ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດແຕກຂຶ້ນ ຫຼາຍ​ຄັ້ງ ຢູ່ປາກິສຖານ ໄດ້ສັງຫານ ພວກທະຫານ ແລະ ພົນລະເມືອງ ຊາວຊີໄອມຸສລິມ


ທະຫານກອງທັບບົກປາກິສຖານຄົນນຶ່ງ ຢືນຍາມຢູ່ເທິງ ປ້ອມເຂດຊາຍແດນເມືອງ ກູລາມ ຄານ ໃນຂົງເຂດ ວາຊີຣີສຖານເໜືອ, ຢູ່ທີ່ຊາຍແດນລະຫວ່າງປາກິສຖານ ຕິດກັບອັຟການິຖານ, ວັນທີ 27 ມັງກອນ 2019.
ທະຫານກອງທັບບົກປາກິສຖານຄົນນຶ່ງ ຢືນຍາມຢູ່ເທິງ ປ້ອມເຂດຊາຍແດນເມືອງ ກູລາມ ຄານ ໃນຂົງເຂດ ວາຊີຣີສຖານເໜືອ, ຢູ່ທີ່ຊາຍແດນລະຫວ່າງປາກິສຖານ ຕິດກັບອັຟການິຖານ, ວັນທີ 27 ມັງກອນ 2019.

ອຳນາດການປົກຄອງໃນປາກິສຖານ ກ່າວວ່າ ການໂຈມຕີດ້ວຍລະເບີດແຄມທາງ ໃນ
ວັນສຸກວານນີ້ ຢູ່ໃກ້ໆກັບຊາຍແດນຂອງອັຟການິສຖານ ໄດ້ສັງຫານພວກທະຫານຢ່າງ
ໜ້ອຍ 4 ຄົນ ແລະອີກ 4 ຄົນໄດ້ຮັບບາດເຈັບ ໃນຂະນະ ດຽວກັນ ລະເບີດໄດ້ແຕກຂຶ້ນ
ອີກຕ່າງຫາກ 2 ຄັ້ງ ຢູ່ໃນເຂດພາກຕາເວັນຕົກສຽງໃຕ້ຂອງປະເທດ ໄດ້ສັງຫານ 5 ຄົນ
ທີ່ມາຈາກຊຸມຊົນຊີໄອມຸສລິມ ທີ່ເປັນຊົນເຜົ່າກຸ່ມນ້ອຍ.

ໂຄສົກກອງທັບບົກໄດ້ກ່າວວ່າ ຂະບວນລົດຂອງກຳລັງຮັກສາຄວາມສະຫງົບ ໄດ້ເດີນ
ທາງຜ່ານເຂດຄາຣຄາມາຣ ໃນວາຊີຣີສຖານເໜືອ ທີ່ຢູ່ຫ່າງໄກສອກຫລີກ ເມື່ອມັນໄດ້
ຖືກໂຈມຕີ ໂດຍລະເບີດທີ່ເຮັດຂຶ້ນເອງ ທີ່ເອີ້ນຫຍໍ້ວ່າ IED ທີ່ວາງໃສ່ຫົນທາງ​ແຫ່ງ​ນຶ່ງ
ໂດຍພວກກໍ່ການຮ້າຍ.

ແຜນທີ່ເຂດວາຊີຣີສຖານເໜືອ ຂອງປາກິສຖານ
ແຜນທີ່ເຂດວາຊີຣີສຖານເໜືອ ຂອງປາກິສຖານ

ພັນໂທ ພັນຕຣີ ແລະຮ້ອຍເອກ ແມ່ນລວມຢູ່ໃນຜູ້ທີ່ເສຍຊີວິດ.

ກອງທັບໄດ້ຊີ້ແຈງວ່າ ການໂຈມຕີເກີດຂຶ້ນ ຢູ່ໃນພື້ນທີ່ບ່ອນທີ່ກອງກຳລັງຮັກສາຄວາມ
ປອດໄພ “ໄດ້ດຳເນີນການ ອອກປະຕິບັດການຊອກຄົ້ນຫາແລະໄດ້ຈັບກຸມພວກ ທີ່
ອຳນວຍຄວາມສະດວກສອງສາມຄົນ”
ຂອງການໂຈມຕີກໍ່ການຮ້າຍ ເມື່ອບໍ່ນານມານີ້
ໃນເມືອງວາຊີຣີສຖານ. ກອງທັບໄດ້ກ່າວຕື່ມວ່າ ຄວາມຮຸນແຮງ ທີ່ເພີ້ມຂຶ້ນໃນລະຫວ່າງ
ເດືອນແລ້ວນີ້ ໄດ້ສັງຫານພວກທະຫານ ໄປແລ້ວຢ່າງໜ້ອຍ 10 ຄົນ ແລະອີກ 35 ຄົນ
ໄດ້ຮັບບາດເຈັບ.

ໃນຂະນະດຽວກັນ ບັນດາເຈົ້າໜ້າທີ່ໃນແຂວງ ບາລູຈິສຖານ ຢູ່ທາງພາກຕາເວັນຕົກ
ສຽງໃຕ້ຂອງ​ປະ​ເທດ ໄດ້ກ່າວວ່າ ລະເບີດທີ່ແຕກຂຶ້ນສອງຄັ້ງຕ່າງຫາກ ໃນວັນສຸກວານນີ້
ນັ້ນ ໄດ້ສັງຫານຢ່າງໜ້ອຍ 5 ຄົນ ແລະອີກຫຼາຍກວ່າ 12 ຄົນໄດ້ຮັບບາດເຈັບ. ພວກຜູ້
ເຄາະຮ້າຍ ເປັນສະມາຊິກຂອງຊຸມຊົນຊີໄອມຸສລິມ ທີ່ເປັນຊົນເຜົ່າກຸ່ມນ້ອຍ ພວກເຂົາເຈົ້າ
ກ່າວຕື່ມວ່າ ພວກກຸ່ມຊົນເຜົ່າ ບາລຸຈ໌ ແລະພວກຫົວຮຸນແຮງ ທີ່ເຊື່ອມໂຍງກັບກຸ່ມນອກ
ກົດໝາຍ ຕາລີບານຂອງປາກິສຖານ ພ້ອມກັນກັບກຸ່ມລັດອິສລາມ ແມ່ນກຳລັງເຄື່ອນ
ໄຫວຢູ່ໃນແຂວງດັ່ງກ່າວນີ້.

ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີທັງສອງຄັ້ງດັ່ງກ່າວນີ້ເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG