ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan ປະ
ກາດວ່າ ຈະດຳເນີນຄວາມພະຍາຍາມທຸກໆຢ່າງທີ່ເປັນໄປ
ໄດ້ເພື່ອຕາມລ່າຫາໂຕພວກກໍ່ການຮ້າຍ ທີ່ໂຈມຕີວັດສາສະ
ໜາອິສລາມແຫ່ງນຶ່ງ ຊຶ່ງໄດ້ສັງຫານພວກໄປສູດມົນພາວະ
ນາຫຼາຍກວ່າ 80 ຄົນ ແລະບາດເຈັບອີກຢ່າງໜ້ອຍ 100 ຄົນ.
ທ່ານ Jonathan ໄດ້ອອກຖະແຫລງການສະບັບນຶ່ງ ໃນວັນ
ເສົາມື້ນີ້ ຮຽກຮ້ອງ ໃຫ້ຊາວໄນຈີເຣຍ ບໍ່ໃຫ້ໝົດຫວັງເທື່ອໃນ
ເວລານີ້ ຕໍ່ການພະຍາຍາມອັນຍິ່ງໃຫຍ່ ໃນປະຫວັດສາດ
ຂອງປະເທດ ແລະສືບຕໍ່ມີຄວາມປຸ້ມລຸມສາມັກຄີ ເພື່ອປະ
ເຊີນ ໜ້າກັບສັດຕູຮ່ວມອັນດຽວກັນ.
ລະເບີດຫລາຍໆລູກໄດ້ແຕກຂື້ນ ຕິດຕາມມາດ້ວຍສຽງປືນ ຢູ່່ຂ້າງນອກວັດໃຫຍ່ ຂອງ
ອິສລາມ ທີ່ແໜ້ນໄປດ້ວຍຜູ້ຄົນ ໃນເມືອງ Kano ບໍ່ດົນຫລັງຈາກພິທີສູດ ມົນພາວະນາ
ເລີ້ມຂຶ້ນ.
ພວກທີ່ເຫັນເຫດການກ່າວວ່າ ເຂົາເຈົ້າໄດ້ເຫັນມີຫລາຍໆຄົນບາດເຈັບແລະຢ້ານ ວ່າເສຍ
ຊີວິດແລ້ວ ຫຼັງຈາກລະເບີດສອງລູກໄດ້ແຕກຂຶ້ນໃນບໍລິເວນເດີ່ນຂອງວັດ ໃຫຍ່ຂອງອິສ
ລາມ ໃນເມືອງ Kano ແລະລູກທີ 3 ໄດ້ແຕກຂຶ້ນໃນບໍລິເວນໃກ້ຄຽງ.
ຕຳຫລວດໄດ້ໄປເຖິງບ່ອນເກີດເຫດ ເພື່ອປະເຊີນໜ້າກັບພວກຊາວໜຸ່ມທີ່ໂກດແຄ້ນ ທີ່ພາ
ກັນຮ້ອງໂຮ ພ້ອມທັງແກ່ວງໄມ້ ແລະກ້ອນຫີນເຂົ້າໃສ່. ອົງການຂ່າວຣອຍເຕີ ລາຍງານວ່າ
ຕຳຫລວດຈຳເປັນຕ້ອງໄດ້ຍິງລະເບີດນໍ້າຕາໃສ່ພວກກໍ່ຄວາມວຸ້ນວາຍ ເພື່ອຫາທາງເຂົ້າໄປ
ໃນວັດດັ່ງກ່າວ.
ນັກຂ່່າວວີໂອເອ ຄົນນຶ່ງລາຍງານວ່າ ບັນຍາກາດໄດ້ບັນເທົາລົງຫລັງຈາກນັ້ນ ໃນຂະນະທີ່
ບັນດາເຈົ້າໜ້າທີ່ການແພດໃຫ້ການຮັກສາປິ່ນປົວແກ່ຄົນເຈັບ.
ກະຊວງຕ່າງປະເທດສະຫະລັດ ຮ້ອງການໂຈມຕີນີ້ວ່າ “ໜ້າຢ້ານກົວ” ແລະໄດ້ ປະນາມ
ຢ່າງແຮງ. ກະຊວງຕ່າງປະເທດກ່າວວ່າ ສະຫະລັດຢືນຢູ່ກັບປະຊາຊົນ ໄນຈີເຣຍ ໃນການ
ຕໍ່ສູ້ກັບພວກຫົວຮຸນແຮງຈັດ ແລະການຂົ່ມຂູ່ຂອງການກໍ່ການຮ້າຍ ແລະໃຫ້ການຢືນຢັນ
ຕໍ່ຄວາມໝາຍໝັ້ນໃນການປະຕິບັດງານຮ່ວມກັບຊາວໄນຈີເຣຍເພື່ອຕໍ່ສູ້ກັບການກໍ່ຄວາມ
ໂຫດຮ້າຍເຫລົ່ານີ້.
ໂຄສົກຂອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban Ki-moon ກ່າວ ວ່າຫົວໜ້າ
ອົງການສະຫະປະຊາຊາດຮຽກຮ້ອງໃຫ້ເຈົ້າໜ້າທີ່ດຳເນີນການຢ່າງວ່ອງໄວເພື່ອນຳເອົາໂຕ
ພວກກໍ່ການມາລົງໂທດ.
ວັດອິສລາມດັ່ງກ່າວ ແມ່ນພົວພັນກັບບັນດາເຈົ້າໜ້າທີ່ອິສລາມທີ່ມີອິດທິພົນສູງ ສຸດຂອງ
ປະເທດ ນັ້ນກໍຄືພະອາຈານຫຼື Emir ແຫ່ງເມືອງ Kano ຜູ້ທີ່ໄດ້ຮ້ອງຂໍຫວ່າງມໍ່ໆມານີ້ໃຫ້
ຊາວໄນຈີເຣຍ ພາກັນຈັບອາວຸດລຸກຕໍ່ຕ້ານ ກຸ່ມຫົວຮຸນແຮງ Boko Haram. ເວລານີ້
ພະອາຈານອົງນີ້ ແມ່ນພວມຢ້ຽມຢາມຕ່າງປະເທດ.
ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບຈາກການວາງລະເບີດ ຢູ່ໃນຫົວເມືອງໃຫຍ່ສຸດ
ອັນດັບສອງຂອງໄນຈີເຣຍດັ່ງກ່າວນີ້ເມື່ອ ແຕ່ກໍມີການສົງໄສວ່າ ເປັນ ນ້ຳມືຂອງກຸ່ມ Boko
Haram ທີ່ໄດ້ທຳການໂຈມຕີຄ້າຍຄືກັນນີ້ມາແລ້ວຫຼາຍໆ ເທື່ອ.