ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ເຫດ​ລະ​ເບີດ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ສັງ​ຫານ​ຢ່​າງ​ໜ້ອຍ 5 ຄົນ ແລະ​ບາດ​ເຈັບອີກ ​ຫຼາຍກວ່າ 40


ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ຄົນ​ນຶ່ງ​ຂອງ​ກຸ່ມ​ຕາ​ລີ​ບານ ຢືນ​ຍາມ​ຢູ່​ທາງ​ສາຍ​ນຶ່ງ​ທີ່​ຖືກ​ປິດ ຫຼັງ​ຈາກ​ເກີດ​ເຫດ​ລະ​ເບີດ ໃກ້​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທີ່​ຈະ​ຕຸ​ລັດ​ແຊນ​ແດັກ ເມື່ອ​ວັນ​ທີ 11 ມັງ​ກອນ 2023.
ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ຄົນ​ນຶ່ງ​ຂອງ​ກຸ່ມ​ຕາ​ລີ​ບານ ຢືນ​ຍາມ​ຢູ່​ທາງ​ສາຍ​ນຶ່ງ​ທີ່​ຖືກ​ປິດ ຫຼັງ​ຈາກ​ເກີດ​ເຫດ​ລະ​ເບີດ ໃກ້​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທີ່​ຈະ​ຕຸ​ລັດ​ແຊນ​ແດັກ ເມື່ອ​ວັນ​ທີ 11 ມັງ​ກອນ 2023.

ເຫດ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ໃກ້​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ ໃນ​ວັນ​ພຸດ​ວານນີ້ ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 5 ຄົນ​ແລະ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ບໍ່​ຕ່ຳ​ກ​ວ່າ 40 ຄົນ.

ຄາ​ລີດ ຊາດ​ຣານ ໂຄ​ສົກ​ຂອງ​ຕຳ​ຫຼວດ​ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ​ປະ​ນາມ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ການ​ກະ​ທຳ​ແບບ​ຂີ້​ຂາດ​ຕາ​ຂາວ” ທີ່​ແນ​ເປົ້າ​ໝາຍ​ໃສ່​ພົນ​ລະ​ເຮືອນ.

ໂຮງ​ໝໍ EMERGENCY ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນຈາກ​ອົງ​ການ​ກຸ​ສົນ​ທີ່​ມີ​ຖານ​ປະ​ຕິ​ບັດ​ງານ​ຢູ່​ອີ​ຕາ​ລີ ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ ພວມ​ໃຫ້​ການ​ປິ່ນ​ປົວ​ແກ່​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ຫຼາຍໆ​ຄົນ.

ທ່ານ​ສ​ເຕັ​ບ​ຟາ​ໂນ ຊອ​ສ​ຊາ (Stefano Sozza) ຜູ້​ອຳ​ນວຍ​ການ ​ຂອງ​ການ​ກຸ​ສົນ​ ປະ​ຈຳ​ອັ​ຟ​ກາ​ນິ​ສ​ຖານ ກ່າ​ວ່າ “ພວກ​ເຮົາ​ໄດ້​ຮັບ​ຄົນ​ເຈັບ​ຫຼາຍກວ່າ 40 ຄົນ ມັນ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ຢູ່​ທີ່​ຈະ​ສະ​ຫຼຸບ ກ່ຽວ​ກັບ​ໂຕ​ເລກ​ຂັ້ນ​ສຸດ​ທ້າຍ. ພວກ​ເຮົາ​ຍັງ​ສືບ​ຕໍ່​ໃຫ້​ການ​ສະ​ໜອງ​ຕອບ​ໃນ​ເລື້ອງນີ້​ຢູ່.”

ແຜນ​ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ໃກ້​ກັບ​ບ່ອນ​ທີ່​ຖືກ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະ​ຫຼະ​ຊີບ ເມື່ອ​ວັນ​ທີ 11 ມັງ​ກອນ2023.
ແຜນ​ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ໃກ້​ກັບ​ບ່ອນ​ທີ່​ຖືກ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະ​ຫຼະ​ຊີບ ເມື່ອ​ວັນ​ທີ 11 ມັງ​ກອນ2023.

