ພວກເຈົ້າໜ້າທີ່ ອີຈິບ ກ່າວວ່າ ຕຳຫຼວດຄົນນຶ່ງໄດ້ເສຍຊີວິດ ໃນຂະນະທີ່ທ່ານໄດ້ພະ
ຍາຍາມປົດຂະນວນລະເບີດ ທີ່ພົບເຫັນຢູ່ໃກ້ກັບໂບດໃນເຂດນອກນະຄອນຫຼວງ
ໄຄໂຣ.
ພວກເຈົ້າໜ້າທີ່ກ່າວວ່າ ເຈົ້າໜ້າທີ່ຕຳຫຼວດອີກສອງຄົນໄດ້ຮັບບາດເຈັບຈາກລະເບີດ
ແຕກໃນວັນເສົາວານນີ້.
ອົງການຂ່າວຣອຍເຕີລາຍງານວ່າ ລະເບີດໄດ້ຖືກພົບເຫັນຢູ່ໃນຖົງເທິງຫຼັງຄາຕຶກ.
ເຫດການດັ່ງກ່າວໄດ້ເກີດຂຶ້ນ ໃນຂະນະທີ່ຊາວ ຄຣິສຕຽນ ຄັອບຕິກ ຂອງ ອີຈິບ
ໄດ້ກະກຽມສະຫຼອງບຸນ ຄຣິສມັສ ໃນວັນຈັນມື້ອື່ນນີ້.
ຍັງບໍ່ທັນມີການອ້າງເອົາຄວາມຮັບຜິດຊອບໂດຍທັນທີ ກ່ຽວກັບ ເຫດລະເບີດ
ແຕກນັ້ນ.
ກຸ່ມລັດອິສລາມ ເຖິງຢ່າງໃດກໍຕາມໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີ
ຢ່າງຕໍ່ເນື່ອງຕໍ່ຊາວ ຄຣິສຕຽນ ໃນອີຈິບ.
ກຸ່ມດັ່ງກ່າວໄດ້ປະກາດທີ່ຈະໂຈມຕີຊາວ ຄຣິສຕຽນ ອີຈິບ ເພື່ອເປັນການລົງໂທດ
ໃນການສະໜັບສະໜູນຂອງເຂົາເຈົ້າສຳລັບ ປະທານາທິບໍດີ ອັບແດລ ຟັດທາ ແອລ-
ຊິສຊີ. ທ່ານປະທານາທິບໍດີ ໄດ້ປະກາດວ່າ ທ່ານ “ຈະຕໍ່ສູ້ກັບລັດທິກໍ່ການຮ້າຍມືດ
ແລະ ຕາມຫາພວກຜູ້ກໍ່ກວນ.”
ຊາວ ຄຣິສຕຽນ ອີຈິບ ປະກອບມີ 10 ເປີເຊັນຂອງປະຊາກອນ ຂອງປະເທດ 100
ລ້ານຄົນ.