ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດລະເບີດແຕກ ຫຼາຍຄັ້ງ ຢູ່ເຂດກາຊາ ໃນຕອນເຊົ້າ ມື້ນີ້


ລະເບີດຢ່າງໜ້ອຍ 5 ລູກ ໄດ້ແຕກຂຶ້ນຢູ່ເຂດກາຊາ ໃນຕອນເຊົ້າວັນພະຫັດມື້ນີ້
ຕາມເວລາໃນທ້ອງຖິ່ນ ມີຜູ້ນຶ່ງເຊື່ອວ່າໄດ້ຮັບບາດເຈັບ.

ນັກຂ່າວວີໂອເອ ໄດ້ຍິນສຽງລະເບີດແຕກ ແລະມີລົດໂຮງໝໍຫຼາຍໆຄັນໄດ້ແລ່ນ
ໄປຍັງບ່ອນເກີດເຫດ ຫຼາຍໆນາທີຕໍ່ມາ.

ປະຊາຊົນໃນເຂດທ້ອງຖິ່ນກ່າວວ່າ ເຂົາເຈົ້າເຊື່ອວ່າເປົ້າໝາຍທັງໝົດແມ່ນໂຮງ
ການຂອງກຸ່ມຮາມັສ.

ເຫດລະເບີດໄດ້ເກີດຂຶ້ນ ຫລັງຈາກມີການປະທ້ວງຄັ້ງໃຫຍ່ ຢູ່ຕາມຊາຍແດນເຂດ
ກາຊາ ຕິດກັບອິສຣາແອລ ທີ່ໄດ້ເຮັດໃຫ້ 60 ກວ່າຄົນເສຍຊີວິດ ແລະ 2,700 ຄົນ
ໄດ້ຮັບບາດເຈັບ. ໃນວັນພຸດວານນີ້ ເຈົ້າໜ້າທີ່ຂອງກຸ່ມຮາມັສຄົນນຶ່ງ ກ່າວໃນການ
ໃຫ້ສຳພາດ ວ່າ 50 ຄົນ ໃນຈຳນວນຂອງພວກທີ່ເສຍຊີວິດ ແມ່ນເປັນສະມາຊິກ
ຂອງກຸ່ມຮາມັສ. ເຈົ້າໜ້າທີ່ຄົນນີ້ກ່າວຕື່ມວ່າ ສ່ວນອີກ 12 ຄົນ ແມ່ນພົນລະເຮືອນ.
ພວກທີ່ເສຍຊີວິດແມ່ນຮວມທັງແມ່ຍິງ ເດັກນ້ອຍ ແລະ ທາລົກຍິງ ອາຍຸ 8 ເດືອນ
ຄົນນຶ່ງ.

ການປະທ້ວງເລີ້ມຂຶ້ນມາໄດ້ເດືອນກວ່າໆແລ້ວ ໃນ “ການເດີນຂະບວນເພື່ອກັບຄືນ”
ທີ່ໄດ້ເພີ້ມທະວີຄວາມຮ້າຍແຮງຂຶ້ນ ໃນວັນຈັນແລ້ວ ໃນຂະນະທີ່ ສະຫະລັດ ເປີດ
ສະຖານທູດ ຂອງຕົນ ຢູ່ນະຄອນເຈຣູຊາແລັມ ໂດຍທີ່ພວກປະທ້ວງໄດ້ບຸກເຂົ້າໄປ
ຫາຮົ້ວທີ່ແບ່ງເຂດກາຊາ ກັບອິສຣາແອລ ໂດຍພາກັນມ້າງຮົ້ວໜາມໝາກຈັບ ເປັນ
ບາງສ່ວນ ແລະແກວ່ງກ້ອນຫີນເຂົ້າໃສ່ຕຳຫຼວດ.

ກຳລັງຂອງອິສຣາແອລໄດ້ຍິງປືນເຂົ້າໃສ່ພວກປະທ້ວງ ແລະມີການແກວ່ງລະເບີດ
ນ້ຳຕາ ແລະສ່ວນນຶ່ງຫວ່ານລົງມາຈາກເຮືອບິນບໍ່ມີຄົນຂັບ ໃສ່ເຂດຊາຍແດນ. ໃນ
ຂະນະທີ່ ເດືອນສັກສິດຣາມາດານ ຂອງຊາວມຸສລິມ ເລີ້ມຂຶ້ນໃນວັນພະຫັດມື້ນີ້
ພວກເດີນຂະບວນກ່າວວ່າ ເຂົາເຈົ້າຈະພາກັນໂຮມຊຸມນຸມຕໍ່ໄປ.

ອົງການສິດທິມະນຸດຂອງສະຫະປະຊາຊາດ ຈະເປີດປະຊຸມນັດພິເສດ ເພື່ອຫາລື
“ກ່ຽວກັບສະຖານະການ ທີ່ພວມຊຸດໂຊມລົງ ໃນເຂດຍຶດຄອງປາແລສໄຕນ໌.”

ການປະຊຸມດັ່ງກ່າວ ມີຂຶ້ນໃນຂະນະທີ່ ໄອຍະການຂອງສານອາຍາສາກົນ ຊຶ່ງ
ເປັນສານດຳເນີນຄະດີ ກ່ຽວກັບອາຊະຍາກຳສົງຄາມຂອງໂລກ ໃນວັນພຸດວານນີ້
ໄດ້ສະແດງ “ຄວາມເປັນຫ່ວງຢ່າງເລິກເຊິ່ງ” ກ່ຽວກັບຄວາມຮຸນແຮງທີ່ພວມເພີ້ມ
ທະວີຂຶ້ນ ໃນເຂດກາຊາ ແລະກ່າວວ່າ ການກ່າວຫາກ່ຽວກັບການກໍ່ອາຊະຍາກຳ
ອາດຈະມີການສືບສວນກັນ.

Palestinian Official: US Ambassador to UN Is Not World's Schoolmarm
please wait

No media source currently available

0:00 0:02:24 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG