ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາ ຂອງກຸ່ມຕາລິບານ ປາກິສຖານ ຖືກສັງຫານດ້ວຍລະເບີດ ຢູ່ໃນອັຟການິສຖານ


ເມືອງບາມາລ, ປະເທດອັຟການິສຖານ.
ເມືອງບາມາລ, ປະເທດອັຟການິສຖານ.

ຜູ້ບັນຊາການໃຫຍ່ຂອງອົງ​ການຫົວຮຸນແຮງ​ຈັດນອກກົດໝາຍ ເຊິ່ງກໍາລັງວາງແຜນ​ໂຈມ​ຕີກໍ່ການຮ້າຍໃນປາກິສຖານ ໄດ້ຖືກສັງຫານໂດຍລະເບີດ​ແຄມ​ທາງ
ຢູ່ໃນປະເທດອັຟການິສຖານທີ່​ເປັນເພື່ອນບ້ານ.

ທ້າວອັບດູລ ວາລີ (Abdul Wali) ຫຼືຮູ້ກັນ ໃນ​ອີກຊື່​ນຶ່ງວ່າ ໂອມາ ຄາລີດ ໂຄຣາຊານີ (Omar Khalid Khorasani), ໄດ້ເດີນທາງໄປແຂວງປັກຕິກາ (Paktika) ຊຶ່ງ​ເປັນ​ແຂວງຊາຍແດນທີ່ຢູ່ທາງພາກຕາເວັນອອກສຽງໃຕ້ຂອງອັຟການິສຖານ ໃນຕອນແລງວັນອາທິດແລ້ວນີ້, ເມື່ອລະເບີດແຄມ​ທາງໄດ້ແຕກໃສ່ລົດຂອງລາວ, ອີງຕາມລາຍງານຈາກກຸ່ມຫົວຮຸນແຮງຈໍານວນນຶ່ງ ແລະແຫຼ່ງຂ່າວຄວາມໝັ້ນຄົງຂອງປາກິສຖານ ກ່າວໃນວັນຈັນວານນີ້.

ກຸ່ມຂອງທ້າວໂຄຣາຊານີ ຄືກຸ່ມ ເຕຣິກ-ອີ-ຕາລີບານ ປາກິສຖານ ຫຼື TTP, ເຊິ່ງຮູ້ໃນຊື່ ​ກຸ່ມຕາລິບານປາກິສຖານ, ກໍໄດ້ຢັ້ງຢືນເຖິງການເສຍຊີວິດຂອງລາວເຊັ່ນກັນ ໂດຍກ່າວວ່າ “ຖະແຫຼງການກ່ຽວກັບລາຍລະອຽດຕ່າງໆ ຈະເປີດເຜີຍອອກມາ ກ່ຽວກັບການເປັນ​ວີ​ລະ​ຊົນ” ຂອງຜູ້ນໍາພວກເຂົາ.

ເຫດການລະເບີດດັ່ງກ່າວນັ້ນ ໄດ້ເກີດຂຶ້ນໃນວັນອາທິດແລ້ວນີ້ໃນເມືອງບາມາລ (Barmal), ເຊິ່ງເປັນເມືອງທີ່ຢູ່ສອກຫຼີກຫ່າງໄກ ຂອງອັຟການິສຖານ ໃກ້ກັບຊາຍແດນຂອງປາກິສຖານ, ແລະມັນກໍຍັງໄດ້ສັງຫານໝູ່​ເພື່ອນຂອງທ້າວໂຄຣາຊານີ ທີ່ຢູ່ໃນລົດເຊັ່ນກັນ ຢ່າງໜ້ອຍສາມຄົນ.

ຍັງບໍ່ມີກຸ່ມໃດອອກມາສະແດງຄວາມຮັບຜິດຊອບໃນທັນທີຕໍ່ເຫດການໂຈມຕີທີ່ຮຸນແຮງໃນເທື່ອນີ້ ແລະກໍບໍ່ມີຄວາມຄິດເຫັນໃດໆ ຈາກລັດຖະບານຕາລິບານຂອງອັຟການິສຖານເຊັ່ນດຽວກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG