ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

38 ຄົນ ເສຍຊີວິດ ໃນເຫດລະເບີດ ທີ່ອີຣັກ (ເບິ່ງວີດີໂອກັບສະໄລດ໌)


ນຶ່ງໃນຈໍານວນຮູບພາບການວາງລະເບີດ ທີແຕກຕິດຕໍ່ກັນໃນກູງ Bagdad Kirkuk ແລະ ເມືອງ Karbala ວັນອັງຄານ ທີ່ 20 ມິນາ 2012.

ເກີດ​ເຫດລ​ະ​ເບີດ​ແຕກ​ຕິດ​ຕໍ່​ກັນ ຢູ່ໃນ​ສິບ​ກວ່າເມືອງ​ຂອງອີຣັກ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​
ຢ່າງ​ນ້ອຍ 38 ຄົນ ​ແລ​ະ​ໄດ້​ຮັບບາດ​ເຈັ​ບອີກ 160 ຄົນ.

ຕໍາຫລວດ​ອີຣັກກ່າວ​ວ່າ ລະ​ເບີດ​ລົດແລະ​ລະ​ເບີດແຄມ​ທາງໄດ້​ແຕກ​ຂຶ້ນ​ຢູ່​ໃນ​ຫຼາຍໆ​ບ່ອນ​
ໃນຕອນ​ເຊົ້າຂອງ​ວັນ​ອັງ​ຄານ​ມື້​ນີ້ ຮວມທັງກຸ​ງ ​Bagdad ​ເມືອງ ​Kirkuk ​ແລະ​ເມືອງ​
Karbala ຊຶ່ງ​ເປັນ​ຫົວ​ເມືງ​ສັກສິດ ຂອງສາສະໜາ​ອິສລາມນິກາຍຊິ​ໄອທ໌.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ການວາງ​ລະ​ເບີດເຫຼົ່ານີ້​ແມ່ນ​ແນ່​ໃສ່ໃຜ ​ແລະ​ກໍຍັງ​ບໍ່​ທັນ
ມີ​ກຸ່ມ​ໃດ​ອ້​າງເອົາຄວາມ​ຮັບຜິດຊອບ​ດັ່ງກ່າວ.

ການ​ໂຈມຕີທີ່​ວ່າ​ນີ້​ເກີດ​ຂຶ້ນລຸນ​ຫຼັງ​ວັນຄົບຮອບ​ເກົ້າ​ປີ​ ຂອງ​ການບຸກ​ໂຈມ ຕີ​ພາຍ​ໃຕ້​ການ
ນໍາພາ​ຂອງ​ສະຫະລັດ​ເຂົ້າ​ໄປ​ໃນ​ອີຣັກຄື​ວັນ​ທີ 19 ມີນາ ​ເພື່ອ​ໂຄ່ນ​ລົ້ມມື້ລາງ​ຈອມຜະ​ເດັດ​
ການ Saddam Hussein ​ແລະບໍ່​ດົນ​ກ່ອນ​ໜ້າການ​ປະ​ຊຸມສຸດ​ຍອດຂອງສັນ​ນີບາດອາຣັບ ​
ໃນອາທິດ​ໜ້າ​ທີ່​ນະຄອນຫຼວງ Bagdad.

XS
SM
MD
LG