໃນ ປະເທດ ອັຟການິສຖານ ເມື່ອປີ 2012 ໂດຍເຄືອຂ່າວ Haqqani ທີ່ເປັນພັນທະມິດກັບ ພວກຕາລີບານ. ນະຄອນ ໂຕຣອນໂຕ້, ເມືອງ ອອນທາຣີໂອ, ປະເທດ ການາດາ. 13 ຕຸລາ, 2017.

ບັນດາເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ການໂຈມຕີດດດ້ວຍລະເບີດຂ້າງທາງໃນວັນ
ອາທິດມື້ນີ້ ໄດ້ສັງຫານທະຫານຢ່າງໜ້ອຍ 4 ຄົນ ແລະ ຫຼາຍຄົນໄດ້ຮັບບາດເຈັບ ໃກ້
ກັບເຂດຊາຍແດນ ຕິດກັບປະເທດ ອັຟການິສຖານ.

ກອງທັບບົກໄດ້ກ່າວວ່າ ກຳລັງທະຫານແມ່ນສ່ວນນຶ່ງ ຂອງກຸ່ມກວດຄົ້ນ ທີ່ຖືກສົ່ງໄປ
ເມືອງຊົນເຜົ່າ Kurram ເພື່ອຕາມລ່າພວກຈັດການລັກພາຕົວຄອບຄົວຄົນ
ອາເມຣິກາ-ການາດາ ທີ່ກອງກຳລັງ ປາກິສຖານ ໄດ້ຊ່ວຍເຫຼືອຈາກການຖືກຈັບກຸມ
ໃນສັບປະດາທີ່ຜ່ານມາ ຈາກຂໍ້ແນະນຳຂອງໜ່ວຍສືບລັບ ສະຫະລັດ.

ພວກ ຕາລີບານ ປາກິສຖານ ໄດ້ອ້າງເອົາຜົນງານສຳລັບການວາງແຜນໂຈມຕີດ້ວຍ
ລະເບີດດັ່ງກ່າວ ແລະ ໄດ້ໃຫ້ຕົວເລກທະຫານທີ່ເສຍຊີວິດ ຈຳນວນຫຼາຍກວ່າທີ່ໄດ້ຖືກ
ລາຍງານຢ່າງເປັນທາງການ. ກຸ່ມຫົວຮຸນແຮງມັກຈະປະກາດຈຳນວນຜູ້ເສຍຊີວິດຫຼາຍ
ເກີນຈິງ ສຳລັບການໂຈມຕີດັ່ງກ່າວ.

ນາງ Caitlan Coleman ຄົນ ອາເມຣິກັນ ອາຍຸ 31 ປີ ແລະ ສາມີຂອງລາວຄົນ
ການາດາ ທ້າວ Joshua Boyle ອາຍຸ 34 ປີ ແລະ ລູກຂອງເຂົາເຈົ້າສາມຄົນ ໄດ້ຖືກ
ປ່ອຍຕົວພາຍໃນບໍ່ເທົ່າໃດຊົ່ວໂມງໃນວັນພຸດທີ່ຜ່ານມາ ຫຼັງຈາກພວກລັກພາຕົວ ໄດ້
ສົ່ງເຂົາເຈົ້າໄປ ໃນເມືອງ Kurram ຂ້າມຊາຍແດນປະເທດ ອັຟການິສຖານ. ໃນເວລາ
ທີ່ເດີນທາງຮອດເມືອງ Toronto ນັ້ນ, ທ້າວ Boyle ໄດ້ເປີດເຜີຍເຖິງພວກຜູ້ຈັບກຸມ
ເຂົາເຈົ້າ, ເຊິ່ງແມ່ນສະມາຊິກຂອງເຄືອຂ່າຍ Haqqa ທີ່ເຊື່ອມໂຍງກັບພວກ ຕາລີບານ,
ວ່າໄດ້ຂົ່ມຂືນພັນລະຍາຂອງລາວ ແລະ ໄດ້ຂ້າລູກຂອງເຂົາເຈົ້າຄົນນຶ່ງ, ເຊິ່ງແມ່ນເດັກ
ຍິງທາລົກ.

ບັນດາເຈົ້າໜ້າທີ່ ປາກິສຖານ ໄດ້ກ່າວວ່າ ຄົນຂັບລົດ ແລະ ຜູ້ຊາຍຕິດອາວຸດສາມຄົນ
ໄດ້ສົ່ງຕົວປະກັນໃຫ້ຫຼົບໜີເຂົ້າໄປໃນສູນອົບພະຍົບ ອັຟການິສຖານ ທີ່ຢູ່ໃກ້ຄຽງ ຫຼັງ
ຈາກກອງກຳລັງທະຫານໄດ້ຍິງປືນໃສ່ຕີນລົດຂອງພວກເຂົາ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຍົກຍ້ອງ ແລະ ຂອບໃຈບັນດາຜູ້ນຳ
ປາກິສຖານ ສຳລັບການຊ່ວຍເຫຼືອຄອບຄົວດັ່ງ ກ່າວ ແລະ ໄດ້ອະທິບາຍການກະທຳ
ນັ້ນວ່າເປັນ “ຊ່ວງເວລາທີ່ມີແງ່ບວກ” ໃນສາຍພົວພັນຂອງທັງສອງຝ່າຍ, ເຊິ່ງໃນຫ້າປີ
ທີ່ຜ່ານມາ ໄດ້ເສື່ອມໂຊມເປັນໄລຍະໆ ໂດຍຄວາມບໍ່ໄວ້ໃຈ ແລະ ຄວາມສົງໄສກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG