ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລະ​ເບີດ​ແຕກ ຢູ່​ຕະ​ຫຼາດ ປາກ​ິ​ສ​ຖານ ມີ​ຜູ້​ເສຍ​ຊີ​ວິດ ຢ່າງ​ໜ້ອຍ 18 ຄົນ


ໜ່ວຍ​ກູ້​ລະ​ເບີດ ສຳ​ຫຼວດ​ເບິ່ງ ບໍ​ລິ​ເວນ​ທີ່​ເກີດ​ລະ​ເບີດ ໃນ​ຕະ​ຫຼາດ​ຂາຍ​ຜັກ ທີ່​ເມືອງ​ແກັດ​ຕາ ປະ​ເທດ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 12 ເມ​ສາ 2019.
ໜ່ວຍ​ກູ້​ລະ​ເບີດ ສຳ​ຫຼວດ​ເບິ່ງ ບໍ​ລິ​ເວນ​ທີ່​ເກີດ​ລະ​ເບີດ ໃນ​ຕະ​ຫຼາດ​ຂາຍ​ຜັກ ທີ່​ເມືອງ​ແກັດ​ຕາ ປະ​ເທດ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 12 ເມ​ສາ 2019.

ລະ​ເບີດ​ຂະ​ໜາ​ດ​ແຮງ​ລູກ​ນຶ່ງ ໄດ້​ແຕກ​ຂຶ້ນ​ຢູ່​ທີ່​ຕະ​ຫຼາດ ໃນ​ພາກ​ຕາ​ເວັນ​ຕົກ​ສຽງໃຕ້​ຂອງ​ປາ​ກິ​ສ​ຖານ ໃນ​ວັນ​ສຸກມື້ນີ້ ເຮັດ​ໃຫ້​ຢ່າງ​ໜ້ອຍ 18 ຄົນ​ເສຍ​ຊີ​ວິດ​ແລະອີກ 48 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຕຳ​ຫຼວດ​ກ່າວ​ວ່າ ລູກ​ລະ​ເບີດ ທີ່​ນຳ​ໄປ​ຫ້າງ​ໄວ້​ຢູ່​ຮ້ານ​ຂາຍ​ເຄື່ອງ​ບ່ອນນຶ່ງ ​ໄດ້ແຕກ​ຂຶ້ນ​ຢູ່​ໃນ​ຄຸ້ມ​ຂອງ​ພວກ​ທີ່​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມນິ​ກາຍ​ຊີ​ໄອ​ທ໌ ໃນ​ເມືອງແກັດ​ຕາ ຊຶ່ງ​ເປັນ​ເມືອງ​ເອກ​ຂອງ​ແຂວງ​ບາ​ລູ​ຈິ​ສ​ຕານ ແລະ​ສະ​ມາ​ຊິກ​ຂອງ​ຊຸມຊົນ​ກຸ່ມ​ນ້ອຍ ແມ່ນ​ຮວມ​ຢູ່​ໃນ​ບັນ​ດາ​ຜູ້​ເຄາະ​ຮ້າຍ.

ການ​ສືບ​ສວນ​ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງ​ກ່າວ​ໄດ້​ເລີ້ມ​ຂຶ້ນ​ແລ້ວ ເພື່ອ​ຈະ​ລົງ​ຄວາມເຫັນ​ວ່າ​ມີ​ຈຸດ​ປະ​ສົງ​ແນວ​ໃດ ອີງ​ຕາມ​ຄຳ​ເວົ້າ​ ຂອງ​ທ່ານ​ອັບ​ດູ​ລ​ ຣາ​ສ​ຊັກ ຊີ​ນາ (Abdul Razzaq Cheena) ຮອງ​ຜູ້​ບັນ​ຊາ​ການ​ຕຳ​ຫຼວດ ໃນ​ເມືອງ​ດັ່ງ​ກ່າວ.

​ແຜນ​ທີ່​ເມືອງ​ແກັດ​ຕາ ປະ​ເທດ​ປາ​ກິ​ສ​ຖານ
​ແຜນ​ທີ່​ເມືອງ​ແກັດ​ຕາ ປະ​ເທດ​ປາ​ກິ​ສ​ຖານ

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ເທື່ອ ກ່ຽວ​ກັບ​ການ​ວາງ​ລະ​ເບີດ​ທີ່ບໍ​ລິ​ເວນຕະ​ຫຼາດ​ຮາ​ຊາ​ການ​ຈີ ​ຊຶ່ງ​ເຄີຍ​ຖືກ​ໂຈມ​ຕີ​ມາ​ແລ້ວນັ້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄ​ານ ໄດ້​ປະ​ນາມ​ການ​ໂຈມ​ຕີ​ໃນ​ວັນ​ສຸກມື້ນີ້.

ກຸ່ມ​ຫົວ​ຮຸນ​ແຮງ​ແບ່ງ​ແຍກ​ດິນ​ແດນ​ບາ​ລຸກ ແລະ​ພວກ​ຫົວ​ຮຸນ​ແຮງ​ຈັດ​ທີ່​ຈົງ​ຮັກ​ພັກ​ດີ ​ຕໍ່​ກຸ່ມ​ກໍ່​ການ​ຮ້າຍນອກ​ກົດ​ໝາຍ​ຕາ​ລີ​ບານ ແລະ​ລັດ​ອິ​ສ​ລາມ ແມ່ນ​ໄດ້​ມີ​ການ​ເຄື່ອນ​ໄຫວ ຢູ່​ໃນ​ແຂວງ​ບາ​ລູ​ຈິ​ສ​ຕານ. ກຸ່ມ​ກໍ່​ການ​ຮ້າຍ​ເຫຼົ່າ​ນີ້ໄດ້​ອ້າງ​ເອົາ​ຄວາມຮັບ​ຜິດ​ຊອບ​ໃນ​ການ​ໂຈມ​ຕີ​ຫຼາຍໆ​ຄັ້ງ ຕໍ່​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ແລະ​ພົນລະ​ເຮືອນ ຮວມ​ທັງ ​ຕໍ່​ປະ​ຊາ​ຄົມ​ຊາວ​ຊີ​ໄອ​ທ໌​ຮາ​ຊາ​ຣາ. ແຂວງ​ບາ​ລູ​ຈິ​ສ​ຖານ ມີຊາຍ​ແດນ​ຕິດ​ກັບ​ອັ​ຟ​ກາ​ນິ​ສ​ຖານ ແລະ​ມີ​ການ​ກ່າວ​ຫາ​ວ່າ​ແຂວງ​ດັ່ງ​ກ່​າວ ​ໄດ້​ໃຫ້
ບ່ອນ​ຫລົບ​ລີ້​ແກ່​ພວກ​ນັກ​ລົບ ທີ່​ເປັນ​ເຄືອ​ຂ່າຍ ຂອງ​ກຸ່ມ​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ນຳ​ດ້ວຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG