ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະ​ເບີດ​​ແຕກ ​ຢູ່​ບາ​ແຫ່ງ​ໜຶ່ງ ​ໃນ ໄນຈີເຣຍ ສັງຫານ 14 ຄົນ


ແຜນທີ່ປະເທດໄນຈີເຣຍ.
ແຜນທີ່ປະເທດໄນຈີເຣຍ.
ລະ​ເບີດແຕກ​ຢູ່​ບາ​ແຫ່ງ​ໜຶ່ງ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ
ຂອງ​ປະ​ເທດໄນ​ຈີ​ເຣຍ ​ໂດຍ​ສັງຫານ​ຢ່າງ​ໜ້ອຍ 14 ຄົນ ​
ໃນ​ຂະນະ​ທີ່​ພວກ​ເຂົາ ​ກຳລັງ​ຊົມການ​ແຂ່ງຂັນ​ເຕະບານ ​ທີ່
​ຖ່າຍທອດ​ທາງ​ໂທລະ​ພາບຢູ່ນັ້ນ.

ການ​ໂຈມ​ຕີຄັ້ງນີ້ ໄດ້ເກີດ​ຂຶ້ນ​ໃນ​ວັນ​ອາ​ທິດ​ວານ​ນີ້ ​ຢູ່ເມືອງ Mubi ຂອງ​ລັດ Adamawa.

ຍັງ​ບໍ່​ມີ​ໃຜ​ອອກ​ມາ​ກ່າວ​ອ້າງ​ວ່າ​ຕົນ​ເປັນ​ຮັບຜິດ​ຊອບເທື່ອ ຕໍ່​ເຫດການ​ດັ່ງກ່າວ ​ແຕ່​ຄວາມ​ສົງ​ໄສແມ່ນຕົກ​ໃສ່ ​ກຸ່ມອິດສະ​ລາມ
Boko Haram ຫົວ​ຮຸນ​ແຮງ. ພວກ​ກຸ່ມ​ນີ້ ​ໄດ້​ສັງຫານຫຼາຍພັນ​ຄົນ​ແລ້ວ ​ໃນ​ຄວາມ ພະຍາຍາມ ​ທີ່​ຈະ​ຈັດ​ຕັ້ງລັດ​ອະນຸ​ລັກອິດສະ​ລາມ ຢູ່​ໃນ​ພາກ​ເໜືອ​ຂອງ ​ໄນ​ຈີ​ເຣຍ.

ພວກ​ມັນ​ຍັງ​ຈັບ​ກຸມ​ ເດັກ​ນັກຮຽນ​ຍິງ​ ຈຳນວນຫຼາຍ​ກວ່າ 200 ຄົນ​ໄປ​ຈາກໝູ່​ບ້ານ​ຂອງ​ພວກ​ເຂົາ ​ເມື່ອ 7 ອາທິດຜ່າ​ນມາ​.
XS
SM
MD
LG