ທ່ານ​ຊອ​ສ​ຊາ ກ່າວ​ຕື່ມ​ວ່າ “ນີ້​ແມ່ນເປັນການ​ບາດ​ເຈັບ​ຈຳ​ນວນ​ຫຼາຍ​ເທື່ອ​ທຳ​ອິດ​ສຳ​ລັບ​ປີ 2023 ແຕ່​ແນ່ນອນ ມັນ​ແມ່ນ​ນຶ່ງ ​ໃນ​ເຫດ​ການ​ທີ່​ມີ​ຄົນ​ເຈັບ​ຫຼາຍ​ທີ່​ສຸດ​ນັບແຕ່​ເລີ້ມ​ປີ 2022 ເປັນ​ຕົ້ນ​ມາ ດັ່ງ​ນັ້ນ ພວກ​ເຮົາ​ກໍ​ໄດ້​ຈັດ​ຕຽງ ​ໃສ່ເຮືອນ​ຄົວ​ແລະ​ຢູ່​ຫ້ອງ​ກິນ​ເຂົ້າ.”

ທ່ານ​ຊາດ​ຣານ​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າວ​ເປັນ​ນ້ຳ​ມື​ຂອງ​ຜູ້ໂຈມ​ຕີສະ​ຫຼະ​ຊີບ​ຫຼື​ບໍ່ ຫຼື​ລະ​ເບີດ​ຖືກ​ນຳ​ໄປ​ຫ້າງ​ໄວ້. ຄວາມ​ຮຸນ​ແຮງ​ໃນ​ຄັ້ງ​ນີ້ ເກີດ​ຂຶ້ນ​ຢູ່​ໃນ​ຄຸ້ມ​ສະ​ຖານ​ທູດ​ ແລະ​ກະ​ຊວງ​ຕ່າງໆ​ ຂອງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ມີ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຢ່າງ​ເຂັ້ມ​ງວດ.

ທ່ານ​ຊາດ​ຣານ ​ກ່າວ​ຕໍ່​ວີ​ໂອ​ເອ ໃນ​ການ​ໃຫ້​ຄວາມ​ເຫັນ ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ບໍ່​ດົນ​ຫຼັງ​ຈາກ​ເກີດ​ເຫດ​ລະ​ເບີດ ໂດ​ຍ​ເວົ້າ​ວ່າ “ພວກ​ກໍ່​ການ​ຈະ​ຖືກ​ພົບ​ເຫັນແລະ​ນຳ​ໂຕ​ມາ​ລົງ​ໂທດ ໃນ​ການ​ກໍ່​ວິ​ນາດ​ສະ​ກຳ​ຂອງ​ພວກ​ເຂົາ.”

ເຄືອ​ຂ່າຍ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ​ຢູ່​ໃນ​ຂົງ​ເຂດ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການໂຈມ​ຕີ ຊຶ່ງ​ມີ​ຂຶ້ນ​ໃນ​ຕອນ​ບ່າຍ​ ຂອງມື້​ວັນ​ພຸດ ຜ່ານ​ທາງ​ອົງ​ການ​ຂ່າວ​ຂອງ​ກຸ່ມ​ທີ່​ເອີ້ນ​ວ່າ ອາ​ແມັກ (Amaq) ອີງ​ຕາມ​ຊ່ອງ​ເທ​ເລ​ແກ​ຣມ​ທີ່​ເປັນ​ເຄືອ​ຂ່າຍ.

ມີ​ການ​ໂຈມ​ຕີ​ໃນ​ລະ​ດັບ​ສູງ​ເປັນ​ລຳ​ດັບ​ມາ ຢູ່​ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລເມື່ອ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່​ຜ່ານ​ມານີ້ ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໂດຍ​ເຄືອ​ຂ່າຍ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ໃນ​ອັ​ຟ​ກາ​ນິ​ສ​ຖານທີ່​ຮູ້​ກັນ​ໃນ​ຊື່ ກຸ່ມ​ລັດ​ອິ​ສ​ລາມ-ໂຄ​ຣາ​ຊານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ສາ​ອັງ​ກິດ

XS
SM
MD
LG